ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Obama ​ແລະທ່ານ Abe ຫາລື​ກັນ ເລື່ອງ ທະເລຈີນ ຕາເວັນອອກ


ໝູ່ເກາະ ທີ່ຍີ່ປຸນເອີ້ນວ່າ Senkaku ແລະຈີນເອີ້ນວ່າ Diaoyu ໃນທະເລຈີນ ຕາເວັນອອກ.
ໝູ່ເກາະ ທີ່ຍີ່ປຸນເອີ້ນວ່າ Senkaku ແລະຈີນເອີ້ນວ່າ Diaoyu ໃນທະເລຈີນ ຕາເວັນອອກ.
ປະທານາທິບໍດີສະ​ຫະລັດ ທ່ານ Barrack Obama ​ແລະ​ຄູ່
​ຕໍາ​ແໜ່​ງ ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ​ໄດ້​ຮື້
​ຟື້ນ​ຄວາມ​ໝາຍ​ໝັ້ນຂອງ​ພວກ​ທ່ານ​ຄືນ​ໃໝ່ ຕໍ່​ຄວາມໝັ້ນຄົງ
ແລະການ​ສົນທະນາກັນໃນ​ເຂດ​ທະ​ເລ​ຈີນຕາເວັນອອກບ່ອນ
​ທີ່​ກຸງໂຕກຽວ ​ແລະ​ກຸງ​ປັກ​ກິ່ງ ​ກໍາລັງ​ພົວພັນ ​ໃນ​ການ​ຜິດ​ຖຽງ​
ກັນ​ຢ່າງ​ເຜັດ​ຮ້ອນ ​ເລື້ອງເຂ​ດນໍ້າ​ແດນ​ດິນໃນ​ຂົງ​ເຂດ​ດັ່ງກ່າວ​.

ທໍານຽບຂາວກ່າວໃນ​ຄໍາ​ຖະ​ແຫຼ​ງ​ສະບັບ​ນຶ່ງວ່າ ທັງ​ສອງ​ຜູ້​ນໍາ​ໄດ້​ປຶກສາ​ຫາລື​ກັນ ກ່ຽວ​ກັບ​ບັນຫາ​ດັ່ງກ່າວ​ທາງ​ໂທລະສັບ​ໃນ​ວັນ​ພຸດວານ​ນີ້ ຊຶ່ງ​ມີ​ຂຶ້ນ​ບໍ່​ເທົ່າ​ໃດ​ມື້ ຫຼັງ​ຈາກ​ທີ່​ທ່ານ Obama ​ໄດ້​ຍົກ​ບັນຫາ​ນີ້ ​ຂຶ້ນ​ມາ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຢູ່​ລັດຄາ​ລີ​ຟໍ​ເນຍ ກັບ​ປະທານ​ປະ​ເທດ​ຈີນ ທ່ານ Xi Jinping.

ຈີນ​ແລະ​ຍີ່ປຸ່ນ ​ໄດ້​ພົວພັນໃນ​ການ​ຜິດ​ຖຽງກັນທີ່​ຍາວ​ນານ ກ່ຽວ​ກັບໝູ່​ເກາະທີ່​ບໍ່​ມີ​ຄົນ​ຢູ່​ອາ​ໄສ ທີ່​ຍີ່ປຸ່ນ​ເອີ້ນວ່າ Senkaku ​ແລະຈີນ​ເອີ້ນ​ວ່າ Diaoyu ນັ້ນ. ການ​ຜິດ​ຖຽງ​ກັນ​ກ່ຽວ​ກັບ​ເລື້ອງ​ນີ້ ​ໄດ້​ຮ້າຍ​ແຮງ​ຂຶ້ນໃນ​ປີຜ່ານມາ ​ເມື່ອ​ທັງ​ສອງ​ຝ່າ​ຍຕ່າງ​ກໍ​ໄດ້ ສົ່ງທັງ​ເຮືອບິນ​ແລະ​ ກໍາ​ປັ່ນຂອງ​ຕົນ ເຂົ້າ​ໄປ​ລາດຕະ​ເວນ​ຢູ່​ໃນເຂດ ​ທີ່ອຸດົມສົມບູນ​ໄປ​ດ້ວຍພະລັງງານ ​ແລະສໍາຄັນທາງ​ຍຸດ​ທະ​ສາດ​ນັ້ນ.

​ໃນ​ທາງ​ການ​ແລ້ວ ກຸງວໍ​ຊິງຕັນ​ນັ້ນ​ຍັງ​ບໍ່​ໄດ້​ເອົາທ່າ​ທີ​ເຂົ້າ​ຂ້າງ​ຝ່າຍໃດ ກ່ຽວ​ກັບ​ກໍາມະສິດ​ໃນໝູ່ເກາ​ະດັ່ງກ່າວ ທີ່ຢູ່​ໃຕ້​ການຄວບ​ຄຸມຂອງໂຕ​ກຽວ ​ແຕ່​ທາງເຈົ້າ​ໜ້າ​ທີ່​ສະ​ຫະລັດ​ໄດ້​ກ່າວເມື່ອ​ໄວໆ​ມາ​ນີ້ວ່າ ການ​ຜິດ​ຖຽງ​ກັນ​ກ່ຽວ​ກັບ​ເລື່ອງ​ເຂດ​ນໍ້າ​ແດນ​ດິນ​ນີ້​ ຈະ​ຕົກຢູ່​ພາຍ​ໃຕ້ສົນທິສັນຍາ​ຮ່ວມ​ປ້ອງ​ກັນ ​ກັບ​ຍີ່ປຸ່ນ.
XS
SM
MD
LG