ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳກຸ່ມ Oath Keepers ຖືກຕັດສິນໂທດຈຳຄຸກ 18 ປີ ຍ້ອນບົດບາດ ໃນການໂຈມຕີ ເມື່ອວັນທີ 6 ມັງກອນ

 ແຟ້ມພາບ - ທ້າວສຕວດ ໂຣດສ໌ (Stewart Rhodes), ຜູ້ກໍ່ຕັ້ງກຸ່ມ Oath Keepers, ກາງ, ກ່າວໃນລະຫວ່າງການຊຸມນຸມປະທ້ວງຢູ່ນອກທໍານຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 25 ມິຖຸນາ 2017. ທ້າວ ໂຣດສ໌ ໄດ້ຖືກຕັດສິນໂທດຈຳຄຸກ 18 ປີ ສຳລັບບົດບາດຂອງລາວໃນວັນທີ 6 ມັງກອນ 2021, ໃນການໂຈມຕີຕຶກຫໍລັດຖະສະພາສະຫະລັດ

ທ້າວສຕວດ ໂຣດສ໌ (Stewart Rhodes), ຜູ້ກໍ່ຕັ້ງກຸ່ມທະ​ຫານ​ບ້ານ​ຕໍ່​ຕ້ານ​ລັດ​ຖະ​ບານ Oath Keepers, ແລະ ອະດີດຮ້ອຍໂທ ຖືກຕັດສິນລົງໂທດຈຳຄຸກ 18 ປີ ແລະ 12 ປີຕາມລຳດັບ ຍ້ອນບົດບາດຂອງພວກເຂົາເຈົ້າ ໃນການບຸກໂຈມຕີຕຶກ​ຫໍລັດຖະສະພາສະຫະລັດ​ຢ່າງຮຸນແຮງ ໃນວັນທີ 6 ມັງກອນ 2021.

​ການຕັດສິນຕໍ່​ທ້າວໂຣດສ໌ (Rhodes) ແມ່ນ​ເປັນ​ການ​ຕັດ​ສິນລົງໂທດ​ທີ່​ຍາວ​ທີ່​ສຸດ ທີ່ເຄີຍມີມາຈົນເຖິງປັດຈຸ​ບັນ ​ຕໍ່​ຈຳ​ເລີຍ​ ໃນ​ການ​ໂຈມ​ຕີ​ດັ່ງກ່າວ ໂດຍ​ຜູ້​ສະ​ໜັບ​ສະ​ໜູນ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍໂນລ ທຣໍາ (Donald Trump).

ໄອຍະການຕ້ອງການ​ຢາກ​ໃຫ້​ຕິດ​ຄຸກ 25 ປີສໍາລັບ ທ້າວ ໂຣດສ໌ (Rhodes) ແລະ 21 ປີສໍາລັບ ທ້າວເຄລລີ ເມັກສ໌ (Kelly Meggs), ຫົວໜ້າກຸ່ມກຳລັງທະ​ຫານ​ບ້ານຢູ່ລັດຟລໍຣີດາ (Florida). ​ການຕັດສິນລົງໂທດທີ່ຍາວທີ່ສຸດກ່ອນຫນ້ານີ້ແມ່ນ 14 ປີ.

ທ້າວໂຮດສ໌ (Rhodes) ແລະ ທ້າວ ເມັກສ໌ (Meggs) ໄດ້ຖືກ​ພົບ​ວ່າ​ມີ​ຄວາມ​ຜິດໃນເດືອນພະຈິກ ໃນຂໍ້ຫາສົມຮູ້ຮ່ວມຄິດປຸກລະດົມຕໍ່ຕ້ານລັດຖະບານສະຫະລັດ ໂດຍການນໍາພາການໂຈມຕີທີ່ນອງເລືອດ ໃນຂະນະທີ່ລັດຖະສະພາ ກໍາລັງກະກຽມເພື່ອຮັບຮອງໄຊຊະນະໃນການເລືອກຕັ້ງ ຂອງປະທານາທິບໍດີຄົນປັດຈຸບັນ ທ່ານ ໂຈ ໄບເດັນ ຕໍ່ ທ່ານ ທຣໍາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG