ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ບີບບັງຄັບໃຫ້ ນັກຂ່າວ New York Times ອອກຈາກປະເທດ


Former French first ladies Carla Bruni-Sarkozy (left) and Valerie Trierweiler (right) stand with politicians and entertainment artists holding a banner that reads "Leaders, bring back our girls" during a demonstration near the Eiffel Tower in Paris, May 13, 2014.
Former French first ladies Carla Bruni-Sarkozy (left) and Valerie Trierweiler (right) stand with politicians and entertainment artists holding a banner that reads "Leaders, bring back our girls" during a demonstration near the Eiffel Tower in Paris, May 13, 2014.
ຈີນ​ໄດ້​ບີບບັງຄັບໃຫ້ນັກຂ່າວຂອງໜັງສືພິມ New York
Times
ຄົນ​ນຶ່ງ ຕ້ອງອອກຈາກ ປະ​ເທດ​ໄປ ລຸນຫລັງທີ່ບໍ່ໄດ້ຕໍ່
ວິຊາ​ໃຫ້ຜູ້ກ່ຽວ ຊຶ່ງເຮັດໃຫ້ມີການກ່າວຫາຄັ້ງໃໝ່ຕໍ່ລັດຖະບານ
ປັກກິ່ງວ່າ ທໍາການແກ້ແຄ້ນຕໍ່ສື່ມວນຊົນຕ່າງປະເທດ ຍ້ອນໄດ້
ລາຍ​ງານຂ່າວທີ່​ວິພາກ​ວິຈານ​ແລະ​ຕ້ອງ​ຕິ ພັກຄອມມີວນິສຈີນ.

ໜັງສືພິມ New York Times ເວົ້າວ່າ ນັກຂ່າວ Chris
Buckley “ໄດ້ຖືກບັງຄັບໃຫ້ ອອກຈາກຈີນແຜ່ນດິນໃຫຍ່” ໃນ
ວັນຈັນວານນີ້ ລຸນຫລັງທີ່ພວກເຈົ້າໜ້າທີ່ບໍ່ຍອມຕໍ່ວິຊາສໍາລັບ
ປີ 2013 ໃຫ້ຜູ້ກ່ຽວ ໃນທ້າຍປີຜ່ານມານີ້ ເຖິງແມ່ນວ່າ​ໄດ້ມີ
“ການຮ້ອງຂໍຫລາຍໆ ຄັ້ງ” ໂດຍໜັງສືພິມດັ່ງກ່າວ​ຂອງສະຫະ
ລັດກໍ​ຕາມ.

New York Times ຍັງເວົ້າອີກວ່າ ຫົວໜ້າຫ້ອງການຄົນ​ໃໝ່ຂອງຕົນປະຈຳ​ກຸງ​ປັກ​ກິ່ງ ທ່ານ Philip P. Pan ທີ່ໄດ້ຂໍວິຊາໃນເດືອນມີນາປີ​ກາຍ ກໍຍັງບໍ່ທັນໄດ້ຮັບການ​ອະນຸມັດ ຈົນຮອດ
ດຽວນີ້. ໜັງສືພິມນີ້ຍັງກ່າວອີກວ່າ ການ​ອອກວິຊາ​ແລະຂັ້ນຕອນໃນການອະນຸມັດ ຕາມປົກ
ກະຕິແລ້ວ ແມ່ນໃຊ້ເວລາພຽງແຕ່ສອງສາມອາທິດ ຫລື ສອງສາມເດືອນທໍ່ນັ້ນ.

ທ່ານ Jill Abramson ຫົວໜ້າບັນນາທິການໃຫຍ່ຂອງໜັງສືພິມ New York Times
ເວົ້າໃນຖະແຫລງການສະບັບນຶ່ງວ່າ ທ່ານນາງຫວັງວ່າ ປັກກິ່ງຈະອະນຸມັດ​ການອອກວິຊາ
ໃຫ້ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ​ເພື່ອໃຫ້ນັກຂ່າວທັງ​ສອງສາມາດສືບຕໍ່ເຮັດວຽກຂອງພວກ
ເຂົາເຈົ້າໄດ້.

ລັດຖະບານປັກກິ່ງ ໄດ້ສະກັດ​ກັ້ນບໍ່​ໃຫ້​ຜູ້​ຄົນ​ເຂົ້າ​ໄປ​ເບິ່ງເວັບໄຊຂອງໜັງສືພິມ New York
Times
ທັງພາສາອັງກິດ ແລະພາສາຈີນ ໃນເດືອຕຸລາຜ່ານມາ ລຸນຫລັງທີ່ໜັງສືພິມດັ່ງກ່າວ
ໄດ້ອອກຂ່າວ ທີ່ເປັນເລື້ອງນອງນັນຢ່າງໃຫຍ່ ທີ່ເວົ້າເຖິງລາຍລະອຽດຂອງຄວາມມັ່ງມີອັນ ມະຫາສານຂອງຄອບຄົວນາຍົກລັດຖະມົນຕີ Wen Jiabao ຕາມ​ທີ່​ໄດ້ມີ​ການ​ກ່າວ​ຫາກັນ
ນັ້ນ.
XS
SM
MD
LG