ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

New York Times ​​ວ່າ ຕົນ​ຈະ​ບໍ່​ປ່ຽນ​ແປງ ການ​ລົງ​ຂ່າວ ​ກ່ຽວ​ກັບ​ຈີນ


NYT CHINA
please wait
Embed

No media source currently available

0:00 0:00:46 0:00

ໜັງສື​ພິມ New York Times ​ໄດ້​ປະຕິຍານ​ວ່າ ຕົນ​ຈະ​ບໍ່​ປ່ຽນ
​ແປງ ການ​ລົງ​ຂ່າວ​ກ່ຽວ​ກັບ​ຈີນ ຫຼັງຈາກ​ປະທານ​ປະ​ເທດຈີນ
ທ່ານ Xi Jinping ປາກົດວ່າໃຫ້ການຢືນຢັນເຖິງ​ການ​ລົງ​ໂທດ
​ຕໍ່​ອົງການຂ່າວ​ຕ່າງປະ​ເທດ ທີ່ພິມ​ເຜີຍ​ແຜ່​ເລື້ອງລາວ​ສຳຄັນ​ຕ່າງໆ.

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ Xi ມີ​ຂຶ້ນ​ໃນ​ວັນ​ພຸດ​ວານ​ນີ້ ​ໃນ
ລະຫວ່າງ​ກອງປະຊຸມຖະ​ແຫຼ​ງຂ່າວ ຮ່ວມກັບປະທານາທິບໍດີ​
ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ທີ່ນະຄອນຫຼວງ​ປັກ​ກິ່ງ.
ເມື່ອ​ຖືກ​ຖາມໂດຍນັກ​ຂ່າວ​ ຂອງໜັງສື​ພິມ New York Times
​ວ່າ ເປັນ​ຫຍັງ ນັກຂ່າວ​ຕ່າງປະ​ເທດ​ຈຶ່ງ​ພົບກັບ​ຄວາມ​ຫຍຸ້ງຍາກ
ໃນ​ການໄດ້ຮັບ​ວີ​ຊາ? ຊຶ່ງ​ທ່ານ Xi ຕອບວ່າ ກໍເປັນຍ້ອນບັນດາ​ນັກ​ຂ່າວ​ທັງ​ຫຼາຍນັ້ນ​ລະ ​ໂດຍ​ກ່າວ​ວ່າ ອົງການຂ່າວຕ່າງໆ “ຈຳເປັນຕ້ອງໄດ້ເຊື່ອຟັງແລະປະຕິບັດ​ຕາມ​ກົດໝາຍ​ຂອງ​ຈີນ.” ​

ທ່ານ Xi ກ່່າວຜ່ານ​ນາຍ​ພາສາວ່າ: “​ເວລາລົດ​ເພ​ຢູ່ໃນ​ທ້ອງ​ຖະໜົນ ບາງ​ທີພວກ​ເຮົາ​ຄວນ​ຈະ​ອອກ​ຈາກ​ລົດ ​ເພື່ອ​ອອກ​ມາ​ສັ​ງ​ເກດ​ການ​ວ່າ ບັນຫາ​ຂອງ​ມັນ​ຄືຫຍັງ​ແທ້. ​ແລະ​ເວລາທີ່​ເຮົາ​ຮູ້​ວ່າ​ແມ່ນ​ຫຍັງ​ຄື​ບັນ​ຫາ​ນັ້ນ​ແລ້ວ ມັນ​ໜ້າ​ຈະ​ມີ​ເຫດຜົນ​ຂອງ​ມັນ​. ໃນພາສາຈີນ ພວກ​ເຮົາ​ມີ​ຄວາມ​ພັງ​ເພີຍທີ່​ວ່າ: ພັ​ກຝ່າຍ​ໃດ​ເປັນ​ຜູ້​ກໍ່​ເກີດ​ບັນຫາ​ຂຶ້ນ ພັກ​ຝ່າຍນັ້ນ ກໍຄວນ
ຈະເປັນ​ຜູ້ແກ້​ໄຂມັນ ສະ​ນັ້ນ​ບາງທີ ພວກ​ເຮົາ​ຄວນ​ຈະ​ມອງ​ເບິ່ງບັນຫານີ້ວ່າ ສາເຫດມັນ
ມາແຕ່ໃສ.”

