ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ມີນາ ໒໐໒໓

ທ່ານໂອບາມາ ກ່າວເຕືອນບັນດາພໍ່ ໃນວັນພໍ່ ທີ 19 ມີຖຸນາ


ປະທານາທິບໍດີບາຣັກ ໂອບາມາ ກ່າວເຕືອນບັນດາພໍ່ ໃນຄໍາປາໄສປະຈໍາສັບປະດາ, ວັນເສົາ ທີ 18 ມິຖຸນາ 2011

ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ສະ​ເຫລີ​ມສະຫລອງທ້າຍ​ສັບປະ​ດາ​ວັນ​ພໍ່​ຢູ່ໃນ​ສະຫະລັດ​ ຄື​
ວັນ​ອາທິດ​ມື້​ນີ້ ດ້ວຍ​ການ​ກ່າວ​ເຕືອນ​ພວກ​ທີ່​ເປັນ​ພໍ່ທັງຫລາຍວ່າ ພວກ​ລູກ​ເຕົ້າ​ຂອງ​ເຂົາ​ເຈົ້າ
ຕ້ອງການ​ເວລາ​ຈາກ​ພວກ​ເຂົາເຈົ້າ​ແລະ​ຄວາມ​ຮັກ​ທີ່​ບໍ່​ເງື່ອນ​ໄຂ​ຫລາຍ​ກວ່າ​ສິ່ງ​ອື່ນ​ໃດ.

ໃນ​ການ​ກ່າວ​ປາ​ໄສ​ປະ​ຈໍາ​ສັບປະດາ​ຂອງ​ທ່ານ​ໄປ​ຍັງ​ປະຊາຊົນ​ທົ່ວ​ປະ​ເທດ​ໃນ​ວັນ​ເສົາ​ວ່າ​ນນີ້
ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ການ​ເຕີບ​ໃຫຍ່​ຂຶ້ນມາໂດຍບໍ່​ມີ​ພໍ່ນັ້ນ ​ໄດ້ຊຸກຍູ້​ໃຫ້​ທ່ານ​ເຮັດ​ວຽກ​ໜັກ
ແລະ​ດີ​ທີ່​ສຸດໃນ​ການ​ລ້ຽງພວກ​ລູກສາວ 2 ຄົນ​ຂອງ​ທ່ານ​ ຄືນາງ Malia ​ແລະ​ນາງ Sasha
ນັ້ນ.

ພໍ່​ແມ່​ຂອງ​ທ່ານ​ໂອ​ບາ​ມາ​ໄດ້​ແຍກ​ກັນ ເວລາ​ທ່ານ​ມີ​ອາຍຸ​ພຽງ 2 ຂວບ ​ແລະ​ກ່ອນ​ພໍ່​ຂອງ​ທ່ານ
ຈະເສຍ​ຊີວິດ​ໄປ​ນັ້ນ ທ່ານ​ໄດ້​ພົບ​ກັບ​ເພິ່ນອີກ​ພຽງ​ເທື່ອ​ດຽວ ເວລາ​ທ່ານ​ຍັງ​ເປັນ​ເດັກນ້ອຍໆ
ຢູ່. ສ່ວນ​ໃຫຍ່​ແມ່ນ​ພໍ່​ຕູ້​ແມ່ຕູ້ເປັນ​ຜູ້​ລ້ຽງດູ​ທ່ານ​ມາ​ໃນ​ລັດ​ຮາ​ວາຍ ຊຶ່ງ​ປະທານາທິບໍດີ​ກ່າວ​ວ່າ
ທ່ານ​ເຄີຍ​ຄິດ​ຢູ່​ສະ​ເໜີ​ວ່າ ຊີວິດ​ຂອງ​ທ່ານ​ຈະ​ເປັນ​ໄປ​ແນວ​ໃດ ຖ້າ​ຫາກ​ທ່ານ​ມີພໍ່ຢູ່​ເຮືອນ​ກັບ
ທ່ານ​ນັ້ນ.

ທ່ານ​ໂອ​ບາ​ມາ ກ່າວ​ວ່າ ທ່ານ​ໄດ້​ຮຽນ​ຮູ້​ວ່າ ພວກ​ລູກ​ເຕົ້າ​ຕ້ອງການຄວາມໝັ້ນຄົງສະ​ເໜີ​ຕົ້ນ​
ສະ​ເໝີ​ປາຍ​ແລະ​ລະບຽບວິ​ໄນຈາກ​ພໍ່​ແມ່​ເພື່ອ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ສ້າງ​ຕັ້ງຄວາມ​ຮູ້ສຶກ​ຮັບຜິດຊອບ
ຂອງ​ຕົນ​ເອງ.

XS
SM
MD
LG