ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນະຄອນ ນິວຢອກ ຮັດແໜ້ນການຮັກສາ ຄວາມປອດໄພ ສຳລັບການເລືອກຕັ້ງ


ນະຄອນ New York ສ່ວນໃຫຍ່ແລ້ວ ກໍຍັງຄຶກຄື້ນຢູ່ຄືເກົ່າ ໃນວັນອາທິດວານນີ້ ຊຶ່ງອີກ ພຽງສອງມື້ນີ້ເທົ່ານັ້ນ ເມືອງນີ້ກໍຈະເປັນເຈົ້າພາບ ຄ່ຳຄືນແຫ່ງການຈັດເຕົ້າໂຮມຊຸມນຸມ ສຳລັບຜູ້ສະໝັກ ຈາກພັກການເມືອງໃຫຍ່ໆ ທັງທ່ານນາງ Hillary Clinton ຈາກພັກເດ ໂມແຄຣັດ ແລະ ທ່ານ Donald Trump ຈາກພັກຣີພັບບລີກັນ.

ມັນບໍ່ຄ່ອຍເກີດຂຶ້ນເລື້ອຍໆ ທີ່ຜູ້ສະໝັກທີ່ສຳຄັນທັງສອງທ່ານຈະຕັ້ງສຳນັກງານໃຫຍ່ຂອງ ຕົນ ຢູ່ໃນເມືອງດຽວກັນ ໃນມື້ເລືອກຕັ້ງ. ແລະ ນະຄອນ New York ກໍເປັນໜຶ່ງເມືອງ ໃນ ມື້ສຸດທ້າຍ ຂອງວົງຈອນການເລືອກຕັ້ງ ທີ່ມີການເວົ້າສຽດສີກັນຢ່າງແບ່ງແຍກທັງ ມີຄວາມ ຂົມຄື່ນທີ່ສຸດ ໃນຄວາມຊົງຈຳຂອງການເລືອກຕັ້ງທີ່ຜ່ານມາ.

ໄດ້ມີການສົນທະນາກັນເຖິງເລື່ອງທີ່ອາດຈະເປັນໄປໄດ້ວ່າ ຈະມີການຂົ່ມຂູ່ຜູ້ມີສິດປ່ອນ ບັດອອກສຽງ ຢູ່ທີ່ໜ່ວຍເລືອກຕັ້ງທັງຫຼາຍ ແລະ ພວກທີ່ສະໜັບສະໜູນທ່ານ ທຣຳ້ ໄດ້ຂູ່ ວ່າຈະລຸກຮືຂຶ້ນ ຖ້າຜູ້ສະໝັກຂອງພວກເຂົາເຈົ້າເສຍໄຊ.

ຍິ່ງໄປກວ່ານັ້ນ ບັນດາເຈົ້າໜ້າທີ່ຂັ້ນລັດຖະບານກາງ ແລະຂັ້ນລັດ ກໍແມ່ນກຳລັງກວດ ສອບເບິ່ງຂໍ້ມູນລັບ ວ່າ ກຸ່ມ al-Qaida ວ່າກຳລັງວາງແຜນກໍ່ການຮ້າຍໃສ່ໜ່ວຍເລືອກຕັ້ງ ປະທານາທິບໍດີ ໃນມື້ເລືອກຕັ້ງ ຫຼື ກ່ອນໜ້າການເລືອກຕັ້ງ ຫຼືບໍ່.

ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ ເປົ້າໝາຍທີ່ອາດເປັນໄປໄດ້ ປະກອບດ້ວຍ ລັດ New York, Virginia ແລະ Texas.

ບັນດາເຈົ້າໜ້າທີ່ ຂອງນະຄອນ New York ກ່າວວ່າ ພວກເພິ່ນກຳລັງປະເມີນຄວາມເຊື່ອ ຖືໄດ້ ຂອງການຂົ່ມຂູ່ຕ່າງໆ ແລະ ຈະຮັບເອົາລາຍງານຂອງຂໍ້ມູນລັບ ຢ່າງເອົາຈິງເອົາຈັງ. ເຖິງຢ່າງໃດກໍຕາມ ເຈົ້າຄອງນະຄອນ New York ທ່ານ Bill De Blasio ກໍໄດ້ກ່າວວ່າ ການຂົ່ມຂູ່ບໍ່ແມ່ນເລື່ອງໃໝ່ເລີຍ ແລະ ມັນບໍ່ຈະແຈ້ງວ່າ ມັນໜ້າເຊື່ອຖືໄດ້ຫຼາຍປານໃດ.

ບັນດາພົນລະເມືອງ ໄດ້ຖືກແຈ້ງໃຫ້ຊາບວ່າ ຄາດວ່າຈະມີເຈົ້າໜ້າທີ່ຕຳຫຼວດ ອອກມາມີ ໜ້າຢ່າງຫຼວງຫຼາຍ ໃນສອງສາມມື້ຈະມາເຖິງນີ້.

ໃນຂະນະທີ່ມີການສະເຫຼີມສະຫຼອງການແຂ່ງຂັນແລ່ນ ມາຣາທອນ ເກີດຂຶ້ນ ໃນວັນອາທິດ ວານນີ້ ບັນດາເຈົ້າໜ້າທີ່ີຮັກສາຄວາມປອດໄພ ກໍໄດ້ປະຈຳການຢູ່ຕາມເສັ້ນທາງຂອງ 5 ຕົວເມືອງທີ່ໃຊ້ໃນການແຂ່ງຂັນດັ່ງກ່າວ. ເຖິງແມ່ນວ່າ ໄດ້ຍົກລະດັບ ການມີໜ້າຂອງບັນ ດາເຈົ້າໜ້າທີ່ຕຳຫຼວດ ແລະ ການປິດເສັ້ນທາງຫຼາຍສາຍກໍຕາມ ແຕ່ການແຂ່ງຂັນ ມາຣາ ທອນ ຄັ້ງທີ 40 ກໍໄດ້ດຳເນີນໄປຢ່າງຮຽບຮ້ອຍດີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG