ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນະຄອນນິວຢອກ ຈະຍົກເລີກ ສັນຍາຕ່າງໆ ກັບອົງການທຸລະກິດຂອງ ທ່ານທຣຳ


ປະທານາທິບໍດີ ດໍໂນລ ທຣຳ ເດີນທາງໄປຮອດທີ່ການຈັດໂຮມຊຸມນຸມ ເພື່ອກ່າວຖະແຫລງ ໃນວັນພຸດ ທີ 6 ມັງກອນ 2021, ໃນນະຄອນຫຼວງວໍຊິງຕັນ. (AP Photo/Jacquelyn Martin)
ປະທານາທິບໍດີ ດໍໂນລ ທຣຳ ເດີນທາງໄປຮອດທີ່ການຈັດໂຮມຊຸມນຸມ ເພື່ອກ່າວຖະແຫລງ ໃນວັນພຸດ ທີ 6 ມັງກອນ 2021, ໃນນະຄອນຫຼວງວໍຊິງຕັນ. (AP Photo/Jacquelyn Martin)

ນະຄອນນິວຢອກ ທີ່ເປັນຖິ່ນຖານຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ ຕົນຈະຍົກເລີກສັນຍາຕ່າງໆ ກັບອົງກອນທຸລະກິດຂອງທ່ານ ຍ້ອນການກໍ່ຈະລາຈົນໂດຍພວກສະໜັບສະໜຸນທ່ານທຣຳ ເມື່ອອາທິດແລ້ວນີ້ຢູ່ລັດຖະສະພາ.

“ນະຄອນນິວຢອກ ຈະບໍ່ມີສ່ວນພົວພັນກັບພວກທີ່ກະທໍາສິ່ງບໍ່ສາມາດໃຫ້ອະໄພ ໃນຮູບແບບໃດໆ ຫຼືໃນວິທີທາງໃດໄດ້” ທ່ານບີລ ເດີ ບລາຊີໂອ ເຈົ້າຄອງນະ ຄອນນິວຢອກ ໄດ້ກ່າວໄປໃນວັນພຸດວານນີ້ ໃນຖະແຫລງການຢ່າງເປັນທາງການ. ທ່ານເດີ ບລາຊີໂອ ໄດ້ກ່າວວ່າ ທ່ານໄດ້ເລີ້ມຂັ້ນຕອນຂອງ “ການຍົກ ເລີກສັນຍາທຸກອັນ” ເພື່ອດຳເນີນການມ້າໝຸນແລະເດີ່ນຫຼິ້ນສະເກັດນ້ຳກ້ອນສອງແຫ່ງ ໃນສວນສາທາລະນະຢູ່ໃຈກາງນິວຢອກ ຫຼື Central Park ທີ່ສ້າງລາຍໄດ້ໃຫ້ແກ່ບໍລິສັດຂອງທ່ານທຣຳ ປະມານ 17 ລ້ານໂດລາຕໍ່ປີ.

ລູກຊາຍຂອງທ່ານ ຄືທ່ານແອຣິກ ໄດ້ກ່າວປະນາມການເຄື່ອນໄຫວດັ່ງກ່າວ ແລະໄດ້ກ່າວວ່າ ມັນຈະຖືກທ້າທາຍທາງດ້ານກົດໝາຍ.

ທ່ານແອຣິກ ໄດ້ກ່າວວ່າ “ຍັງເປັນໂຕຢ່າງອີກອັນນຶ່ງຂອງການຂາດຄວາມສາມາດແລະການບໍ່ສົນໃຈນຳຄວາມຈິງ ຂອງເຈົ້າຄອງ ເດີ ບລາຊີໂອ.” ທ່ານກ່າວອີກວ່າ “ນະຄອນນິວຢອກ ບໍ່ມີສິດທາງດ້ານກົດໝາຍ ທີ່ຈະຍຸຕິສັນຍາໃດໆຂອງພວກເຮົາ ແລະຖ້າພວກເຂົາເລືອກທີ່ຈະດຳເນີນຕໍ່ໄປ ພວກເຂົາຈະຕ້ອງຈ່າຍເງິນໃຫ້ອົງກອນທຣຳ 30 ລ້ານໂດລາ. ອັນນີ້ບໍ່ແມ່ນຫຍັງເລີຍ ນອກເໜືອໄປຈາກ ເລື້ອງການຈຳແນກທາງດ້ານການເມືອງ ແລະພວກເຮົາມີແຜນທີ່ຈະຕໍ່ສູ້ຢ່າງເຖິງທີ່ສຸດ.”

ການຕັດສິນໃຈຂອງທ່ານເດີ ບລາຊີໂອ ແມ່ນໂຕຢ່າງຄັ້ງຫຼ້າສຸດຂອງຜົນກະທົບໃນທາງລົບ ຈາກການກໍ່ຈະລາຈົນ ໃນວັນທີ 6 ມັງກອນ ໂດຍພວກສະໜັບສະໜຸນທ່ານທຣຳ ຕໍ່ກິດຈະການທຸລະກິດສ່ວນຕົວຂອງທ່ານປະທານາທິບໍດີ. ການປະກາດດັ່ງກ່າວໄດ້ມີຂຶ້ນສາມວັນ ຫຼັງຈາກທີ່ສະມາຄົມນັກຕີກັອຟອາຊີບຂອງອາເມຣິກາ ຫຼື PGA ໄດ້ລົງຄະແນນສຽງ ເພື່ອຍ້າຍການແຂ່ງຂັນຕີກັອຟຊີງແຊ້ມຂອງ PGA ອອກໄປຈາກສະໜາມກັອຟ ຂອງທ່ານທຣໍາ ໃນລັດນິວເຈີຊີ ນັ້ນ.

ສ່ວນບໍລິສັດ ໂຊປີຟາຍ ກ່ອນໜ້ານີ້ ໄດ້ປິດຮ້ານຄ້າທາງອອນໄລນ໌ທີ່ເປັນເຄືອຄ່າຍກັບປະທານາທິບໍດີຜູ້ທີ່ກຳລັງຖືກໂຈມຕີ ໃນຂະນະດຽວກັນ ທວິດເຕີ້ ແລະແອັປສື່ສັງຄົມອື່ນໆ ກໍໄດ້ປິດບັນຊີຂອງທ່ານເຊັ່ນກັນ.

ໃນວັນທີ 6 ມັງກອນ ທ່ານທຣຳ ຂໍຮ້ອງຕໍ່ພວກສະໜັບສະໜຸນຫຼາຍພັນຄົນ ຜູ້ທີ່ໄດ້ເຂົ້າມາໃນນະຄອນຫຼວງວໍຊິງຕັນ ເພື່ອ “ການເດີນຂະບວນຊ່ອຍຮັກສາອາເມ ຫຼື Save America March” ໄປຍັງຕຶກລັດຖະສະພາສະຫະລັດ ໃນຂະນະທີ່ບັນດາສະມາຊິກສະພາທັງຫຼາຍ ເລີ້ມຕົ້ນການຢັ້ງຢືນຢ່າງເປັນທາງການຕໍ່ໄຊຊະ ນະ ການເລືອກຕັ້ງໃນວັນທີ 3 ພະຈິກ ຂອງທ່ານໂຈ ໄບເດັນ ທີ່ໄດ້ຖືກເລືອກໃຫ້ເປັນປະທານາທິບໍດີຄົນໃໝ່.

ທ່ານທຣຳ ໄດ້ກ່າວຕໍ່ພວກທີ່ໄປໂຮມຊຸມນຸມວ່າ “ພວກເຈົ້າຈະມີປະທານາທິບໍດີ ທີ່ບໍ່ຖືກຕ້ອງ. ອັນນັ້ນແມ່ນສິ່ງທີ່ພວກເຈົ້າຈະມີ ແລະພວກເຮົາບໍ່ສາມາດທີ່ຈະປ່ອຍໃຫ້ອັນນັ້ນເກີດຂຶ້ນ. ພວກເຮົາຕໍ່ສູ້ຄືກັບນະຮົກ ແລະຖ້າພວກເຈົ້າບໍ່ຕໍ່ສູ້ຄືກັບນະຮົກ ພວກເຈົ້າຈະບໍ່ມີປະເທດອີກຕໍ່ໄປ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG