ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ແນວ​ໂຮມ Nusra ທວງ​ໃຫ້ ​ລຶບຊື່ຕົນ ອອກຈາກ ບັນຊີດຳ ສ​ປ​ຊ (ສະ​ໄລ​ດ໌/ວີດີໂອ)


ນັກລົບຜູ້ນຶ່ງ ​ຂອງກຸ່ມຫົວ​ຮຸນ​ແຮງ Nusra
ນັກລົບຜູ້ນຶ່ງ ​ຂອງກຸ່ມຫົວ​ຮຸນ​ແຮງ Nusra

ຜູ້​ບັນຊາ​ການ​ທະຫານ Fiji ກ່າວ​ວ່າ ພວກ​ຫົວ​ຮຸນແຮງ​ທີ່​ເປັນ
ເຄືອຂ່າຍຂອງ al-Qaida ​ໃນຊີ​ເຣຍໄດ້​ຕັ້ງ​ຂໍ້ຮຽກຮ້ອງທີ່ພວກ
​ເຂົາ​ຕ້ອງການໃຫ້​ປະຕິບັດຕາມກ່ອນ​ທີ່ພວກເຂົາຈະປ່ອຍ​ກໍາ
ລັງ​ຮັກສາ​ສັນຕິພາບສະຫະ​ປະຊາ​ຊາດ 45 ຄົນ ທີ່ເປັນທະຫານ
Fiji ນັ້ນ​.

ນາຍ​ພົນ​ຈັດຕະວາ Mosese Tikoitoga ກ່າວໃນ​ວັນ​ອັງຄານ​
ມື້​ນີ້​ວ່າ ກຸ່ມແນວ ໂຮມ​ Nusra ຕ້ອງການຢາກໃຫ້ລຶບຊື່ຕົນອອກ
ຈາກບັນຊີພວກ​ກໍ່​ການ​ຮ້າຍຂອງ ສະຫະ​ປະຊາ​ຊາດ ສົ່ງ​ການ
​ຊ່ວຍ​ເຫລືອ​ດ້ານ​ມະ​ນຸດ​ສະ​ທຳໄປ​ໃຫ້ເຂດ​ອ້ອ​ມ​ແອ້ມ ນະຄອນ
Damascus ​ແລະ​ຈ່າຍເງິນຊົດເຊີຍແກ່ສະມາ​ຊິກຂອງຕົນ​ສາມ
​ຄົນ​ທີ່​ເສຍ​ຊີວິດໃນ​ການ​ສູ້​ລົບ.

ກຸ່ມແນວໂຮມ Nusra ​ໄດ້​ລັກພາ​ໂຕ ກໍາລັງ​ຮັກສາ​ສັນຕິພາບສະຫະປະຊາຊາດ​ທີ່ເຂດພູ ພຽງ Golan ເມື່ອວັນ​ພະຫັດ​ທີ່​ຜ່ານ​ມານີ້.

​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban ki-Moon ​ໄດ້ຮຽກຮ້ອງ​ໃຫ້​ປ່ອຍ​ໂຕ
​ເຂົາ​ເຈົ້າ ​ແລະ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ບັນດາ​ພະແນກການຕ່າງໆຂອງສະຫະ​ປະຊາ​ຊາດ ກຳລັງເຈລະຈາກັບກຸ່ມ​ປະກອບອາວຸດດັ່ງກ່າວ ​ເພື່ອ​ໃຫ້​ປ່ອ​ຍກໍາ ລັງ​ຮັກສາ​ສັນ
ຕິພາບ.

​ນອກນັ້ນໃນ​ວັນ​ຈັນ​ວານ​ນີ້ ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ໄອ​ຣ໌​ແລນ ກ່າວ​ວ່າ ປະ​ເທດ
​ຂອງ​ທ່ານຕ້ອງການໃຫ້ສະຫະປະຊາຊາດຄໍ້າ​ປະກັນ​ຄວາມ​ປອດ​ໄພ ກ່ອນ​ທີ່​ຈະ​ສົ່ງກໍາ
ລັງ​ຮັກສາ​ສັນຕິພາບໃນຈຳນວນ​ເພີ້​ມຕື່ມ​ອີກ​ ໄປຍັງເຂດພູພຽງ Golan ​ໃນ​ເດືອນ​ໜ້າ​ນີ້.

ທ່ານ Simon Coveney ​ໄດ້​ກ່າວ​ຕໍ່​ນັກ​ຂ່າວຂອງອົງການ RTE ວ່າ ສະຫະ​ປະຊາ​ຊາດ
ຕ້ອງ​ໃຫ້​ຄວາມກະຈ່າ​ງແຈ້ງ ກ່ຽວກັບ​ “ລະດັບ​ການ​ສ່ຽງທີ່ຮັບເອົາໄດ້” ໃນ​ການ​ປະຕິບັດ​

ງານ​ຂອງກໍາລັງ​ຮັກສາ​ສັນຕິພາບ ກ່ອນ​ໄອຣ໌​ແລນ ຈະ​ສົ່ງ​ກຳລັງ​ທະຫານ ​ໄປຕື່ມຢູ່ເຂດ Golan.ທະຫານ​ໄອຣ໌​ແລນ ມີ​ກຳນົດ​ທີ່ຈະສົ່ງກຳລັງໄປສັບ​ປ່ຽນ​ ໃນ​ເດືອນ​ຕຸລາ​ຈະ​ມາ​
ເຖິງ​ນີ້.

ອອສ​ເຕຣ​ເລຍ ຍີ່ປຸ່ນ ແລະ ໂຄຣ​ເອ​ເຊຍ ​ໄດ້​ພາກັນ​ຍົກຍ້າຍ​ກຳລັງ​ຂອງ​ຕົນ​ອອກ​ຈາກເຂດ
ພູພຽງ Golan ທີ່ອິສຣາ​ແອ​ລຍຶດຄອງຢູ່ ຂະນະ​ທີ່ຂອບເຂດ ຂອງສົງຄາມ​ກາງ​ເມືອງ ​ໃນ​ຊີ
​ເຣຍ ​ໄດ້​ຂະຫຍາຍ​ວົງກວ້າງ​ອອກ.

ກໍາລັງ​ຮັກສາ​ສັນຕິພາບ ​ໄດ້​ປະຕິບັດງານສັງ​ເກດ​ການ ຢູ່​ເຂດ​ປອ​ດທະຫານ​ດັ່ງກ່າວມາ​ໄດ້
40 ປີ​ແລ້ວ.

SYRIA SOTVO
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG