ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ​ນູ​ເນັ​ສ 'ບໍ່​ສາ​ມາດ​' ຕອບ​ໄດ້​ວ່າ ທ່ານ​ໄດ້​ພົບ​ປະ​ກັບ ໄອ​ຍະ​ການ ຂອງ ​ຢູ​ເຄ​ຣນ ຫຼືບໍ່


ສະ​ມາ​ຊິກ​ສະ​ພາ​ຕ່ຳ​ ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ​ເດ​ວິນ ນູ​ເນັ​ສ, ຊ້າຍ, ລົມ​ກັບ ທ່ານ​ສ​ຕີບວ໌ ​ແຄ​ສເຕີ, ​ທະ​ນາຍ​ຄວາມ ​ປະ​ຈຳ​ພັກ​ຣີ​ພັບ​ບ​​ລີ​ກັນ,ໃນ​ລະ​ຫວ່າງ​ການ​ຮັບ​ຟັງ​ຄຳ​ໃຫ້​ການ ຈາ​ກ​ອະ​ດີດ ເອກ​ອັກ​ຄະ​ລັດ​ຖະ​ທູດ ປະຈຳ​ຢູ​ເຄ​ຣນ ໃນ​ລັດ​ຖະ​​ສະ​ພາ ທີ່​ວໍ​ຊິງ​ຕັນ, ວັນ​ທີ 15 ພະຈິກ​ 2019.
ສະ​ມາ​ຊິກ​ສະ​ພາ​ຕ່ຳ​ ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ​ເດ​ວິນ ນູ​ເນັ​ສ, ຊ້າຍ, ລົມ​ກັບ ທ່ານ​ສ​ຕີບວ໌ ​ແຄ​ສເຕີ, ​ທະ​ນາຍ​ຄວາມ ​ປະ​ຈຳ​ພັກ​ຣີ​ພັບ​ບ​​ລີ​ກັນ,ໃນ​ລະ​ຫວ່າງ​ການ​ຮັບ​ຟັງ​ຄຳ​ໃຫ້​ການ ຈາ​ກ​ອະ​ດີດ ເອກ​ອັກ​ຄະ​ລັດ​ຖະ​ທູດ ປະຈຳ​ຢູ​ເຄ​ຣນ ໃນ​ລັດ​ຖະ​​ສະ​ພາ ທີ່​ວໍ​ຊິງ​ຕັນ, ວັນ​ທີ 15 ພະຈິກ​ 2019.

ທ່ານ​ ເດ​ວິນ ນູ​ເນັ​ສ ສະ​ມາ​ຊິກສະ​ພາ​ຕ່ຳ​ລະ​ດັບສູງ​ຈາກ​ພັກ​ຣີ​ພັບ​ບ​ລີ​ກັນ ປະ​ຈຳ​ຄະ​ນະ​ກຳ​ມະ​ການ​ສືບ​ສວນ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ປະ​ຕິ​ເສດ​ທີ່​ຈະ​ຕອບ​ຄຳ​ຖາມ​ຕ່າງໆ ໃນ​ວັນ​ອາ​ທິດ​ວານນີ້ ກ່ຽວ​ກັບ​ວ່າ ທ່ານ​ໄດ້​ພົບ​ປະ​ກັບ ​ອະ​ດີດ​ເຈົ້າ​ໜ້າ​ທີ່​ຂອງ​ຢູ​ເຄ​ຣນ ເພື່ອ​ຈະ​ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ ລູກ​ຊາຍ​ຂອງ​ອະດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຫຼືບໍ່.

ທະ​ນາຍ​ຄວາມ​ຕາງ​ໜ້າ​ໃຫ້ ​ທ່ານເລບ​ວ໌ ປາ​ຣ​ນາ​ສ ທີ່ເປັນ​ເພື່ອນ​ຮ່ວມ​ງານ​ ທ່ານ​ຣູ​ດີ ຈູ​ລີ​ອາ​ນີ ທະ​ນາ​ຍ​ຄວາມ​ສ່ວນ​ຕົວຂອງ​ທ່ານ​ທ​ຣຳ ຜູ້​ທີ່​ຖືກ​ຟ້ອງ​ຮ້ອງ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວຫຼາຍ​ແຫ່ງ ນັບ​ຕັ້ງ​ແຕ່​ວັນ​ສຸກ​ເປັນ​ຕົ້ນ​ມາວ່າ ທ່ານ​ນູ​ເນັ​ສ​ໄດ້ໄປ​ພົບ​ປະ​ກັບ​ອະ​ດີດ​ໄອ​ຍະ​ການ​ຂັ້ນ​ສູງ​ຂອງ​ຢູ​ເຄ​ຣນ ທ່ານ​ວິກ​ເຕີ ໂຊ​ກິນ ໃນນະ​ຄອນຫຼວງວຽນ​ນາ ປະ​ເທດ ອອ​ສ​ເຕ​ຣຍ ໃນ​ປີ 2018.

ການ​ກ່າວ​ອ້າງນັ້ນ ​ເປັນ​ເລື້ອງ​ເຮັດ​ໃຫ້​ມີ​ການ​ໂຕ້​ຖຽງ​ກັນ ເພາະ​ວ່າ ທ່ານ​ນູ​ເນັ​ສ ບໍ່​ໄດ້​ເປີດ​ເຜີຍ​ເລື້ອງ​ການ​ພົບ​ປະເຊັ່ນ​ນັ້ນເລີຍ ​ໃນ​ຂະ​ນະ​ທີ່​ນຳ​ພາ​ພັກຣີ​ພັບ​ບ​ລີ​ກັນ ໃນ​ການ​ປົກ​ປ້ອງ​ ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ລະ​ຫວ່າງ​ການ​ຮັບ​ຟັງ​ຄຳ​ໃຫ້​ການເພື່ອ​ສອບ​ສວນ​ຟ້ອງ​ປະ​ທາ​ນາ​ທິ​ບໍ​ດີ ຢູ່ນັ້ນ.

ໃນ​ການ​ກ່າວ​ຖ​ະ​ແຫລງ ຢູ່​ໃນ​ລາຍ​ການ​ໂທ​ລະ​ພາບ Fox News Sunday ທ່ານ​ນູ​ເນັ​ສ ໄດ້​ຖືກ​ຖາມ ຢ່າງ​ກົງ​ໄປ​ກົງ​ມາ​ໂດຍ​ຜູ້​ຈັດ​ລາຍ​ການຂອງ ໂທ​ລະ​ພາບ Fox News ວ່າ ທ່ານ​ໄດ້​ພົບ​ປະ​ກັບ​ທ່ານ​ໂຊ​ກິນ ຫຼືບໍ່. ​ທ່ານສະ​ມາ​ຊິກ​ສະ​ພາ​ຕ່ຳ ໄດ້​ຕອບ​ວ່າ ທ່ານ​ຢາກຈະ​ຕອບ​ຄຳ​ຖາມ​ທັງຫຼາຍ ແຕ່ບໍ່​ສາ​ມາດ​ຕອບ​ໄດ້ “ໃນ​ເວ​ລານີ້.”

ທ່ານ​ນູ​ເນັ​ສ ໄດ້​ກ່າວ​ປະ​ນາມ​ຊ້ຳ​ແລ້ວ​ຊ້ຳ​ອີກ ການ​ດຳ​ເນີນ​ການ​ສືບ​ສວນ​ຟ້ອງ​ ຮ້ອ​ງ​ປະ​ທາ​ນາ​ທິ​ບໍ​ດີ ຊຶ່ງ​ໄດ້​ສຸມ​ໃສ່​ເລື້ອງ​ທີ່​ວ່າ ທ່ານ​ທ​ຣຳ ໄດ້​ກົດ​ດັນ​ຢູ​ເຄ​ຣນ ໃຫ້​ເປີດ​ການ​ສືບ​ສວນ​ສອບ​ສວນ ​ທີ່ບໍ່​ເໝາະ​ສົມ ຫຼືບໍ່​ນັ້ນ, ເປັນ​ການ​ສືບ​ສວນ​ທີ່ປະ​ກອບ​ດ້ວຍເລື້ອງນຶ່ງ ທີ່​ອາດ​ເຮັດ​ໃຫ້ ​ທ່ານ​ໄບ​ເດັນ ເສຍ​ຊື່​ສຽງ, ຜູ້​ທີ່​ເປັນ​ຄູ່​ແຂ່ງ​ລະ​ດັບ​ສູງ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ທີ່​ຈະ​ຖືກ​ຄັດ​ເລືອກ​ໃຫ້​ລົງ​ແຂ່ງ​ກັບ​ທ່ານ
​ທ​ຣຳ ໃນ​ປີ​ໜ້ານີ້.

ສ່ວນ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ກ່າວ​ວ່າ ຖ້າ​ການ​ກ່າວ​ອ້າງຂອງ ທ່ານປາ​ຣ​ນາ​ສ ສາ​ມາດ​ພິ​ສູດ​ວ່າໜ້າເຊື່ອ​ຖືນັ້ນ ທ່ານ​ນູ​ເນັ​ສ ກໍອາດ​ຈະ​ປະ​ເຊີນ​ກັບ​ການ​ສືບ​ສວນ​ດ້ານ​ຈັນ​ຍາ​ບັນ.

ທ່ານ​ປາ​ຣ​ນາ​ສ ທີ່​ກຳ​ລັງ​ຕົກ​ເປັນ​ຜູ້​ຕ້ອງ​ສົງ​ໄສໃຫ້​ເງິບ​ບໍ​ລິ​ຈາກ​ພັກ​ການ​ເມືອງ ທີ່​ກຳ​ລັງ​ຖືກ​ຟ້ອງ​ຮ້ອງ​ຢູ່ນັ້ນ, ແມ່ນ​ພວມ​ຫາ​ທາງ​ຂໍການ​ຍົກ​ເວັ້ນເພື່ອ​ທີ່​ຈະ​ໃຫ້​ປາກ​ຄຳ​ຕໍ່​ຄະ​ນະ​ກຳ​ມະ​ການ​ສືບ​ລັບຂອງ​ສະ​ພາ​ຕ່ຳ, ຊຶ່ງ​ໄດ້​ດຳ​ເນີນ​ການ​ສືບ​ສວນ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ.

​ອ່ານ​ຂ່າວນີ້ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG