ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານໂອບາມາ ພວມຕຽມ ເຂົ້າຮັບຕຳແໜ່ງ ສະໄໝທີ່ສອງ (ວີດີໂອ)


ປະທານາທິບໍດີ ໂອບາມາ ກໍາລັງຕຽມເຂົ້າຮັບຕໍາແໜ່ງຕື່ມອີກ 4 ປີ ເປັນສະໄໝທີສອງຂອງທ່ານ ຫຼັງຈາກໄດ້ຮັບໄຊຊະນະ ໃນການເລືອກຕັ້ງ ເມື່ອຕົ້ນເດືອນນີ້.

ບັດນີ້ປະທານາທິບໍດີ ບາຣັກ ໂອບາມາ ກໍາລັງຕຽມເຂົ້າຮັບຕໍາ
ແໜ່ງຕື່ມອີກ 4 ປີ ເປັນສະໄໝທີສອງຂອງທ່ານ ຫຼັງຈາກໄດ້ຮັບ
ໄຊຊະນະໃນການເລືອກ ຕັ້ງ ເມື່ອຕົ້ນເດືອນນີ້. ແຕ່ Jim
Malone ຜູ້ສື່ຂ່າວວີໂອເອ ລາຍງານວ່າ ການເຂົ້າຮັບຕຳແໜ່ງ
ສະໄໝທີສອງນີ້ແມ່ນບໍ່ຄ່ອຍເປັນທີ່ປານີປານໃດຕໍ່ປະທານາທິ
ບໍດີສະຫະລັດທີ່ເຂົ້າຮັບຕຳແໜ່ງເມື່ອບໍ່ດົນຜ່ານມາ. ທອງປານ
ມີເລຶ່ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່າມກາງສຽງຮ້ອງໂຮຂອງພວກສະໜັບສະໜຸນທ່ານໃນຄໍ່າຄືນ
ຂອງວັນເລືອກຕັ້ງທີ່ເວົ້າວ່າ “ເປັນປະທານາທິບໍດີຕື່ມອີກສີ່ປີ”

ທ່ານໂອບາມາເວົ້າວ່າ: “ບໍ່ວ່າພວກທ່ານຈະເລືອກຫຼືບໍ່ເລືອກ
ເອົາຂ້າພະເຈົ້າກໍຕາມ ຂ້າພະເຈົ້າກໍຮັບຟັງພວກທ່ານມາຕະຫຼອດ ຂ້າພະເຈົ້າໄດ້ ຮຽນຮູ້ຈາກພວກທ່ານແລະພວກທ່ານໄດ້ເຮັດໃຫ້ຂ້າພະເຈົ້າເປັນປະທານາທິບໍດີ ທີ່ດີຂຶ້ນ ຂ້າພະເຈົ້າກັບຄືນສູ່ທໍານຽບຂາວຄັ້ງນີ້ດ້ວຍຄວາມຕັ້ງໃຈແລະໄດ້ຮັບແຮງ ດົນໃຈ ຫຼາຍກວ່າທີ່ເຄີຍມີມາ ກ່ຽວກັບພາລະກິດ ທີ່ຂ້າພະເຈົ້າຈະຕ້ອງປະຕິບັດ ແລະອະນາຄົດທີ່ຍັງຂວາງໜ້າພວກເຮົາຢູ່ນັ້ນ.”


ຂະນະດຽວກັນ ພັກຣີພັບບລິກັນ ກໍພ້ອມທີ່ຈະປັບຕົວເຂົ້າກັບຄວາມເປັນຈິງ ໃນສະໄໝທີ ສອງຂອງທ່ານໂອບາມາ ໂຮມທັງທ່ານຈອນ ເບນເນີ ປະທານສະພາຕໍ່າສະຫະລັດນັ້ນນໍາ.

ທ່ານຈອນ ເບນເນີ ເວົ້າວ່າ: “ທ່ານປະທານາທິບໍດີ.. ນີ້ຄືໂອກາດຂອງທ່ານ ພວກ ເຮົາພ້ອມແລ້ວທີ່ຈະໃຫ້ທ່ານນໍາພາ ບໍ່ແມ່ນໃນຖານະພັກເດໂມແຄຣັທ ຫຼືພັກ ຣີພັບບລິກັນ ແຕ່ໃນຖານະທີ່ເປັນຊາວອະເມຣິກັນ.”

ແຕ່ທ່ານ Ken Duberstein ຫົວໜ້າທີ່ປຶກສາປະຈຳທໍານຽບຂາວ ສະໄໝອະດີດປະທາ​ນາທິບໍດີ Reagan ເວົ້າວ່າ ຖ້າປະຫວັດສາດພໍຈະຊີ້ແນະໄດ້ ການເຂົ້າຮັບຕຳແໜ່ງໃນ​ສະໄໝທີສອງຂອງທ່ານໂອບາມາອາດປະເຊີນກັບ ສິ່ງທ້າທາຍຕ່າງໆນາໆ ຫຼາຍກວ່າ​ໃນ​ສະໄໝທີ່ນຶ່ງ.

ທ່ານ Duberstein ເວົ້າວ່າ: “ຕາມທີ່ພວກເຮົາຮູ້ກັນ ສະໄໝທີ່ສອງຂອງປະທານາ ທິບໍດີສະຫະລັດຫຼາຍຄົນຜ່ານມາ ຢ່າງໜ້ອຍເລີ່ມມາຕັ້ງແຕ່ ປາງສົງຄາມໂລກຄັ້ງ ທີ່ສອງ ຄືຈະມີສິ່ງເປັນໄປໃນແງ່ທີ່ບໍ່ດີເກີດຂຶ້ນຢ່າງ ຫຼີກລ່ຽງບໍ່ໄດ້ໃນຊ່ວງການດໍາ ລົງຕໍາແໜ່ງປີທີ່ຫ້າ ຫຼືທີ່ຫົກ. ປະທານາທິບໍດີທີ່ເຂົ້າຮັບຕຳແໜ່ງສະໄໝທີ່ສອງ ທຸກໆຄົນ ຈະປະສົບກັບບັນຫາຢ່າງໃດຢ່າງ ນຶ່ງຈົນໄດ້ ເຊັ່ນເລື່ອງນອງນັນ ພົບກັບ ຄວາມລໍາບາກ ມີຄວາມຜິດພາດ ແລະກໍກາຍເປັນເລື່ອງໃຫຍ່.”

ອະດີດປະທານາທິບໍດີ Richard Nixon ໄດ້ຮັບໄຊຊະນະ ດ້ວຍຄະແນນສຽງຖ້ວມລົ້ນ ເພື່ອ ເຂົ້າຮັບຕຳແໜ່ງຕື່ມອີກເປັນສະໄໝທີສອງ ໃນປີ 1972 ແຕ່ກໍໄດ້ຖືກບັງຄັບໃຫ້ລາ ອອກ ຍ້ອນເລຶ່ອງນອງນັນ Watergate ຫຼັງຈາກເຂົ້າດໍາລົງຕໍາແໜ່ງປະທານາທິບໍດີ ສະໄໝທີ ສອງພຽງບໍ່ເຖິງສອງປີຊໍ້າ.

ຕໍ່ມາຊື່ສຽງຂອງອະດີດປະທານາທິບໍດີ Ronald Reagan ກໍໄດ້ຮັບຄວາມ ເສຍຫາຍ ຍ້ອນເລຶ່ອງນອງນັນ Iran-Contra ແລະທ່ານ Bill Clinton ກໍຖືກສະພາຟ້ອງ ຍ້ອນມີ ຄວາມສໍາພັນກັບນັກຮຽນຝຶກງານນາງ Monical Lewinsky ຢູ່ໃນທໍານຽບຂາວ.

ທ່ານ George W. Bush ກໍຖືກໂຈມຕີຢ່າງໜັກ ຍ້ອນການຮັບມືທີ່ບໍ່ດີ ກັບລົມພາຍຸເຮີຣິ ເຄນ Katrina ທີ່ເກີດຂຶ້ນເມື່ອເດືອນສິງຫາ ປີ 2005 ນັ້ນ.

ສ່ວນປະທານາທິບໍດີໂອບາມາ ກ່າວວ່າ ທ່ານກໍຮູ້ດີຢູ່ແກ່ໃຈຢູ່ ໃນສິ່ງທີ່ບັນດານັກປະຫວັດ ສາດເອີ້ນກັນວ່າ “ຄໍາສາບແຊ່ງກ່ຽວກັບການເຂົ້າຮັບຕຳແໜ່ງສະໄໝທີສອງ”

ທ່ານໂອບາມາເວົ້າວ່າ: “ຂ້າພະເຈົ້າບໍ່ຂໍສັນນິດຖານດອກ ຍ້ອນວ່າຂ້າພະເຈົ້າຊະ
ນະ ການເລືອກຕັ້ງສະໄໝທີສອງແລ້ວ ໃນທັນທີທຸກໆຄົນກໍຈະເຫັນພ້ອມ ກັບຂ້າພະເຈົ້າ ທຸກປະການນັ້ນ ຂ້າພະເຈົ້າຄຸ້ນເຄີຍຫຼາຍພໍສົມຄວນກັບເລຶ່ອງ ລາວກ່ຽວກັບການກ້າວກ່າຍເກີນຂອບເຂດຂອງປະທານາທິບໍດີໃນສະໄໝທີ ສອງ. ພວກເຮົາລະມັດລະວັງທີ່ສຸດກ່ຽວກັບເລຶ່ອງນີ້.”


ນັກປະຫວັດສາດ Matthew Dallek ແຫ່ງມະຫາວິທະນາໄລລັດແຄລິຟໍເນຍ ເວົ້າວ່າ ນັ້ນເປັນວິທີການວາງຕົວທີ່ສະຫຼາດ.

ທ່ານ Dallek ເວົ້າວ່າ: “ສະນັ້ນ ທ່ານໂອບາມາ ກໍມີສະຕິຮອບຄອບດີໃນ ເລຶ່ອງນີ້ ແລະທ່ານກໍສະແດງສັນຍານໃຫ້ຮູ້ວ່າ ທ່ານຢາກຍຶດໝັ້ນຢູ່ໃນສະພາບຄວາມ ເປັນຈິງຫຼາຍກວ່າ ແລະທ່ານບໍ່ຂໍຮວບເອົາທຸກສິ່ງທຸກຢ່າງ ທ່ານຈະບໍ່ໄຝ່ຄວ້າໃນ ສິ່ງທີ່ເອື້ອມບໍ່ເຖິງ ແລະທ່ານຈະພະຍາຍາມເຮັດໃນພາກ ສ່ວນທີ່ທ່ານຄິດວ່າ ທ່ານສາມາດເຮັດໄດ້.”

ທ່ານ Ken Duberstein ອະດີດຜູ້ຊ່ວຍປະທານາທິບໍດີ Reagan ເວົ້າວ່າ ມັນກໍເປັນ ເລື່ອງສໍາຄັນຄືກັນທີ່ປະທານາທິບໍດີຈະສ້າງຄວາມສໍາພັນກັບປະຊາຊົນ.

ທ່ານ Duberstein ເວົ້າວ່າ: “ປະທານາທິບໍດີ Reagan ໃນຊ່ວງເກີດ ເຫດ Iran-Contra ນັ້ນ ປະຊາຊົນຢາກເຊື່ອທ່ານ ຄືທ່ານ Reagan ມີ ແຫຼ່ງສະສົມຄວາມ ເປັນມິດໄມຕີຂອງທ່ານໄວ້ຫຼາຍ. ມາຈົນເຖິງປັດຈຸບັນນີ້ ທ່ານໂອບາມາຍັງບໍ່ມີ ຄວາມສໍາພັນທີ່ເຂັ້ມແຂງປານໃດກັບປະຊາຊົນ ນັ້ນ ຫຼ່ະຄືສິ່ງທີ່ຂ້າພະເຈົ້າຄິດວ່າ ໂດຍພື້ນຖານແລ້ວທ່ານໂອບາມາຕ້ອງໄດ້ແກ້ໄຂ ໃນໄລຍະສອງສາມເດືອນທໍາ ອິດ ຂອງສະໄໝທີສອງຂອງທ່ານນັ້ນ.”

ສໍາລັບໃນເວລານີ້ ປະທານາທິບໍດີທີ່ໄດ້ຖືກເລືອກໃຫ້ເຂົ້າຮັບຕຳແໜ່ງເປັນສະໄໝທີສອງ ໃໝ່ໆນັ້ນ ຈະມອງໄປຂ້າງໜ້າ ພ້ອມກັບຄວາມຄິດໃນໃຈທີ່ ມີຢ່າງເຕັມລົ້ນຂອງຄວາມຜິດ ພາດຕ່າງໆຂອງປະທານາທິບໍດີຄົນກ່ອນໆນັ້ນ.
XS
SM
MD
LG