ເບິ່ງວີດີໂອຂອງພະແນກພາສາອັງກິດພິເສດ ເພື່ອຮຽນຟັງແລະອ່ານ
ພາສາອັງກິດໄປພ້ອມ:
ເບິ່ງວີດີໂອພາສາລາວ:
ດົນຕີທໍານອງລູກທົ່ງມີຊື່ສຽງກໍຍ້ອນສຽງດົນຕີທີ່ບໍ່ຄືທໍານອງອື່ນໆ ແລະ ບໍ່ມີວົງດົນຕິີລູກທົ່ງວົງໃດ ທີ່ລື້ງຫູລື້ງຕາແຟນເພງລູກທົ່ງຫລາຍໄປກວ່າ ຄະນະ The Oak Ridge Boys. ວົງດົນຕີສີ່ຊາຍຄະນະນີ້ ປັດຈຸບັນແມ່ນຍັງສືບຕໍ່ປະເພນີທີ່ເຂົາເຈົ້າໄດ້ປະຕິບັດກັນມາເປັນເວລາ 60 ກວ່າປີແລ້ວ ພ້ອມກັບການນໍາອອກເຜີຍແຜ່ຜົນງານຊຸດທີ 31 ຂອງເຂົາເຈົ້າ ທີ່ເອີ້ນວ່າ “It’s Only Natural” ແປວ່າ “ມັນເປັນເລື່ອງທໍາມະດາ ເທົ່ານັ້ນເອງ”. Joe Bonsall ນັກຮ້ອງນໍາ ກ່າວກັບວີໂອເອວ່າ:
“ຄະນະ Oak Ridge Boys ຍັງຢູ່ ຢູ່ ຍັງພາກັນມີຄວາມມ່ວນຊຶ່ນ ແລະເຮັດ ເພງໃໝ່ໆອອກມາ. ສິ່ງທີ່ດີ ໆກໍາລັງເກີດຂື້ນເລື້ອຍໆ ແລະມັນເປັນກຽດ ທີ່ໄດ້
ໂອ້ລົມກັບທ່ານ.”
ຄະນະ Oak Ridge Boys ກໍາລັງສະຫລອງຄົບຮອບ 30 ປີ ຂອງເພງຍອດນິຍົມເພງ
ນຶ່ງ ໃນຈໍານວນຫລາຍໆເພງທີ່ດັງທີ່ສຸດຂອງເຂົາເຈົ້າ ດ້ວຍການອອກຜົນງານໃໝ່ຊຸດນີ້.
ເພງນັ້ນກໍຄືເພງ Elvira.
William Lee Golden ສະມາຊິກອີກຄົນນຶ່ງຂອງວົງ ກ່າວວ່າ:
“CD ຊຸດນີ້ ມີຫົກເພງ ທີ່ ເປັນເພງທີ່ພວກເຮົາ ເຄີຍຮ້ອງມາກ່ອນ ແລະໄດ້
ສ້າງຊື່ສຽງ ໃຫ້ຄະນະ Oak Ridge Boys ໂຮມທັງເພງ Elvira ແລະມີ
ເພງໃໝ່ໆ ອີກຫ້າເພງ. Elvira ໄດ້ເປັນເພງຍອດນິຍົມ ອັນດັບນຶ່ງຂອງດົນ
ຕີລູກທົ່ງ ເມື່ອ 30 ປີກ່ອນ ແລະຍັງໄດ້ຕິດຍອດນິຍົມອັນດັບນຶ່ງຂອງເພງທໍາ
ນອງ pop ກັບ rock and roll ນໍາ. ທຸກໆຄົນໃນອາເມຣິກາແມ່ນພາກັນ
ຮ້ອງເພງນີ້ ໄປກັບ Joe ແລະ ຄະນະ Oak Ridge Boys ໃນປີ 1981 ນັ້ນ.”
Elvira ໄດ້ນໍາລາງວັນ Grammy ສໍາລັບຜົນງານເພງລູກທົ່ງຍອດຍ້ຽມຂອງສິນລະປິນກຸ່ມ
ມາໃຫ້ວົງ Oak Ridge Boys ໃນປີ 1982 ແລະເປັນພຽງເພງນຶ່ງໃນຈໍານວນຫລາຍສິບ
ເພງຍອດນິຍົມຂອງວົງ ຕະຫລອດໄລຍະຫລາຍສິບປີຜ່ານມາ. ດ້ວຍຜົນສໍາເລັດແລະຜົນ
ງານຍອດຍ້ຽມຂອງເຂົາເຈົ້າທັງໜົດນັ້ນ ມັນຄົງຈະເປັນການຍາກທີ່ຈະເລືອກເອົາເພງໃດ
ເພງນຶ່ງ ຫລືຈຸດໃດຈຸດນຶ່ງ ເປັນຈຸດສຸດຍອດເນາະ? Joe Bonsall ເວົ້າວ່າ:
“ຂ້າພະເຈົ້າຢາກຈະເວົ້າວ່າ ການໄດ້ຖືກຮັບເອົາເຂົ້າໃນ Grand Ole Opry
ໂຮງມະຫໍລະສົບດົນຕີລູກທົ່ງອັນສູງສົ່ງຂອງອາເມຣິກາ ຫວ່າງບໍ່ນານມານີ້
ແມ່ນເປັນກຽດອັນສູງສົ່ງ. ແນ່ນອນວ່າ ພວກເຮົາໄດ້ຖືກເລື່ອນຊັ້ນຂື້ນມາຢູ່
ໃນລະດັບສູງສຸດ ແລະນັ້ນກໍແມ່ນລວມຢູ່ໃນບັນດາ ສິ່ງທີ່ປະເສີດສຸດທີ່ພວກ
ເຮົາໄດ້ພົບພໍ້ມາໃນອາຊີບຂອງພວກເຮົາ.”
ເບິ່ງວີດີໂອ ພາສາອັງກິດ:
ເຮັດຈັ່ງໃດ ວົງດົນຕີວົງນຶ່ງຈຶ່ງສາມາດຢູ່ນໍາກັນມາໄດ້ເຖິງ 70 ປີ? William Lee Golden ເວົ້າວ່າ:
“ຂ້າພະເຈົ້າຄິດວ່າ ດົນຕີມີພະລັງໃນການປີ່ນປົວ. ຂ້າພະເຈົ້າຄິດວ່າ ເວລາພວກ
ເຮົາມີຄວາມສາມາດຮ້ອງເພງໄດ້ຫລາຍ ເຮັດວຽກໄດ້ຫລາຍ ແລະເດີນທາງໄດ້
ຫລາຍ ຄືກັນກັບທີ່ ພວກເຮົາເຮັດນັ້ນ ແຫລະແມ່ນຜົນງານອັນສູງສຸດຂອງມື້ນັ້ນ
ຄືເວລາພວກຂ້າພະເຈົ້າຂື້ນເວທີຮ້ອງເພງນໍາກັນ. ດົນຕີ ມີອໍານາດປີ່ນປົວ ແລະ
ກໍມີພະລັງເຮັດໃຫ້ຮູ້ສຶກໜຸ່ມຂື້ນມາໃໝ່ໄດ້ອີກ ຄືກັນ.”
ເວລານີ້ ຄະນະ The Oak Ridge Boys ກໍາລັງຢູ່ໃນລະຫວ່າງເດີນທາງໄປສະແດງໃນ
ທົ່ວປະເທດ ເພື່ອສົ່ງເສີມຜົນງານຊຸດໃໝ່ “It’s Only Natural” ຂອງເຂົາເຈົ້າ ແລະຟັງ
ເບິ່ງແລ້ວ ເຂົາເຈົ້າແມ່ນບໍ່ມີເຈດຕະນາທີ່ຈະເຄື່ອນໄຫວຊ້າລົງ ຫລືເລີກລາໄປໃນອະນາຄົດ
ອັນໃກ້ນີ້ເລີຍ.