ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອາດມີການຂາຍຮຸ້ນຂອງ Empire State Building ຕຶກຫລັກເມືອງຂອງນີວຢ໊ອກ (ເບິ່ງວີດິໂອ ລາວ-ອັງກິດ)


ອາດມີການຂາຍຮຸ້ນຂອງ Empire State Building ຕຶກຫລັກເມືອງຂອງນີວຢ໊ອກ (ເບິ່ງວີດິໂອ ລາວ-ອັງກິດ)
ອາດມີການຂາຍຮຸ້ນຂອງ Empire State Building ຕຶກຫລັກເມືອງຂອງນີວຢ໊ອກ (ເບິ່ງວີດິໂອ ລາວ-ອັງກິດ)

ການ​ຂາຍ​ຂົວ Brooklyn ​ໃນ​ນີວຢ໊ອກ ​ແມ່ນ​ອ້າງ​ເຖິງ​ສຳນວນ​ຄໍາເວົ້າ​ຂອງຊາວ​ອາ​ເມຣິກັນ ກ່ຽວ​ກັບ​ພວກ​ຄົນ​ຄົດ​ໂກງ​ຜູ້​ທີ່​ຈະ​ຊື້​​ໄດ້​ຈາກການ ຫລອກລວງ​ຂອງ​ພວກ​ນັກ​ສິນລະປິນ​ທີ່ ​ສະ​ເໜີ​ຂາຍ​ຮຸ້ນ​ປອມ​ໃນ​ສະຖານ​ທີ່ ສໍາຄັນ​ທີ່​ປະຊາຊົນ​ເປັນ​ເຈົ້າຂອງ. ແຕ່​ພວກ​ຮຸ້ນຂອງສະ ຖານທີ່ໆເປັນສັນ ຍາລັກທີ່ສຳຄັນອີກແຫ່ງນຶ່ງ ໃນນະຄອນດັ່ງກ່າວ ​ເຊັ່ນ​ຕຶກສູງ Empire State Building ນັ້ນ​ອາດ​ກາຍມາ​ເປັນ​ເລຶ່ອງຈິງໄດ້. ຜູ້ສື່ຂ່າວວີໂອເອມີລາຍງານກ່ຽວກັບ ເລື່ອງນີ້ຈາກນິວຢ໊ອກ ດັ່ງທອງ​ປານ ຈະນຳມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ

ເບິ່ງວີດິໂອພາສາລາວ:

ຕຶກ​ເອມພາຍສ​ເຕດ ຄອງ​ຕໍາ​ແໜ່​ງ​ຕຶກທີ່​ສູງ​ທີ່​ສຸດ​ຂອງ​ໂລກ​ ເປັນເວລາຫລາຍກວ່າ 40 ປີ
ຫລັງ​ຈາກ​ການ​ກໍ່ສ້າງ​ສໍາ​ເລັດ​ລົງ​ໃນ​ປີ 1931. ຄອບຄົວ Malkin ​ເປັນ​ເຈົ້າຂອງ​ຕຶກ​ດັ່ງກ່າວ
​ມາ​ໄດ້​ສິບ​ປີຜ່ານມາ ​ໂດຍ​ຊື້​ໃນ​ລາຄາ​ຫລາຍ​ກວ່າ 57 ລ້ານ​ໂດ​ລາ ສໍາ​ຫລັບ​ສະຖານ​ທີ່​ສໍາຄັນ
ແຫ່ງ​ນີ້. ​ແຕ່​ໃນ​ອາທິດນີ້ ຄອບຄົວ Malkins ​ໄດ້​ຍື່ນ​ຄໍາ​ຮ້ອງ​ກັບ​ກໍາມະການ​ຫລັກ​ຊັບ ​ໂດຍ
​ໃຫ້​ຂໍ້​ຊີ້​ແຈງ​ວ່າ​ພວກ​ເຂົາ​ເຈົ້າຢາກ​ປ່ຽນ​ຕຶກ​ນີ້ເປັນ​ບໍລິສັດ​ອະສັງຫາລິມມະຊັບ ທີ່ມະຫາຊົນ
ຊື້ຂາຍຮຸ້ນໄດ້​ນັ້ນ.

ລາຍ​ລະອຽດ​ກ່ຽວ​ກັບ​ເລຶ່ອງນີ້​ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອແຕ່​ນາງ Teresa Martin ຜູ້​ກໍ່
ຕັ້ງ​ສະມາຄົມ​ການ​ລົງທຶນ​ດ້ານ​ອະສັງຫາລິມມະຊັບ​ໃນ​ນີວຢ໊ອກ ຍິນ​ດີ​ກັບ​ໂອກາດ​ນີ້ ​ເຖິງ
ແມ່ນ​ນາງ​ຈະ​ຍັງ​ສົງ​ໄສ​ຢູ່​ວ່າ ​ດ້ວຍ​ເຫດ​ໃດ​ຄອບຄົວ Malkins ນີ້ ​ຈຶ່ງ​ສະເໜີ​ຕຶກ​ນີ້​ໃຫ້ມະຫາ
ຊົນຊື້ຂາຍຮຸ້ນໄດ້​.

“ອາດເປັນ​ເພາະວ່າ​ພວກ​ຄອບຄົວ​ນີ້​ເດືອດຮ້ອນ ​ແລະ​ຢາກ​ຈະ​ຫາລາຍ​ໄດ້​ບາງ​
ຢ່າງ. ​ແຕ່​ມັນ​ອາດ​ພຽງ​ໝາຍ​ເຖິງ​ວ່າ​ພວກ​ເຂົາ​ເຈົ້າຢາກຂະຫຍາຍ​ ແລະ​ຕ້ອງ
ການ​ເງິນ​ມາລົງທຶນ ​ເພື່ອ​ຈິງໆ​ແລ້ວ​ເຮັດ​ໃນສິ່ງ​ທີ່ ພວກ​ເຂົາ​ເຈົ້າມອງ​ການ​ໄກ​
ໃນ​ທັດສະນະ​ຂອງ​ເຂົາ​ເຈົ້າທີ່​ຈະ​ເຮັດ​ຈະ​ທໍານັ້ນ.”

ພວກ​ຄົນ​ທໍ​າງານ​ຕາມ​ຫ້ອງການ​ຕ່າງໆ​ໃນ​ຕຶກ​ເອມພາຍ​ສະ​ເຕດ ບໍ່​ຍອມ​ທີ່ ຈະ​ໃຫ້​ຄໍາ​ເຫັນ
ໃດໆ​ຕໍ່​ໜ້າ​ກ້ອງຖ່າຍຮູບ ກ່ຽວ​ກັບຄວາມ​ເປັນ​ໄປ​ໄດ້​ໃນ​ການ​ສະ​ເໜີ​ຂາຍ​ຮຸ້ນ​ຂອງ​ຕຶກ​ນີ້.
ແຕ່​ຫລັງ​ກ້ອງຖ່າຍຮູບ​ແລ້ວ ຫລາຍໆ​ຄົນຈົ່ມ​ທຸກ​ເລຶ່ອງການ​ບໍລິການ​ບັນໄດ​ອູ່ໄຟຟ້າຫລື​ລີ​ຟ
ບໍ່​ດີ ບໍ່​ມີ​ຫ້ອງ​ນໍ້າ​ພຽງພໍ ​ແລະ​ການ​ບໍລິການ​ດ້ານ​ອື່ນໆ​ໃນ​ຕຶກ​ອາຍຸ 80 ປີ​ຫລັງ​ນີ້. ຄອບ
ຄົວ Malkins ​ໄດ້​ໃຊ້​ເງິນ​ສ້ອມ​ແປງ​ຕຶກ​ຫລັງ​ນີ້ໄປ​ແລ້ວ​ປະມານ 500 ລ້ານ​ໂດລາ ​ໂຮມ​ທັງ
ປ່ຽນ​ປ່ອງອ້ຽມ​ໃໝ່​ຫລາຍ​ກວ່າ 6,500 ປ່ອງ ​ເພື່ອ​ປະຢັດ​ພະລັງງານ.

ນາງ Teresa Martin ຫລິງ​ເຫັນ​ວ່າ​ຕຶກ​ເອມພາຍ ສ​ເຕດ ນີ້​ເປັນ​ໂອກາດ ອັນ​ດີ​ສໍາລັບ​ປະ
ຊາຊົນ​ທີ່​ຈະ​ລົງທຶນ​ຫລັກ​ຊັບ​ແບບ​ຫລາກ​ຫລາຍ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້.

ຖ້າມີ​ຄົນ​ບອກ​ວ່າ​ຂ້ອຍ​ສາມາດ​ຊື້ໄດ້​ໃນ​ລາຄາ 10 ​ໂດ​ລາ​ຕໍ່​ຮຸ້ນ ​ແລະຂ້ອຍ​ຈະໄດ້​
ຮອດ 100 ຮຸ້ນບໍ່? ​ແມ່ນ​ແລ້ວຂ້ອຍ​ຈະ​ໄດ້​ປະມານສອງ​ແສນ​ໂດ​ລາ​ບໍ່ ບາງທີອາດ​
ບໍ່​ໄດ້​ດອກ ​ແຕ່​ຂ້ອຍ​ຈະ​ໄດ້ນຶ່ງ​ຢ່າງ.

ປົກກະຕິ​ແລ້ວ ​ຕຶກ​ຈະໂອ​ບ​ອ້ອມ​ດ້ວຍ​ໄຟ​ແສງ​ສີ​ໃນ​ຍາມ​ກາງຄືນ ​ເພື່ອ​ສະຫລອງ​ງານ​ຕ່າງໆ
ຫລືກິ​ດຈະ​ການ​ອື່ນໆ. ໜັງສືພິມ New York Times ​ໄດ້​ອ້າງ​ເອົາ​ຄໍາ​ເວົ້າຄົນ​ນຶ່ງ​ທີ່​ຄຸ້ນ
ເຄີຍ​ກັບ​ຂໍ້​ຕົກລົງ​ທີ່​ເວົ້າວ່າ ຄົນສ່ວນ​ຫລາຍ​ຄາດ​ກັນ​ວ່າ ​ຕຶກ​ນີ້​ຕົກ​ແຕ່ງ​ໃຫ້​ເປັນ​ສີ​ຂຽວ ຊຶ່ງ
ເປັນ​ສີ​ເງິນຕາ ຂອງ​ສະຫະລັດ ຖ້າ​ຫາກ​ຮຸ້ນໃນ​ຕຶກ​ເອມພາຍ​ຂາຍ​ທອດ​ໃຫ້​ມະຫາຊົນ​ໄປ.

ເບິ່ງວີດິໂອລາຍງານຂ່າວເປັນພາສາອັງກິດ:

XS
SM
MD
LG