ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໃກ້ຈະຮອດວັນຄົບຮອບ 10 ປີ ໃນການໂຈມຕີ ກໍ່ການຮ້າຍ ຢູ່ສະຫະລັດແລ້ວ (ເບິ່ງວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາກ່າວວ່າ ວັນຄົບຮອບປີທີ 10 ໃນການໂຈມຕີ
ຂອງພວກກໍ່ການຮ້າຍໃນວັນທີ 11 ກັນຍານັ້ນຄວນຈະເປັນວັນແຫ່ງຄວາມຊົງຈຳແລະວັນຮັບ
ໃຊ້ແຫ່ງຊາດ.

ໃນລະຫວ່າງການກ່າວຄຳປາໄສປະຈຳສັບປະດາໃນວັນເສົາມື້ນີ້ ທ່ານໂອບາມາໄດ້ຮຽກຮ້ອງ
ໃຫ້ສະຫະລັດ ໃຫ້ກຽດແກ່ພວກເຄາະຮ້າຍໃນການໂຈມຕີ ດ້ວຍການສະແດງອອກ ຊຶ່ງການ
ຮັບໃຊ້ຫຼືຄວາມໃຈບຸນ.

ປະທານາທິບໍດີສະຫະລັດກ່າວວ່າ ທ່ານເອງແລະສະຕີໝາຍເລກນຶ່ງ ທ່ານນາງ Michelle
ຈະໄປຮ່ວມໂຄງການຮັບໃຊ້ຫຼືບໍລິການປະຊາຊົນໃນເຂດທ້ອງຖິ່ນແລະທ່ານໄດ້ຮຽກຮ້ອງໃຫ້
ຊາວ ອະເມຣິກັນມີສ່ວນພົວພັນ ໂດຍເຂົ້າໄປຍັງເວັບໄຊທ໌ Serve.gov

ທ່ານໂອບາມາ ຮຽກຮ້ອງໃຫ້ຊາວອະເມຣິກັນ ສະແດງອອກຊຶ່ງຄວາມເມດຕາກາລຸນາແບບ
ດຽວກັນກັບທີ່ໄດ້ມີຂຶ້ນຫຼັງຈາກການໂຈມຕີໃນເດືອນກັນຍາປີ 2001 ແລະທຳການອາສາສະ
ມັກໃນຂະນະທີ່ມີການລະລຶກເຖິງພວກເຄາະຮ້າຍ.

ນອກນັ້ນແລ້ວປະທານາທິບໍດີໂອບາມາຍັງເວົ້າວ່າ ທ່ານແລະສະຕີໝາຍເລກນຶ່ງຈະໄປຮ່ວມ
ພິທີລະລຶກເຖິງພວກເຄາະຮ້າຍ ທີ່ຈຸດສູນກາງໃນການໂຈມຕີ ຢູ່ນະຄອນນິວຢອກ ທີ່ເມືອງ
Shankville ໃນລັດ Pensylvania ແລະທີ່ທຳນຽບ 5 ແຈ. ເກືອບ 3,000 ຄົນໄດ້ເສຍ
ຊີວິດໃນການໂຈມຕີຂອງພວກກໍ່ການຮ້າຍ ຢູ່ທີ່ສະຖານທີ່ທັງ 3 ແຫ່ງນີ້.

ຄຳປາໄສປະຈຳສັບປະດາ ຂອງປະທານາທິບໍດີໂອບາມາ ຄຳປາໄສປະຈຳສັບປະາຂອງພັກຣີພັບບລີກັນ

XS
SM
MD
LG