ທຸກໆປີ ບັນດາຜູ້ຜະລິດລົດຍົນ ຈາກທົ່ວໂລກ ໄດ້ພາກັນໄປ
ເຕົ້າໂຮມກັນຢູ່ທີ່ນະຄອນ New York ເພື່ອນຳເອົາພວກລົດ
ຍົນລຸ້ນຫລ້າສຸດ ແລະໃໝ່ອ່ຽມສຸດຂອງພວກຕົນ ອອກມາວາງ
ສະແດງ. ງານສະແດງ ລົດຍົນ ໃນປີນີ້ ສະທ້ອນເຖິງສະພາບ
ຂອງຜູ້ຂັບລົດໃນປັດຈຸບັນນີ້ ທີ່ຮູ້ຈັກດີເລື້ອງເທັກໂນໂລຈີ ດັ່ງນັ້ນ
ລົດຈະມີລະບົບອັນໃໝ່ໆ ຫຼາຍຢ່າງ ທີ່ກ່ຽວພັນກັບການເຊື່ອມ
ໂຍງການຄວບຄຸມດ້ວຍໂທລະສັບສະຫລາດ ແລະ ການປະຕິບັດ
ງານດ້ວຍຄອມພິວເຕີ້ ໃນດ້ານຄວາມປອດໄພ. Daniela Schrier
ຜູ້ສື່ຂ່າວວີໂອເອ ລາຍງານຈາກສູນວາງສະແດງສິນຄ້າ Javits
ທີ່ນະຄອນ New York ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ.
ເບິ່ງວີດີໂອ ລາຍງານນີ້ ເປັນພາສາລາວ:
ທີ່ງານສະແດງລົດຍົນນາໆຊາດ ຢູ່ນະຄອນ New York ປະຈຳປີ 2015 ນັ້ນ ການປະກາດ ອັນຍິ່ງໃຫຍ່ສຸດ ກ່ຽວກັບຫຼາຍສິ່ງຫຼາຍຢ່າງ ແມ່ນຈະແຈ້ງຢ່າງບໍ່ຕ້ອງສົງໄສ ວ່າເປັນເລື້ອງ ຂອງຄວາມກ້າວໜ້າ ດ້ານເທັກໂນໂລຈີ.
ທ່ານ Kumal Galhotra ປະທານບໍລິສັດ Lincoln ເວົ້າວ່າ “ຖ້າຫາກວ່າ ເຈົ້າສາມາດ
ມອງເຫັນໄດ້ແຈ້ງດີ ໃນຕອນຄ່ຳມືດ ໂດຍໃຊ້ເທັກໂນໂລຈີ ຂອງຕາໄຟ? ຖ້າຫາກ
ວ່າ ລົດຊ່ອຍເຈົ້າ ເຂົ້າຈອດ ຫຼື ຖອຍອອກຈາກບ່ອນຈອດ ທີ່ແຄບໆ ຕ່າງໆໄດ້?
ຖ້າຫາກວ່າ ເຈົ້າບໍ່ຕ້ອງຈື່ຈຳ ບ່ອນໃດ ທີ່ເຈົ້າຈອດມັນໄວ້ ອີກຕໍ່ໄປ?”
ເທັກໂນໂລຈີໃໝ່ໆ ຊຶ່ງສ່ວນຫຼາຍ ເຊື່ອມຕໍ່ລົດ ກັບຄົນຂັບຜ່ານ ທາງໂທລະສັບສະຫລາດ.
ແອັປ ຂອງລົດ Lincoln ຈະອຳນວຍໃຫ້ບັນດາຄົນຂັບ ຕິດຈັກລົດໄດ້ ໂດຍຢູ່ຫ່າງໄກ
ເປີດການຄວບຄຸມສະພາບອາກາດພາຍໃນລົດໄດ້ ຫຼື ແມ່ນກະທັງ ນຳພາໄປຫາລົດ ຢູ່ໃນ
ບ່ອນຈອດທີ່ແອອັດ.
ລົດ Toyota Morai ລຸ້ນໃໝ່ ກ້າວໄປອີກຂັ້ນນຶ່ງ ເພື່ອຮັກສາໄວ້ການເຊື່ອມຕໍ່ລົດ ກັບຄົນ
ຂັບ ໃນປັດຈຸບັນນີ້ ທີ່ຄອບງຳໂດຍໂທລະສັບສະຫລາດນັ້ນ.
ທ່ານນາງ Maggie Clark ນັກຊ່ຽວຊານດ້ານສິນຄ້າ ຂອງ Toyota Motor ເວົ້າວ່າ
“ລົດຍົນຄັນນີ້ ທີ່ມີ ຈສີ ຫຼື qi ແລ້ວບັດນີ້ ມັນຄື ການສາກຖ່ານໂທລະສັບ ໂດຍ
ປາດສະຈາກສາຍໄຟ ດັ່ງນັ້ນ ເຈົ້າສາມາດສາກໂທລະສັບຂອງເຈົ້າ ແບບປາດ
ສະຈາກສາຍສຽບ ຢູ່ໃນລົດຄັນນີ້. ສະນັ້ນ ເຈົ້າບໍ່ຕ້ອງການສຽບສາຍໄຟໃດໆ
ເລີຍ ພຽງແຕ່ຕັ້ງໂທລະສັບ ໃສ່ເທິງແຜ່ນສາກນັ້ນເອງ.”
ແຕ່ແນວໂນ້ມດ້ານເທັກໂນໂລຈີ ທີ່ຍິ່ງໃຫຍ່ທີ່ສຸດ ຂອງປີ 2015 ແມ່ນການປະສົມປະສານ
ລະຫວ່າງເທັກໂນໂລຈີ ແລະ ດ້ານຄວາມປອດໄພເຂົ້າກັນ ເພື່ອຫລຸດຜ່ອນ ການສູນເສຍ
ຊີວິດ ໃນລະຫວ່າງການຂັບລົດຍົນນັ້ນ.
ທ່ານ Jesse Ortega ຫົວໜ້າຝ່າຍວິສະວະກຳ ຂອງ Chevrolet Malibu ເວົ້າວ່າ
“ພວກເຮົາມີລະບົບອັນນຶ່ງ ບ່ອນທີ່ທຳງານກ່ຽວກັບ ການກວດຫາ ຄົນຍ່າງ.
ຖ້າຫາກຄົນຍ່າງ ກ້າວອອກມາ ທາງດ້ານໜ້າຂອງລົດ ມັນກໍຈະສາມາດຮັບຮູ້
ໄດ້ເລີຍ ແລະ ເຕືອນຄົນຂັບ. ແລະຖ້າຫາກວ່າ ຄົນຂັບ ບໍ່ສະແດງ ປະຕິກິລິຍາ
ແນວໃດແລ້ວ ມັນກໍຈະຢຸດລົດ ໃນທັນທີ.”
ໃນຂະນະທີ່ ການຕິດຕາມກວດກາເບິ່ງ ກ່ອນຈະເກີດອຸບັດເຫດຕຳກັນ ໂດຍສ່ວນຫຼາຍ
ແລ້ວ ລະບົບນີ້ ແມ່ນຈະມີຢູ່ ໃນລົດລາຄາແພງ ລຸ້ນຫລູຫລາ ສ່ວນ Chevrolet ແລະອື່ນໆ
ໄດ້ເລີ້ມຕົ້ນ ເຊື່ອມໂຍງລະບົບດັ່ງກ່າວ ເຂົ້າໃນລົດທຸກໆ ລຸ້ນໃນແຖວໜ້າ ຂອງພວກຕົນ.
Toyota ວາງແຜນ ທີ່ຈະໃຫ້ ລົດທຸກໆລຸ້ນ ທັງໝົດຂອງຕົນ ຕິດຕັ້ງດ້ວຍ ລະບົບຄວາມຮູ້ສຶກ ດ້ານຄວາມປອດໄພ ຫຼື Toyota Safety Sense ພາຍໃນໄລຍະ 2 ປີຂ້າງໜ້ານີ້ກ່ອນທີ່ຈະ
ນຳເອົາອອກມາ. Toyota ປະເມີນລາຄາຂອງລະບົບດັ່ງກ່າວນີ້ ພຽງ 500 ດອນລາເທົ່ານັ້ນ.
ທ່ານ Bill Fey ຜູ້ຈັດການໃຫຍ່ ພະແນກການຂາຍຂອງ Toyota Motor ເວົ້າວ່າ
“ມັນຈະເປັນຊຸດປະກອບດ້ວຍ ລະບົບຄວາມປອດໄພຕ່າງໆ ທີ່ແຕກຕ່າງກັນ
ເປັນຕົ້ນວ່າ ລະບົບການກວດກາຕິດຕາມເບິ່ງກ່ອນເກີດອຸບັດເຫດ ທີ່ມີໃຫ້ເລືອກ
ພ້ອມກັນກັບການເຕືອນວ່າມີລົດຢູ່ໃນເສັ້ນທາງອີກເສັ້ນນຶ່ງຫຼືບໍ່. ພວກເຮົາຈະ
ຊ່ອຍເຫຼືອ ບັນດາຄົນຂັບລົດຂອງພວກເຮົາ ໃຫ້ມີຄວາມປອດໄພຫຼາຍຂຶ້ນ ພວກ
ເຮົາຈະຊ່ອຍເຫຼືອພວກຄົນຍ່າງຕາມທ້ອງຖະໜົນ ແລະ ມັນຈະຊ່ອຍເຫຼືອ ພວກ
ເຮົາເຄື່ອນຍ້າຍໄປສູ່ສະພາບແວດລ້ອມ ບ່ອນທີ່ພວກເຮົາຈະໃຫ້ມີ ການສູນເສຍ
ຊີວິດ ເຫຼືອຢູ່ສູນ ຊຶ່ງເປັນຄວາມຫວັງ ໃນມື້ນຶ່ງ ຈາກການນຳໃຊ້ການເຄື່ອນຍ້າຍ
ດ້ວຍຍວດຍານພາຫະນະ.”
ບັນດານັກຊ່ຽວຊານດ້ານອຸດສາຫະກຳລົດຍົນ ກ່າວວ່າ ການແຂ່ງຂັນໃນເລື້ອງລະບົບຕ່າງໆ
ທີ່ລ້ຳໜ້ານັ້ນ ໄດ້ຊຸກຍູ້ໃຫ້ບັນດາຜູ້ຜະລິດລົດ ຍົນ ພະຍາຍາມຄົ້ນຄວ້າຫາ ເທັກໂນໂລຈີ ທີ່
ມະນຸດໄດ້ຈິນຕະນາການ ຢາກໃຫ້ມີ ແລະ ໃນຫຼາຍໆກໍລະນີ ເພື່ອໃຫ້ຫລຸດຜ່ອນຄວາມສ່ຽງ ຂອງການສູນເສຍຊີວິດ ໃນລະຫວ່າງການຂັບຂີ່ລົດນັ້ນ.
Every year, auto manufacturers from around the world descend on New York to show off their latest and greatest cars. This year's show reflected the tech-savvy nature of today's driver with many new features related to connectivity, smart phone controls and computerized safety functionality.Daniela Schrier reports from New York's JavitsCenter.
At the 2015 New York International Auto Show, many of the biggest announcements had a decidedly technological slant.
(KUMAL GALHOTRA, PRESIDENT, LINCOLN)
"What if you could see better at night aided by headlight technology? What if the car helped you park into tight spaces? What if it helped you park out of tight spaces? What if you never had to remember where you parked?"
Much of the new technology connects car and driver via smart phone.
Lincoln's app will let drivers start a car remotely, turn on the climate control or even track it down in a crowded parking lot.
The new Toyota Morai goes another step in keeping today's cell phone-obsessed drivers connected.
(MAGGIE CLARK, PRODUCT SPECIALIST, TOYOTA MOTOR)
"This vehicle now has qi ((pron: CHEE)) wireless charging so you can actually charge your cellphone wirelessly, in the vehicle. So you don't need to plug in into any wires, simply set it on a charging pad."
But the biggest tech trend of 2015 marries technology and safety to reduce driving fatalities.
(JESSE ORTEGA, CHIEF ENGINEER, CHEVROLET MALIBU)
"We have a system where it does pedestrian detection.If a pedestrian steps out in front of the car it recognizes them and alerts the driver.And if the driver doesn't react it will stop the car."
While pre-collision monitoring has been mostly a high-end luxury feature, Chevrolet and others have begun to integrate it across their line-up.
Toyota plans to roll out Toyota Safety Sense on all its models over the next two years.It projects the feature's price will be just five hundred dollars.
(BILL FEY, GENERAL MANAGER, TOYOTA MOTOR SALES)
"It will be a suite of a couple of different safety features, primarily a pre-collision system that will be available along with a lane detection alert.// We'll help our drivers be safer, we'll help pedestrians, and it will help us move toward an environment where we will have zero fatalities hopefully one day from the mobility of vehicles."
Industry experts said competition around cutting-edge features has spurred manufacturers to keep pushing the envelope with technology that captures the imagination and, in many cases, reduces the risk of driving fatalities.