ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໂອບາມາ ກ່າວວ່າ ພວກກໍ່ການຮ້າຍ ຈະບໍ່ມີວັນ ເອົາຊະນະ ສະຫະລັດ ໄດ້


ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໃນ​ພິທີ​ໄວ້ອາ​ໄລ ​ໃຫ້ກຽດ​ແກ່​ຜູ້ທີ່​ເສຍ​ຊີວິດໃນການໂຈມຕີ​ຢູ່ ທຳນຽບຫ້າ​ແຈ. 11 ກັນຍາ, 2014.
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໃນ​ພິທີ​ໄວ້ອາ​ໄລ ​ໃຫ້ກຽດ​ແກ່​ຜູ້ທີ່​ເສຍ​ຊີວິດໃນການໂຈມຕີ​ຢູ່ ທຳນຽບຫ້າ​ແຈ. 11 ກັນຍາ, 2014.

“15 ປີທີ່ຜ່ານມາ, ວັນໜຶ່ງໃນເດືອນກັນຍາ ເຊິ່ງໄດ້ເລີ່ມຂຶ້ນຄືກັບວັນອື່ນໆ ໄດ້ກາຍມາ ເປັນວັນທີ່ມີຄວາມມືດມົນທີ່ສຸດໃນປະຫວັດສາດ ຂອງປະເທດເຮົາ.” ນັ້ນເປັນຄຳເວົ້າ ຂອງປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໃນຄຳຖະແຫຼງປະຈຳສັບປະດາ ຂອງທ່ານ ໃນວັນເສົາວານນີ້.

ວັນອາທິດມື້ນີ້ເປັນວັນຄົບຮອບ 15 ປີຂອງການໂຈມຕີ 11 ກັນຍາ ໃນ ສະຫະລັດ, ທີ່ນະ ຄອນ ນິວຢອກ, ເຂດຊົນນະບົດຂອງລັດ Pennsylvania ແລະ ທຳນຽບຫ້າແຈ.

ທ່ານປະທານາທິບໍດີໄດ້ກ່າວວ່າ “ປະຊາຊົນຜູ້ບໍລິສຸດເກືອບ 3,000 ຄົນໄດ້ເສຍຊີວິດ” ໃນວັນນັ້ນຂອງເດືອນກັນຍາ ຈາກທຸກຊົນຊັ້ນຂອງ ສັງຄົມ, ທຸກເຊື້ອຊາດ ແລະ ສາສະໜາ, ຈາກທົ່ວ ອາເມຣິກາ ແລະ ທົ່ວໂລກ.

ທ່ານ ໂອບາມາ ໄດ້ກ່າວວ່າ ຫຼາຍສິ່ງຫຼາຍຢ່າງໄດ້ມີການປ່ຽນແປງ ໃນ 15 ປີທີ່ຜ່ານມາ, ແຕ່ “ມັນກໍມີຄວາມສຳຄັນເຊັ່ນກັນທີ່ຈະລະນຶກ ເຖິງສິ່ງທີ່ບໍ່ໄດ້ປ່ຽນແປງ, ເຊິ່ງແມ່ນອົງ ປະກອບຂອງຄ່ານິຍົມທີ່ສຳຄັນທີ່ອະທິບາຍ ເຖິງຄວາມເປັນຄົນ ອາເມຣິກັນ ຂອງພວກ ເຮົາ. ຄວາມເຂັ້ມແຂງທີ່ ເຮັດໃຫ້ພວກເຮົາມີຄວາມໝັ້ນຄົງ. ພວກກໍ່ການຮ້າຍຈະບໍ່ມີ ວັນສາມາດເອົາຊະນະ ສະຫະລັດ ໄດ້.”

ເດັກຍິງຄົນໜຶ່ງຢູ່ອານຸສາວະລີ ແຫ່ງຊາດ 11 ກັນຍາ ແລະ ຫໍພິພິທະພັນ ໃນນະຄອນ ນິວຢອກ. 8 ກັນຍາ 2013.
ເດັກຍິງຄົນໜຶ່ງຢູ່ອານຸສາວະລີ ແຫ່ງຊາດ 11 ກັນຍາ ແລະ ຫໍພິພິທະພັນ ໃນນະຄອນ ນິວຢອກ. 8 ກັນຍາ 2013.


ວັນອາທິດມື້ນີ້, ເປັນວັນ​ໄວ້ອາ​ໄລແຫ່ງ​ຊາດ ແລະ ​ລະນຶກ​ເຖິງພວກ​ເຄາະ​ຮ້າຍໃນ​ການ​ໂຈມ​ຕີ​ເມື່ອ​ວັນ​ທີ 11 ກັນຍາ​, ທ່ານປະທານາທິບໍດີ ຈະ​ຢືນ​ສະຫງົບ​ສະຕິ​ອາລົມ ຊົ່ວ​ໄລຍະ ​ນຶ່ງຢູ່​ທີ່​ທຳນຽບຂາວ.

ຫລັ​ງຈາກ​ນັ້ນ ທ່ານ​ກໍ​ຈະ​ໄປ​ກ່າວ​ຄຳ​ປາ​ໄສ​ ໃນ​ພິທີ​ໄວ້ອາ​ໄລ ​ໃຫ້ກຽດ​ແກ່​ຜູ້ທີ່​ເສຍ​ຊີວິດໃນການໂຈມຕີ​ຢູ່ ທຳນຽບຫ້າ​ແຈ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG