ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜັງສືພິມ ນິວຢອກໄທມ໌ ກ່າວວ່າ ທ່ານ ທຣຳ ຈ່າຍພາສີລາຍ ໃຫ້ສະຫະລັດ 750 ໂດລາ ໃນປີ 2016 ແລະ 2017


ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວຢູ່ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 27 ກັນຍາ, 2020.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວຢູ່ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 27 ກັນຍາ, 2020.

ເປັນເວລາເກືອບ 4 ປີແລ້ວຫຼັງຈາກທີ່ທ່ານ ດໍໂນລ ທຣຳ ໃນເວລານັ້ນຍັງເປັນຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຢູ່ ໄດ້ປະເຊີນກັບຄຳຖາມຕ່າງໆ ກ່ຽວກັບ ການຈ່າຍພາສີລາຍໄດ້ຂອງທ່ານ, ບັນຫາດັ່ງກ່າວໄດ້ກັບຄືນມາເປັນບັນຫາ ໃນແຖວໜ້າຂອງການເລືອກຕັ້ງປີ 2020 ອີກ ໃນຂະນະທີ່ທ່ານ ທຣຳ ແລະ ຜູ້ທ້າຊິງເອົາຕຳແໜ່ງສັງກັດພັກເດໂມແຄຣັດ ທ່ານ ໂຈ ໄບເດັນ ກຽມ ພ້ອມສຳລັບການໂຕ້ວາທີຄັ້ງທຳອິດຂອງພວກເພິ່ນໃນຄືນວັນອັງຄານນີ້.

ໜັງສືພິມ New York Times ໄດ້ເຜີຍແຜ່ລາຍລາຍງານຍາວອອກທາງອອນໄລນ໌ໃນວັນອາທິດທີ່ຜ່ານມາໄດ້ສະແດງໃຫ້ເຫັນວ່າ ທ່ານ ທຣຳ, ມະຫາເສດຖີພັນລ້ານ ຜູ້ທີ່ມັກຈະເວົ້າໂອ້ອວດ ກ່ຽວ ກັບ ຄວາມສະຫຼຽວສະຫຼາດທາງທຸລະກິດຂອງທ່ານນັ້ນ, ໄດ້ຈ່າຍພາສີລາຍໄດ້ພຽງ 750 ໂດລາໃນປີ 2016, ເຊິ່ງແມ່ນປີທີ່ທ່ານໄດ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ, ແລະ ປີ 2017,ເຊິ່ງແມ່ນ ປີທຳອິດທີ່ທ່ານໄດ້ເຂົ້າດຳລົງຕຳແໜ່ງ.

ໜັງສືພິມໄດ້ກ່າວວ່າ ເຂົາເຈົ້າໄດ້ທົບທວນພາສີລາຍໄດ້ຂອງທ່ານ ທຣຳ ໃນໄລຍະ 2 ທົດສະວັດທີ່ຜ່ານມາ ແລະ ມັນໄດ້ສະແດງໃຫ້ເຫັນວ່າ ຜູ້ມີອິດທິພົນດ້ານອະສັງຫາລິມະຊັບ, ຜູ້ຈັດລາຍການຊີ ວິດຈິງໃນໂທລະພາບ ແລະ ຕອນນີ້ເປັນນັກການເມືອງນັ້ນ ໄດ້ສູນເສຍເງິນຫຼາຍຮ້ອຍລ້ານໂດລາ ໃນຂໍ້ຕົກລົງດ້ານທຸລະກິດຂອງທ່ານ ທີ່ໄດ້ອະນຸຍາດໃຫ້ທ່ານຕັດລາຍໄດ້ອອກ ແລະ ບໍ່ຈ່າຍພາສີ ໃນ 10 ຈາກ 15 ປີ ກ່ອນທີ່ທ່ານຈະລົງແຂ່ງຂັນເອົາຕຳແໜ່ງໃນທຳນຽບຂາວ. ທັງໝົດນັ້ນ ໜັງສືພິມໄດ້ກ່າວວ່າ ທ່ານ ທຣຳ ບໍ່ໄດ້ຈ່າຍພາສີລັດຖະບານກາງ 11 ຈາກ 18 ປີທີ່ເຂົາເຈົ້າໄດ້ກວດກາ.

ທ່ານ ທຣຳ, ບໍ່ຄືປະທານາທິບໍດີ ສະຫະລັດ ຄົນອື່ນໆໃນ 5 ທົດສະວັດທີ່ຜ່ານມາ, ໄດ້ປະຕິເສດທີ່ຈະເປີດເຜີຍການເສຍພາສີຂອງທ່ານ, ໂດຍເວົ້າວ່າມັນກຳລັງຢູ່ພາຍໃຕ້ການກວດກາໂດຍອົງການພາສີຂອງປະເທດ, ເຊິ່ງແມ່ນອົງການເກັບພາສີຂອງປະເທດ ຫຼື IRS, ແຕ່ແນວໃນກໍຕາມອົງການ IRS ເວົ້າວ່າເຂົາ ເຈົ້າບໍ່ໄດ້ຫ້າມການເປີດເຜີຍໂດຍຜູ້ເສຍພາສີຂອງເຂົາເຈົ້າ.

ເມື່ອຖືກຖາມ ກ່ຽວກັບ ລາຍງານດັ່ງກ່າວ, ທ່ານ ທຣຳ ໄດ້ເອີ້ນມັນວ່າ “ຂ່າວປອມຢ່າງສິ້ນເຊີງ.”

ໜັງສືພິມ New York Times ໄດ້ລາຍງານໃນໄລຍະ 2 ທົດສະວັດທີ່ຜ່ານມາວ່າ:

ຫຼັງຈາກໄດ້ບວກລົບຄູນຫານການຊົດໃຊ້ເງິນຂະໜາດໃຫຍ່, ຄ່າເສຍພາສີລັດຖະບານກາງຂອງລາວໂດຍສະເລ່ຍແມ່ນ ນຶ່ງລ້ານສີ່ແສນໂດລາຕໍ່ປີ.

ທ່ານ ທຣຳ ມີລາຍໄດ້ 73 ລ້ານໂດລາຈາກລາຍໄດ້ຕ່າງປະເທດໃນລະຫວ່າງ ສອງປີທຳອິດໃນການດຳລົງແຕ່ງຂອງທ່ານ.

ທ່ານປະທານາທິບໍດີມີໜີ້ສິນຫຼາຍກວ່າ 400 ລ້ານໂດລາ, ເຊິ່ງຈຳນວນສ່ວນຫຼາຍນັ້ນ ຈະຄົບກຳນົດຊົດໃຊ້ໃນອີກສີ່ປີຂ້າງໜ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG