ໄອຍະການເກົາຫລີໃຕ້ໄດ້ກ່າວຫາລູກສາວຂອງປະທານສາຍ
ການບິນເກົາຫລີວ່າ ລະເມີດກົດໝາຍຄວາມປອດໄພການບິນ
ແລະຂັດຂວາງການສືບສວນຂອງລັດຖະບານ ຫຼັງຈາກທີ່ທ່ານ
ນາງໄດ້ກໍ່ໃຫ້ເກີດເຫດການ ໃນອັນທີ່ເອີ້ນວ່າ ຄວາມບໍ່ພໍໃຈ
ຢ່າງແຮງໃນການເສີບໝາກຖົ່ວ macademia ຫຼື “nut rage”
ຢູ່ເທິງເຮືອບິນນັ້ນ.
ທ່ານນາງ Heather Cho ອະດີດຜູ້ບໍລິຫານແລະຫົວໜ້າພະແນກ
ໃຫ້ບໍລິການເທິງເຮືອບິນໄດ້ຖືກຟ້ອງໃນວັນພຸດມື້ນີ້ ໃນເຫດເກີດ
ທີ່ຂຶ້ນເມື່ອວັນທີ 5 ທັນວາຜ່ານມານີ້ ຊຶ່ງທ່ານນາງໄດ້ເປັນສາເຫດ
ພາໃຫ້ມີການຊັກຊ້າຂອງຖ້ຽວບິນ ແລະທວງ ໃຫ້ຫົວໜ້າຂອງ
ພະນັກງານໃຫ້ບໍລິການເທິງອາກາດລາອອກ ເພາະວ່າ ລາວໄດ້ເສີບໝາກຖົ່ວ macade-
mia ໃສ່ຖົງ ແທນທີ່ຈະໃສ່ຈານ.
ທ່ານນາງ Cho ໄດ້ລາອອກຈາກສາຍການບິນ ແລະໄດ້ຂໍຂະມາໂທດຕໍ່ສາທາລະນະຊົນແລ້ວ. ທ່ານນາງໄດ້ຢູ່ໃນການດູແລຂອງສານນັບຕັ້ງແຕ່ວັນທີ 30 ທັນວາ ເປັນຕົ້ນມາ ຫຼັງຈາກທີ່ໄດ້ມີການລົງຄວາມເຫັນວ່າ ທ່ານນາງໄດ້ພາໃຫ້ຖ້ຽວບິນມີຄວາມສ່ຽງ ຫຼືບໍ່ກໍຈະທຳລາຍຫຼັກຖານ.
ຮອງຫົວໜ້າໄອຍະການ ທ່ານ Kim Chang-hee ໄດ້ບອກກັບພວກນັກຂ່າວໃນວັນພຸດມື້ນີ້ວ່າ ທ່ານນາງ Cho ໄດ້ຂົ່ມຂູ່ທີ່ຈະທຳລາຍຄວາມປອດໄພຂອງເຮືອບິນ ດ້ວຍອາລົມໂມໂຫໂທໂສຂອງທ່ານນາງ. ທ່ານ Kim ຍັງໄດ້ກ່າວຕື່ມວ່າ ພະນັກງານຂອງສາຍການບິນໃນປະຈຸບັນນີ້ ໄດ້ຖືກກ່າວຫາວ່າທຳລາຍຫຼັກຖານ ແລະລົບກວນການສືບສວນຂອງລັດຖະບານ.
ເຈົ້າໜ້າທີ່ຂອງກະຊວງຄົມມະນາຄົມ ທ່ານນຶ່ງ ກໍໄດ້ຖືກກ່າວຫາເຊັ່ນກັນ ໃນຖານເປີດເຜີຍລາຍລະອຽດຂອງການສືບສວນທີ່ວ່ານີ້.