ລັດຖະມົນຕີການຕ່າງປະເທດຂອງອົງການບັນດາປະເທດ ໃນທະວີບອາເມຣິກາ ຫລື
OAS ຈັດປະຊຸມນັດພິເສດໃນວັນພຸດວານນີ້ເພື່ອຫາລືກ່ຽວກັບວິກິດການໃນປະເທດ
ເວເນຊູເອລາ ຫລັງຈາກທີ່ໄດ້ເກີດການປະທ້ວງແບບຮຸນແຮງ ທີ່ມີການໃຊ້ລະເບີດນ້ຳ
ຕາ ຢູ່ທີ່ນະຄອນຫຼວງກາຣາກາສ.
ມີຢ່າງໜ້ອຍ 60 ຄົນແລ້ວ ໄດ້ເສຍຊີວິດໃນການປະທ້ວງຕໍ່ຕ້ານລັດຖະບານສັງຄົມນິ
ຍົມຂອງປະທານາທິບໍດີ Nicolas Maduro ແລະກໍມີການຂາດແຄນນ້ຳມັນແອັດຊັງ
ຢາປົວພະຍາດ ແລະອາຫານທີ່ຈຳເປັນຕ່າງໆຢ່າງຮ້າຍແຮງ.
ພວກນັກການທູດທີ່ໄດ້ໄປເຕົ້າໂຮມກັນຢູ່ສຳນັກງານໃຫຍ່ຂອງອົງການ OAS ໃນນະ ຄອນຫຼວງວໍຊິງຕັນ ໂດຍທົ່ວໄປແລ້ວ ໄດ້ແບ່ງອອກເປັນສອງຝ່າຍດ້ວຍກັນຄືພວກທີ່
ກ່າວວ່າການແຊກແຊງຂອງນາໆຊາດແລະຂອງພູມີພາກແມ່ນຊ່ອງທາງດຽວເທົ່ານັ້ນ
ທີ່ຈະຍຸຕິຄວາມຮຸນແຮງໄດ້ ແລະພວກທີ່ຖົກຖຽງວ່າ ບໍ່ມີໃຜມີສິດທີ່ຈະແຊກແຊງເຂົ້າໃນກິດຈະການພາຍໃນ ຂອງປະເທດທີ່ມີອະທິປະໄຕໄດ້.
ລັດຖະມົນຕີການຕ່າງປະເທດບຣາຊີລ ທ່ານ Aloysio Nunes ກ່າວວ່າ ແມ່ນຫຍັງ
ທີ່ພວກເຮົາສາມາດເຮັດຮ່ວມກັນໄດ້ ເພື່ອສ້າງຄວາມແຕກຕ່າງ ເພື່ອຍື່ນມືໄປຫາປະ
ຊາຊົນຊາວເວເນຊູເອລາເພື່ອກອບກູ້ອິດສະຫະພາບຂັ້ນພື້ນຖານຂອງພວກເຂົາເຈົ້າ
ທ່ານໄດ້ຕັ້ງຄຳຖາມຕໍ່ບັນດາລັດຖະມົນຕີການຕ່າງປະເທດນຳກັນ.
ຜູ້ຕາງໜ້າຂອງນິກາຣາກວາ ທ່ານ Luis Alvarado ກ່າວວ່າ ລັດຖະບານຂອງທ່ານ
ແມ່ນປະຕິເສດຕໍ່ທຸກການດຳເນີນຄວາມພະຍາຍາມທີ່ຈະລົ້ມລ້າງສິດທິຂອງເວເນຊູ
ເອລາ ໂດຍເອີ້ນວ່າ ເປັນການລົງໂທດທາງການເມືອງ.
ທ່ານກ່າວວ່າ ບໍ່ມີຫຍັງສາມາດທຳໂທດຕໍ່ປະເທດເວເນຊູເອລາທີ່ຍິ່ງໃຫຍ່ແລະມີອະ
ທິປະໄຕ. ມັນເປັນສິ່ງຈຳເປັນທີ່ສິ່ງເຫລົ່ານີ້ຈະຕ້ອງຍຸຕິ.
ຮອງລັດຖະມົນຕີການຕ່າງປະເທດຂອງສະຫະລັດ ຮັບຜິດຊອບກ່ຽວກັບກິດຈະການ
ດ້ານການເມືອງທ່ານ Tom Shannon ປາກົດວ່າ ໄດ້ເອົາເສັ້ນທາງສາຍກາງ.
ສະພາຢູໂຣບກໍໄດ້ປະຊຸມກັນກ່ຽວກັບບັນຫາເວເນຊູເອລາ ທີ່ນະຄອນບຣັສເຊີລໃນ
ວັນພຸດວານນີ້.