ວັນພຸດມື້ນີ້ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຈະໄປຢ້ຽມຢາມລັດນີວເຈີຊີ ຊຶ່ງເປັນລັດທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກຈາກພາຍຸ Sandy ໃນຂະນະທີ່ປະຊາຊົນໃນເຂດດັ່ງກ່າວ ກໍາລັງດິ້ນຮົນຂົນ ຂວາຍ ເພື່ອຟື້ນຕົວຄືນຈາກໄພພິບັດທໍາມະຊາດນຶ່ງທີ່ຮ້າຍແຮງທີ່ສຸດ ທີ່ເຄີຍປະທະຂົງເຂດດັ່ງກ່າວ.
ທ່ານໂອບາມາ ແລະທ່ານ Chris Christie ຜູ້ປົກຄອງລັດນີວເຈີຊີ ຊຶ່ງຜູ້ ນຶ່ງເປັນເດໂມແຄຣທແລະຜູ້ນຶ່ງເປັນຣີພັບບລິກັນ ຊຶ່ງປົກກະຕິຈະບໍ່ລົງຮອຍ ກັນດີປານໃດນັ້ນຄາດວ່າຈະໄປກວດກາເບິ່ງຄວາມເສຍຫາຍຮ່ວມກັນແລະ ກໍຂອບໃຈຕໍ່ບັນດາທີມງານກູ້ໄພສຸກເສີນໃນການດຳເນີນຄວາມພະຍາຍາມຂອງພວກເຂົາເຈົ້າ. ເມື່ອວັນອັງຄານວານນີ້ ທ່ານ Christie ໄດ້ກ່າວຍ້ອງຍໍລັດຖະບານຂອງທ່ານໂອບາມາ ໃນສິ່ງທີ່ທ່ານເວົ້າວ່າ ເປັນການຮັບມືທີ່ດີເລີດ ກັບລົມພາຍຸ Sandy ທີ່ແຮງທີ່ສຸດນັ້ນ.
ໃນຂະນະທີ່ໜ່ວຍກູ້ໄພຂອງກອງທັບ ແລະພວກຄົນງານບໍລິການສາທາລະ ນະຈໍານວນ ຫຼວງຫຼາຍເລິ່ມປະຕິບັດງານເພື່ອມ້ຽນມັດຄວາມເສຍຫາຍເພພັງ ຈາກພາຍຸແຊນດີ ກໍມີຮ່ອງຮອຍຕ່າງໆທີ່ສະແດງໃຫ້ຮູ້ວ່າ ຂົງເຂດຝັ່ງຕາເວັນອອກຂອງສະຫະລັດ ທີ່ໄດ້ຮັບຄວາມເສຍຫາຍຢ່າງຮຸນແຮງທີ່ສຸດນັ້ນ ກໍາລັງເລີ່ມຟື້ນຕົວຄືນສູ່ສະພາບປົກກະຕິແລ້ວ.
ຕະຫຼາດຮຸ້ນໃນນະຄອນນິວຢອກຈະເປີດບໍລິການຊື້ຂາຍໃນວັນພຸດມື້ນີ້ ຫຼັງ ຈາກໄດ້ປິດມາເປັນເວລາສອງມື້ ທີ່ບໍ່ຄ່ອຍຈະເກີດມີຂຶ້ນນັ້ນ. ສະໜາມບິນສອງໃນສາມແຫ່ງໃຫຍ່ຂອງນີວຢ໊ອກ ກໍຈະເລິ່ມເປີດບໍລິການໃນຂອບເຂດຈໍາກັດ ແຕ່ສະໜາມບິນນານາຊາດແຫ່ງທີ່ສາມ ຄື LaGuardia ຍັງປິດຢູ່ ຍ້ອນນໍ້າຖ້ວມ.
ສະໜາມບິນ ການບໍລິການທາງລົດໄຟ ແລະການຂົນສົ່ງສາທາລະນະ ກໍກໍາລັງເປີດ ບໍລິ ການຄືນໃນຫົວເມືອງອື່ນໆ ທີ່ຢູ່ໃນເຂດແຄມຝັ່ງທະເລກໍ້າຕາເວັນອອກຂອງສະຫະລັດ.
ປະທານາທິບໍດີໂອບາມາ ໄດ້ປະກາດໃຫ້ລັດນີວຢ໊ອກ ແລະນີວເຈີຊີ ເປັນ ລັດທີ່ປະສົບໄພພິບັດຢ່າງໃຫຍ່ຫຼວງ ເພື່ອຈະໄດ້ຮັບເງິນຊ່ອຍເຫຼືອຂອງລັດຖະບານກາງຈໍານວນ ຫຼາຍພັນລ້ານໂດລາ ສຳລັບຊັບສິນທີ່ຖືກເສຍຫາຍໄປໃນເຂດຝັ່ງຕາເວັນອອກ.
ພາຍຸແຊນດີ ໄດ້ເອົາຊີວິດຜູ້ຄົນໄປແລ້ວຢ່າງໜ້ອຍ 45 ຄົນໃນຂົງເຂດອະເມຣິກາເໜືອ. ພາຍຸດັ່ງກ່າວໄດ້ຖະຫຼົ່ມຊາຍຝັ່ງລັດນີວເຈີຊີເມື່ອຕອນແລງວັນຈັນຜ່ານມານີ້ ຊຶ່ງນັບວ່າ ເປັນພາຍຸເຂດຮ້ອນທີ່ມີພະລັງແຮງທີ່ສຸດທີ່ພາໃຫ້ເກີດນໍ້າຖ້ວມໃຫຍ່ເກີດໄຟໄໝ້ ແລະ ໄຟຟ້າມອດ ທີ່ຍັງຜົນໃຫ້ນະຄອນ ນີວຢ໊ອກຕ້ອງເປັນອໍາມະພາດຂາດນໍ້າຂາດໄຟ.