ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ວ່າ ອິຣ່ານຈະສ້າງ ອາວຸດນິວເຄລຍໄດ້ ໃນອີກປະມານ ນຶ່ງປີ (ວີດິໂອກ່ຽວຂ້ອງ)


ປະທານາທິບໍດີ Barack Obama ຂະນະໃຫ້ສໍາພາດແກ່ ອົງການຂ່າວ ເອພີ ທີ່ຫ້ອງສະມຸດຂອງທໍານຽບຂາວ, ວັນທີ 4 ຕຸລາ 2013
ປະທານາທິບໍດີ Barack Obama ຂະນະໃຫ້ສໍາພາດແກ່ ອົງການຂ່າວ ເອພີ ທີ່ຫ້ອງສະມຸດຂອງທໍານຽບຂາວ, ວັນທີ 4 ຕຸລາ 2013
ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ການ
​ຕີ​ລາຄາທີ່​ອິງ​ໃສ່ຂໍ້​ມູນ​ສືບ​ລັບຂອງ​ສະຫະລັດ ບອກ​ວ່າຍັງ​ອີກ
“ປີນຶ່ງ ຫລື​ປີ​ປາຍ” ອິຣ່ານກໍຈະ​ສາມາດ​ສ້າງ​ອາ​ວຸດ​ນິວ​ເຄລຍ​
ໄດ້​ແລ້ວ.

ທ່ານ​ໂອ​ບາ​ມາ​ກ່າວ​ເຊ່ນ​ນັ້ນ ​ໃນ​ການ​ໃຫ້​ສໍາພາດ​ກັບ ອົງການຂ່າວ
AP ຊຶ່ງ​ທ່ານ​ໄດ້​ຍອມຮັບ​ວ່າ ການ​ຕີ​ລາຄາ​ດັ່ງກ່າວຂອງ​ສະຫະລັດ ​
ແມ່ນ​ຂ້ອນ​ຂ້າງ​ຈະ​ຕໍ່າກ່ວາ​ຂອງອິສຣາ​ແອ​ລ ທີ່​ກ່າວ​ວ່າ ອິຣ່ານມີ
​ຄວາມ​ສາມາດ​ທີ່​ຈະ​ສ້າງ​ອາວຸດ​ປາລະ​ມະນູ ​ໄດ້​ໄວ​ກ່ວາ​ນັ້ນ​ຫລາຍ.

ປະທານາທິບໍດີ​ໂອ​ບາ​ມາ ​ຍັງ​ໄດ້​ກ່າວ​ອີກ​ວ່າ ​ໂລກ​ຈະ​ຕ້ອງ​ໄດ້​ທົດ​ສອບ​ເບິ່ງວ່າ ປະທານາທິ
ບໍດີ​ອິຣ່ານ ທ່ານ Hassan Rouhani ນັ້ນ​ ​ເອົາ​ຈິງ​ເອົາ​ຈັງ​ແລະ​ມີ​ຄວາມ​ຈິງ​ໃຈ​ຫລື​ບໍ່ ​ຕໍ່ການ​ທີ່
​ຈະ​ແກ້​ໄຂ​ບັນຫາ​ນິວ​ເຄລຍຂອງ​ຕົນ ​ໃນ​ທາງ​ການ​ທູດ.

ທ່ານ​ໂອ​ບາ​ມາ​ໄດ້​ສະ​ແດງ​ຄວາມ​ເຫັນ​ດັ່ງກ່າວ ຫລັງ​ຈາກ​ທີ່​ໄດ້​ສົນທະນາ​ເປັນ​ເວລາ​ສັ້ນໆ ທາງ​ໂທລະສັບ ກັບ​ທ່ານ Rouhani ​ເມື່ອ​ວັນ​ທີ 20 ກັນຍາ​ຜ່ານ​ມາ ຊຶ່ງ​ເປັນການຕິດຕໍ່ພົວພັນ
ກັນໂດຍ​ກົງ​ເທື່ອ​ທໍາ​ອິດ ລະຫວ່າງ​ຜູ້​ນໍາ​ສູງ​ສຸດຂອງ​ປະ​ເທດ​ທັງ​ສອງ ໃນ​ໄລຍະ​ດົນ​ກ່ວາ 30 ປີ.

ວີດິໂອ: ອິຣ່ານຢາກໃຫ້ມີການຫລຸດຜ່ອນການລົງໂທດຕົນ ໃນຂະນະທີ່ມີ ການເຈລະຈາແກ້ໄຂ ບັນຫານິວເຄລຍຂອງຕົນ:

Iran Wants Sanctions Relief Amid New Nuclear Talks
please wait

No media source currently available

0:00 0:02:15 0:00
ລິງໂດຍກົງ
XS
SM
MD
LG