ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ກ່າວວ່າ ພວກກໍ່ການຮ້າຍ ຈະບໍ່ສາມາດ ເອົາຊະນະ ສະຫະລັດ ໄດ້


ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ

ວັນ​ອາທິດ ມື້ອື່ນ​ນີ້ ​ແມ່ນ​ວັນ​ຄົບຮອບ 15 ປີ ​ໃນ​ການ​ໂຈມ​ຕີ​ສະຫະລັດ​ເມື່ອ​ວັນທີ 11 ກັນ ຍາ.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ​ ກ່າວ​ໃນ​ຄຳ​ປາ​ໄສ​ປະຈຳ​ສັບປ​ະດາ​ໃນ​ ວັນ​ເສົາ​ມື້ນີ້ວ່າ ວັນ​ດັ່ງກ່າວ​ແມ່ນ “ນຶ່ງໃນ​ວັນ​ທີ່​ມືດ​ມົນ​ທີ່​ສຸດ​ໃນ​ປະຫວັດສາດຂອງ​ປະ​ເທດ​ເຮົາ.”

ທ່ານ​ໂອ​ບາ​ມາ​ ກ່າວ​ວ່າ ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ ໄດ້​ປ່ຽນ​ແປງ​ໄປ​ໃນ​ໄລຍະ 15 ປີ​ທີ່​ຜ່ານ​ມານີ້ ແຕ່​ “ຫລັກຄຸນຄ່າ​ແກນ​ກາງ​ ທີ່​ກຳນົດ​ພວກ​ເຮົາ​ວ່າ​ ເປັນ​ຄົນອາ​ເມຣິກັນນັ້ນ” ບໍ່​ໄດ້​ປ່ຽນ​ແປງ​ໄປ​ເລີຍ.

ທ່ານ​ປະທານາທິບໍດີ​ກ່າວ​ວ່າ “ພວກ​ກໍ່​ການ​ຮ້າຍ​ຈະ​ບໍ່​ສາມາດ​ເອົາ​ຊະນະ​ສະຫະລັດ​ໄດ້.”

​ໃນ​ວັນ​ອາທິດ​ມື້ອື່ນ​ນີ້ ທີ່ພິທີ​ໄວ້ອາ​ໄລແຫ່ງ​ຊາດແລະ​ລະນຶກ​ເຖິງພວກ​ເຄາະ​ຮ້າຍໃນ​ການ​ໂຈມ​ຕີ​ເມື່ອ​ວັນ​ທີ 11 ກັນຍາ​ນັ້ນ ປະທານາທິບໍດີ ​ຈະ​ຢືນ​ສະຫງົບ​ສະຕິ​ອາລົມ ຊົ່ວ​ໄລຍະ ​ນຶ່ງຢູ່​ທີ່​ທຳນຽບຂາວ.

ຫລັ​ງຈາກ​ນັ້ນ ທ່ານ​ກໍ​ຈະ​ໄປ​ກ່າວ​ຄຳ​ປາ​ໄສ​ ໃນ​ພິທີ​ໄວ້ອາ​ໄລ ​ໃຫ້​ແກ່​ພວກ​ທີ່​ເສຍ​ຊີວິດ​ຢູ່ ທຳນຽບຫ້າ​ແຈ ໃນ​ວັນ​ທີ 11 ກັນຍາ ​ເມື່ອ 15 ປີ​ກ່ອນ​.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG