ທ່ານ ບາຣັກ ໂອບາມາ ປະທານາທິບໍດີສະຫະລັດ ໄດ້ຮຽກຮ້ອງໃຫ້ສະພາ ຄອງແກຣສ ຈົ່ງບັນລຸຂໍ້ຕົກລົງກັນກ່ຽວກັບຮ່າງຍັດຕິກ່ຽວກັບການຂົນສົ່ງ ແລະໃຫ້ເລິ່ມລົງມືປະຕິບັດການ ເພື່ອຮັກສາອັດຕາດອກເບ້ຍເງິນກູ້ຍືມສໍາ ລັບການສຶກສາຂອງພວກນັກຮຽນໄວ້ ບໍ່ໃຫ້ສູງຂຶ້ນໄປອີກເປັນສອງເທົ່າຕົວນັ້ນ.
ໃນຄໍາປາໄສຂອງທ່ານທາງວິທະຍຸແລະອິນເທີແນັດຕໍ່ປະເທດຊາດ ປະຈໍາ ອາທິດນັ້ນ ທ່ານໂອບາມາກ່າວວ່າ ຄົນງານຫຼາຍພັນຄົນອາດຖືກບັງຄັບໃຫ້ອອກຈາກງານ ແລະນັກສຶກສາຫຼາຍລ້ານຄົນອາດປະເຊີນກັບການຊໍາລະເງິນກູ້ຢືມທີ່ແພງຂຶ້ນ ຖ້າຫາກວ່າສະພາຄອງແກຣສບໍ່ຕົກລົງກັນໄດ້ໃນອາທິດໜ້ານີ້.
ຂະນະນີ້ບັນດາຜູ້ຕໍ່ຮອງກັນຂອງສະພາ ກໍາລັງເຈລະຈາກັນເຮັດຂໍ້ຕົກລົງເພື່ອຈະຮັກສາອັດຕາດອກເບ້ຍເງິນກູ້ຢືມສໍາລັບການສຶກສາໄວ້ ບໍ່ໃຫ້ຖີບຂຶ້ນເປັນສອງເທົ່າຕົວ ໃນວັນທີ່ 1 ກໍລະກົດ ເດືອນໜ້ານີ້. ແລະບັນດາສະມາຊິກສະພາ ກໍກໍາລັງເຈລະຈາຕໍ່ຮອງກັນກ່ຽວກັບມາດຕະການນຶ່ງອີກ ເພື່ອອະນຸມັດງົບປະມານດ້ານການຂົນສົ່ງຂອງລັດຖະບານ.
ຄໍາປາໄສຕອບຂອງຝ່າຍຣີພັບບລິກັນ:
ໃນຄໍາປາໄສຕອບຂອງຝ່າຍຣີພັບບລິກັນນັ້ນ ສະມາຊິກສະພາຕໍ່າຈາກລັດຫລຸຍເຊຍນາ ທ່ານ Bill Cassidy ກ່າວວ່າ ສະພາຄອງແກຣສຄວນຈະຍົກເລີກກົດໝາຍຮັກສາສຸຂະພາບຂອງລັດຖະບານໂອບາມາ ຖ້າຫາກວ່າ ສານສູງສຸດບໍ່ຕັດສິນ ຄັດຄ້ານຕໍ່ມາດຕະການດັ່ງກ່າວ.
ສະມາຊິກສະພາຕໍ່າ Cassidy ຊຶ່ງເປັນນາຍແພດນັ້ນ ກ່າວວ່າ ມາດຕະ ການດັ່ງກ່າວເຮັດໃຫ້ຄ່າໃຊ້ຈ່າຍການຮັກສາສຸຂະພາບສູງຂຶ້ນໄປອີກ ແລະເຮັດໃຫ້ວົງການທຸລະກິດລາຍນ້ອຍໆ ມີຄວາມລໍາບາກຫຼາຍຂຶ້ນ ໃນການທີ່ຈະວ່າຈ້າງຄົນງານ.
ຄາດວ່າ ສານສູງສຸດ ຈະຕັນສິນໃນບໍ່ຊ້ານີ້ ກ່ຽວກັບຄວາມຖືກຕ້ອງຕາມ ກົດໝາຍລັດຖະທໍາມະນູນ ຂອງມາດຕະການດັ່ງກ່າວ.