ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜັງ​ສື​ພິມ NYT ວ່າ ປຶ້ມ​ຂອງ​ ທ. ໂບ​ລ​ຕັນ ​ເວົ້າ​ວ່າ ປ. ທ​ຣຳ ກັກ​ເງິນ​ຊ່ອຍ​ເຫຼືອຢູ​ເຄ​ຣນ ໄວ້ ເພື່ອແລກ​ກັບ​​ການ​ສອບ​ສວນ ທ. ໄບ​ເດັນ


ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ​ຈອນ ໂບ​ລ​ຕັນ ນັ່ງ​ຟັງ ໃນ​ຂະ​ນະ​ທີ່ ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ໃນ​ລະ​ຫວ່າງ ກອງ​ປະ​ຊຸມ ​ຄະ​ນະ​ລັດ​ຖະ​ບານ ຢູ່​ທຳ​ນຽບ​ຂາວ ​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ​ວັນ​ທີ 9 ເມ​ສາ 2018.
ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ​ຈອນ ໂບ​ລ​ຕັນ ນັ່ງ​ຟັງ ໃນ​ຂະ​ນະ​ທີ່ ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ໃນ​ລະ​ຫວ່າງ ກອງ​ປະ​ຊຸມ ​ຄະ​ນະ​ລັດ​ຖະ​ບານ ຢູ່​ທຳ​ນຽບ​ຂາວ ​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ​ວັນ​ທີ 9 ເມ​ສາ 2018.

ບັນ​ດາ​ທະ​ນາຍ​ຄວາມ​ຂອງ​ທ່ານ ດໍ​ໂນ​ລ ທ​ຣຳ​, ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ໄດ້​ເລີ້ມ​ການ​ປ້ອງ​ກັນ​ທ່ານ​ອີກ​ໃນ​ວັນ​ຈັນ​ມື້ນີ້ ໃນ​ຂະ​ນະ​ທີ່​ພວກ​ສັງ​ກົດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ພະ​ຍານ​ຄົນ​ໃໝ່​ອີກ​ຄັ້ງ​ນຶ່ງ ຢູ່​ໃນ​ການ​ດຳ​ເນີນ​ຄະ​ດີ​ຢູ່ສະ​ພາ​ສູງ ພາຍ​ຫລັງ​ທີ່​ມີ​ເລື້ອງ​ທີ່​ປາ​ກົດ​ອອກ​ມາ ທີ່​ເວົ້າ​ວ່າ ທ່ານ​ທ​ຣຳ ບອກ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ໃນ​ຕອນນັ້ນວ່າ ທ່ານ​ຢາກ​ກັກ​ເງິນ​ຊ່ວຍ​ເຫລືອ​ ດ້ານ​ຄວາມ​ໝັ້ນ​ຄົງ​ແກ່ຢູ​ເຄ​ຣນໄວ້ ຈົນ​ກວ່າ​ປະ​ເທດ​ດັ່ງ​ກ່າວ​ຈະ​ເລີ້ມ​ເປີດ​ການ​ສືບ​ສວນ​ຄູ່​ແຂ່ງ​ຂອງ​ທ່ານທີ່ມາ​ຈາກພັກເດ​ໂມ​ແຄ​ຣັດເສຍ​ກ່ອນ.

ໜັງ​ສື​ພິມ New York Times ທຳ​ອິດໄດ້​ລາຍ​ງານ​ກ່ຽວ​ກັບ​ການ​ກ່າວ​ຫາ​ທີ່​ປາ​ກົດ​ວ່າ ຢູ່​ໃນ​ປຶ້ມ​ຂອງ​ທ່ານ ຈອນ ໂບລ​ຕັນ (John Bolton) ທີ່​ຈະ​ນຳ​ອອກ​ມາ​ເຜີຍ​ແຜ່​ໃນ​ວັນ​ອາ​ທິດ​ຈະ​ມາ​ເຖິງນີ້ ແລະ​ພວກ​ເຂົາ​ເຈົ້າ​ກໍ​ໄດ້ຮັບ​ການ​ຢືນ​ຢັນ​ໃນ​ເວ​ລາ​ຕໍ່​ມາ ຈາກ​ອົງ​ການ​ຂ່າວ​ອື່ນໆ ທີ່​ໄດ້​ເວົ້າ​ລົມ​ກັບຜູ້​ຄົນ​ທີ່​ມີ​ຄວາມ​ຄຸ້ນ​ເຄີຍ​ກັບ ປຶ້ມ​ດັ່ງ​ກ່າວ.

ທ່ານ ທຣຳ ປັດ​ຈຸ​ບັນ​ແມ່ນ​ກຳ​ລັງຖືກ​ດຳ​ເນີນ​ຄະ​ດີ ຢູ່​ໃນ​ສະ​ພາ​ສູງໃນ​ຫລາຍ​ກະທົງ​ ຢູ່​ໃນ​ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ກ່າວ​ຫາທ່ານ​ວ່າ ທ່ານ​ໄດ້​ກັກ​ເງິນຊ່ວຍ​ເຫລືອ​ຢູ​ເຄ​ຣນ 391 ລ້ານ ​ໂດ​ລາ​ໄວ້ ໃນ​ຂະ​ນະ​ທີ່ຜັກ​ດັນ​ໃຫ້ພວກ​ຜູ້​ນຳ​ຂອງ​ຢູ​ເຄ​ຣນເປີດ​ການ​ສອບ​ສວນ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ແລະ​ທິດ​ສະ​ດີທີ່ບໍ່​ມີ​ຫລັກ​ຖານ​ທີ່​ເວົ້າ​ວ່າ ມັນ​ແມ່ນ​ຢູ​ເຄ​ຣນທີ່​ໄດ້ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ຂອງ​ສະ​ຫະ​ລັດ​ໃນ​ປີ 2016, ບໍ່​ແມ່ນ​ຣັດ​ເຊຍ. ຂໍ້​ກ່າ​ຫ​າ​ກະ​ທົງ​ທີ​ສອງເວົ້າ​ວ່າ ທ່ານ ທຣຳໄດ້​ຂັດ​ຂວາງ​ລັດ​ຖະ​ສະ​ພາໂດຍໄດ້​ຫາ​ທາງຂັດ​ຂວາງ​ການ​ສືບ​ສວນ​ຕໍ່​ການ​ກະ​ທຳ​ຂອງ​ທ່ານ.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ປະ​ຕິດ​ເສດ​ຕໍ່​ຄຳ​ເວົ້າ​ຂອງ​ທ່ານ ໂບ​ລຕັນ ທີ່ກ່າວ​ຢູ່​ໃນ​ລາຍ​ງານນັ້ນ ໂດຍ​ຂຽນ​ຄຳ​ເວົ້າ​ຂອງ​ທ່ານ​ລົງ​ໃນ​ທວີດ​ເຕີ​ຫລາຍ​ອັນ ຕິດ​ຕໍ່​ກັນ​ໃນ​ຕອນ​ເດິກຂອງວັນ​ຈັນ​ມື້ນີ້.

ທ່ານ ທຣຳ ເວົ້າ​ວ່າ "ຂ້າ​ພະ​ເຈົ້າ ບໍ່​ເຄີຍບອກຈອນ ໂບ​ລ​ຕັນ (John Bolton) ວ່າ ​ເງິນ​ຊ່ວຍ​ເຫລືອ​ແກ່ຢູເຄຣນແມ່ນ​ຜູກ​ມັດ​ໃສ່​ກັນ​ກັບ​ການທຳ​ການ​ສືບ​ສວນ ຕໍ່ພວກ​ເດ​ໂມ​ແຄ​ຣັດ, ລວມ​ທັງ​ພວກ​ຕະ​ກຸນ​ໄບ​ເດັນເລີຍ. ທີ່​ຈິງ​ແລ້ວ, ລາວບໍ່​ເຄີຍ​ສະ​ແດງ​ຄວາມ​ຂັດ​ຂ້ອງໃຈ​ຫຍັງ​ເລີຍ​ກ່ຽວ​ກັບ​ເລື້ອງນີ້ໃນ​ຕອນທີ່​ລາວຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ​ນັ້ນ. ຖ້າ​ຫາກຈອນ ໂບ​ລ​ຕັນ ເວົ້າ​ແນວນີ້ ກໍ​ມີ​ແຕ່​ລາວຢາກ​ຂາຍ​ປຶ້ມ​ຂອງ​ລາວ​ເທົ່າ​ນັ້ນຫລະ.”

ທະ​ນາຍ​ຄວາມ​ຂອງ​ທ່ານ ຈອນ ໂບ​ລ​ຕັນ ເວົ້າ​ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງວ່າ ເນື້ອ​ໃນ​ຂອງ​ປຶ້ມນັ້ນ ໄດ້​ຖືກ​ສົ່ງ​ໄປ​ຫາ​ສະ​ພາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ໃນ​ເດືອນ​ກ່ອນ ເພື່ອ​ໄປ​ຜ່ານ​ການ​ທົບ​ທວນກວດ​ກາ​ຕາມ​ມາດ​ຕະ​ຖານ​ເບິ່ງຂໍ້​ມູນທີ່​ເປັນ​ຄວາມ​ລັບ ກ່ອນ​ຈະ​ໃຫ້​ນຳ​ມັນ​ອອກ​ເຜີຍ​ແຜ່​ໄດ້.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG