ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໕ ຕຸລາ ໒໐໒໓

ຕໍາຫຼວດອັງກິດວ່າ ນາງພະຍາບານ ທີ່ຕາຍ ຢູ່ໂຮງໝໍລອນດອນ ແມ່ນແຂວນຄໍຕາຍ


ໂຮງໝໍ King Edward VII ໃນກຸງລອນດອນ ບ່ອນທີ່ ນາງພະຍາບານ Jacintha Saldanha ແຂວນຄໍຕາຍ
ເຈົ້າ​ໜ້າ​ທີ່​ຕໍາຫລວດ ກຸງ​ລອນ​ດອນ ຄົນ​ນຶ່ງ​ໄດ້​ໃຫ້ການ​ກ່ຽວ​ກັບ
ນາງພະຍາບານທີ່ປິ່ນ​ປົວພະຊາຍາ​ ທີ່​ກໍາລັງ​ຖືພາຂອງເຈົ້າຟ້າ
​ຊາຍ William ໃນ​ຕົ້ນ​ເດືອນ​ນີ້ ​ທີ່ມີຄົນໄປ​ພົບ​ສົບນັ້ນ​ວ່າ ນາງ​
ໄດ້ແຂວນ​ຄໍ​ຕາຍ​ຢູ່​ໃນ​ຫ້ອງ​ຂອງ​ລາວ ​ສາມ​ມື້ຫລັງ​ຈາກທີ່ສະຖາ
ນີ​ວິທະຍຸ ອອສ​ເຕ​ເຣຍ ແຫ່ງນຶ່ງ ໂທລະສັບໄປຫລອກເອົາຂ່າວ.

​ເຈົ້າ​ໜ້າ​ທີ່ ​ໄດ້​ໃຫ້ການ​ແກ່ ສານ​ເມືອງ Westminster Coroner ​ໃນ ວັນ​ພະຫັດ​ວານນີ້ວ່າ ນາງພະຍາບານ Jacintha Saldanha ​ໄດ້ຂຽນຂໍ້ຄວາມໄວ້​ສາມ​ສະບັບ ​ກ່ອນ​ທີ່​ບັນດາ​ເພື່ອນ​ຮ່ວມ​ງານ ​ໄດ້​ພົບ​ເຫັນລາວ ​ແຂນ​ຄໍ​ຕາຍ ອາທິດ​ແລ້ວ​ນີ້ ​ໂດຍ​ການໃຊ້​ຜ້າພັນ​ຄໍຢູ່​ໃນ​ຫ້ອງການ​ນາງພະຍາບານ. ນາງ​ເກີດ​ຢູ່​ ອິນ​ເດຍ ​ມີລູກ​ສອງ​ຄົນ ນາງ​ໄດ້​ຮັບ​ບາດ​ເຈັບ​ຢູ່​ທີ່​ຂໍ້​ມື ​ແລະ​ເຈົ້າ​ໜ້າ​ທີ​ຕໍາຫລວດ ​ຖື​ວ່າ ຄະດີ​ນີ້​ເປັນ​ການ​ຂ້າ​ໂຕ​ຕາຍ.

​ເຈົ້າ​ໜ້າ​ທີ່ ກໍາລັງ​ສຶກສາເບິ່ງ​ຂໍ້ຄວາມ​ທີ່​ຂຽນ​ປະ​ໄວ້​ນັ້ນ ສໍາພາດ​ສະມາ​ຊິກ​ຄອບຄົວ ​ແລະ​ໝູ່​ເພື່ອນ ຂອງ​ນາງພະຍາບານ​ຜູ້​ມີ​ອາຍຸ 46 ປີ ​ຄົນ​ນີ້ແລະໄດ້ສຶກສາ​ໂທລະສັບທີ່ ​ນາງໄດ້​ໃຊ້​ຫວ່າງ​ມໍ່ໆ​ມາ​ນີ້ ​ລວມທັງອີເມລນຳ ເພື່ອ​ຢາກ​ຮູ້​ເຖິງ​ສາ​ເຫດທີ່​ນໍາພາ​ໄປ​ສູ່​ການ​ຕາຍ​ຂອງ​ນາງ.

​ໂຄສົກ​ວິທະຍຸ ອອສ​ເຕ​ເລຍ​ສອງ​ຄົນ ​ໄດ້​ໂທລະ​ສັບ​ຫາ​ໂຮງພະຍາບານ ​ໃນ​ວັນ​ທີ່ 4 ທັນວາ ​
ໂດ​ຍ​ເຮັດ​ຕິ​ວ່າ​ເປັນ ພະ​ລາ​ຊີ​ນີ Elizabeth ​ແລະ​ພະ​ໂອລົດ ​ເຈົ້າຟ້າ​ຊາຍ Charles ທີ່​ຢາກ​ຊາບ​ເຖິງ​ ອາການ ​ຂອງ Catherine the Ductchess of Cambridge.

ນາງພະຍາບານ Saldanha ​ໄດ້ສົ່ງ​ໂທລະສັບ​ນັ້ນ​ຕໍ່​ໄປໃຫ້ອີກ ນາງພະຍາບານ​ຄົນ​ນຶ່ງ ຊຶ່ງ​ເປັນ​ຜູ້ເປີດ​ເຜີຍ​ລາຍ​ລະ​ອຽດລັບ ກ່ຽວ​ກັບ​ອາການຂອງ duchess ​ທີ່ໄປປິ່ນປົວ
ອາການແພ້ທ້ອງ​ນີ້. ການ​ຫລອກເອົາຂ່າວດັ່ງກ່າວ ​ໄດ້​ແຜ່​ຂະຫຍາຍ​ເປັນ​ຫົວ​ຂໍ້​ຂ່າວໃຫຍ່ໃນທົ່ວ​ໂລກ.
XS
SM
MD
LG