ຈີນໄດ້ປະຕິເສດຊ້ຳແລ້ວຊ້ຳອີກບໍ່​ຍອມ​ອອກ​ວີ​ຊາ​ໃຫ້​ນັກ​ຂ່າວ​ຂອງ Times ​ແລະ​ກີດ​ກັນ​ບໍ່​ໃຫ້​ຜູ້ ຄົນເຂົ້າ​ເຖິງ​ website ​ທັງ​ພາສາ​ອັງກິດ​ແລະ​ພາສາ​ຈີນຂອງໜັງສືພິມດັ່ງກ່າວ. ການ​ເອົາ​ບາດ ກ້າວ​ທີ່​ວ່າ​ນີ້ ມີ​ຂຶ້ນ​ຫລັງຈາກ ​ແລະ​ຕີ​ຄວາມ​ໝາຍໄດ້ວ່າ ​ເປັນ​ການ​ຕອບໂຕ້ຕໍ່​ໜັງສືພິມ
ທີ່​ໄດ້​ພິມເຜີຍ​ແຜ່​ຫຼາຍໆ​ເລື້ອງ​ກ່ຽວ​ກັບ​ຄວາມ​ໝັ່ງຄັ່ງ ລ້ຳ​ລວຍຂອງ​ບັນດາ​ຜູ້ນຳ​ຈີນ​ແລະ​ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ.

​ໃນ​ຖະແຫຼງຂ່າວໃນວັນ​ພຸດ​ວານນີ້ ຄະນະ​ບັນນາທິການ​ຂອງໜັງສືພິມ Times ​ໄດ້​ກ່າວ​ວ່າ
ຂໍ້ຄວາມ​ຂອງ​ທ່ານ Xi ນັ້ນ ​ແມ່ນ​ແຈ້ງ​ຂາວທີ່​ວ່າ ທ່ານ​ໄດ້​ເຕືອນ​ບັນດາອົງການ​ຂ່າວ​
ຕ່າງປະເທດ​ວ່າ ບັນຫາ​ທັງຫຼາຍ​ທັງ​ປວງ​ນັ້ນ​ ແມ່ນ​ສ້າງ​ຂຶ້ນ​ດ້ວຍ​ຕົວເອງ ​ແລະ​ພວກ​ເຂົາ​ກໍ​ຈະ​ຖືກ​ລົງ​ໂທດ ຕໍ່​ການ​ທີ່​ໄດ້​ລາຍ​ງານ​ຂ່າວ ​ທີ່​ຈີນບໍ່ເຫັນດີນຳແລະ​ເປັນ​ຂ່າວ​ທີ່​ນອງ​ນັນ​ແລະ​ໂຕ້​ແຍ້​ງນັ້ນ.

​ຄະນະ​ບັນນາທິການ ​ໄດ້​ກ່າວ​ວ່າ ຕົນ​ບໍ່ມີ​ຈຸດປະສົງ​ທີ່​ຈະ​ປ່ຽນ​ແປງ ການ​ເກັບ​ກຳຂ່າວຂອງ
ຕົນ​ ເພື່ອ​ໃຫ້ຖືກໃຈຂອງ​ລັດຖະບານ​ໃດ​ໆ ຊຶ່ງ​ຮວມທັງຈີນ ສະຫະລັດ ຫຼື​ປະ​ເທດ​ອື່ນໃດ​ໃນ​ໂລກ ກໍຕາມ ໂດຍ​ຢືນຢັດວ່າ ຈະ​ບໍ່​ມີ​ອົງການຂ່າວທີ່​ໜ້າ​ເຊື່ອຖື​ໃດໆ ຈະເຮັດ​ແນວນັ້ນ.

XS
SM
MD
LG