ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກແມ່ຊີ ສາສະໜາ Greek Orthodox ຖືກປ່ອຍໂຕ ຢູ່ເລບານອນ (ວີດີໂອ)


ບັນດາ ແມ່​ຊີ ສາສະໜາ Greek Orthodox ຊາວ​ຊີ​ເຣຍ ທີ່ໄດ້
​ຖືກຝ່າຍ​ຕໍ່ຕ້ານ ​ກັກ​​ໂຕໄວ້​ ແຕ່​ເດືອນທັນວາ ​ໄດ້​ກັບ​ຄືນໄປຊີ​ເຣຍ​ແລ້ວ.
ບັນດາ ແມ່​ຊີ ສາສະໜາ Greek Orthodox ຊາວ​ຊີ​ເຣຍ ທີ່ໄດ້ ​ຖືກຝ່າຍ​ຕໍ່ຕ້ານ ​ກັກ​​ໂຕໄວ້​ ແຕ່​ເດືອນທັນວາ ​ໄດ້​ກັບ​ຄືນໄປຊີ​ເຣຍ​ແລ້ວ.
ແມ່​ຊີ ສາສະໜາ Greek Orthodox ຊາວ​ຊີ​ເຣຍກຸ່ມນຶ່ງ
ທີ່ໄດ້​ຖືກຝ່າຍ​ຕໍ່ຕ້ານ ​ກັກໂຕໄວ້​ ມາ​ຕັ້ງ​ແຕ່​ເດືອນທັນວາ ​
ໄດ້​ກັບ​ຄືນໄປຊີ​ເຣຍ​ແລ້ວ ນຶ່ງ​ມື້​ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ຖືກ
​ປ່ອຍໂຕ ​ຢູ່​ໃນປະ​ເທດ​ເພື່ອນ​ບ້ານ ​ເລ​ບາ​ນອນ.

​ແມ່ຊີ 1​3 ຄົນ ​ແລະ​ຜູ້​ຕິດຕາມ ສາມ​ຄົນ ​ໄດ້ໄປ​ເຖິງ​ເມືອງ
Jdeidet Yabous ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້ ຊຶ່ງ​ເປັນເມືອງ
ນ້ອຍໆ ຢູ່​ໃກ້ກັບຊາຍ​ແດນ​ປະມານ 30 ກິ​ໂລ​ແມັດ ທາງ​
ພາກຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ ກຸງ Damuscus.

ຫົວໜ້າ ວັດ Mar Taqla ບ່ອນ​ຈໍາ​ ສິນ​ຂອງ​ແມ່​ຊີ​ເຫລົ່າ​ນັ້ນ ກ່າວວ່າ ພວກແມ່​ຊີດັ່ງກ່າວ
​ໄດ້​ຮັບ​ການ​ປະຕິບັດ​ຕໍ່​ເປັນ​ຢ່າງ​ດີ​ໃນ​ລະຫວ່າງ​ທີ່​ຖືກ​ກັກຂັງຢູ່​ນັ້ນ ​ແລະ​ໄດ້​ສະ​ແດງ​ຄວາມ​
ຂອບ​ໃຈ​ຕໍ່ ປະທານາທິບໍດີ Bashar al-Assad ​ແລະ ບັນດາ​ເຈົ້າ​ໜ້າທີ່ ​ເລ​ບາ​ນອນ ທີ່​
ໄດ້ຊ່ວຍໃຫ້​ມີ​ການ​ປ່ອຍ​ໂຕ​ພວກ​ເຂົາ​ເຈົ້າ.

ວັດ Mar Taqla ຕັ້ງຢູ່ບ້ານ Maaloula ຊຶ່ງເປັນບ້ານ​ຄຣິສຕຽນ ຫ່າງຈາກກຸງດາມັສກັສ
​ໄປ​ທາງ​ທິດ​ເໜືອປະມານ 40 ກິ​ໂລ​ແມັດ ​. ຝ່າຍ​ຕໍ່ຕ້ານ​ໃນຊີ​ເຣຍ ທີ່ຮວມ​ທັງສະມາຊິກ
ຂອງ
ແນວ​ໂຮມ Nusra ທີ່​ພົວ​ພັນ​ກັບກຸ່ມກໍ່​ການ​ຮ້າຍ al-Qaida ​ນັ້ນ ໄດ້ເຂົ້າ​ຍຶດ​ເອົາໝູ່​ບ້ານ
​ດັ່ງກ່າວໃນ​ເດືອນ​ທັນວາ​ ​ແລະ​ໄດ້​ຈັບ​ໂຕ​ແມ່ຊີ​ເຫລົ່າ​ນັ້ນ​ໄປ ຊຶ່ງ​ພວກ​ເພິ່ນ​ໄດ້​ເຮັດ​ວຽກ​ຢູ່ບ່ອນລ້ຽງ​ເດັກ​ກຳພ້າ ຂອງ​ວັດ.

Syria nuns
please wait
Embed

No media source currently available

0:00 0:01:18 0:00
XS
SM
MD
LG