ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈຳນວນຂອງຊາວໜຸ່ມຕິດ ພະຍາດໂຄວິດ ກໍາລັງ ພຸ້ງຂຶ້ນ


ຊາຍໜຸ່ມຄົນນຶ່ງ ຍ່າງຜ່ານປ້າຍບອກໃຫ້ພວກຊາວໜຸ່ມພາກັນໃສ່ໜ້າກາກ ຢູ່ນະຄອນຫລວງ Harare ຂອງຊິມບັບເວ, ວັນທີ 28 ພຶດສະພາ 2020.
ຊາຍໜຸ່ມຄົນນຶ່ງ ຍ່າງຜ່ານປ້າຍບອກໃຫ້ພວກຊາວໜຸ່ມພາກັນໃສ່ໜ້າກາກ ຢູ່ນະຄອນຫລວງ Harare ຂອງຊິມບັບເວ, ວັນທີ 28 ພຶດສະພາ 2020.

ໄດ້ມີການເພີ້ມຂຶ້ນຂອງຈຳນວນກໍລະນີຂອງໂຄວິດ-19 ເປັນສາມເທົ່າຢູ່ໃນ ກຸ່ມພວກ
ຊາວໜຸ່ມໃນຫ້າເດືອນທີ່ຜ່ານມາ, ອີງຕາມອົງການອະນາໄມໂລກ ຫລື WHO ຊຶ່ງຕໍາໜິ
|ວ່າການພຸ້ງໂຕຂຶ້ນຂອງຈໍານວນຄົນປ່ວຍໃນກຸ່ມນີ້ແມ່ນ ເປັນຍ້ອນການຂາດຄວາມເອົາ
ໃຈໃສ່ຕໍ່ລະບຽບການຢູ່ຫ່າງກັນໃນສັງຄົມ. ອົງການອະນາໄມໂລກລາຍງານວ່າ 15 ເປີ
ເຊັນ ຂອງທັງໝົດຫົກລ້ານກໍລະນີຂອງ ຄົນເປັນພະຍາດນີ້ ແມ່ນປາກົດໂຕຂຶ້ນມາໃນລະ
ຫວ່າງທ້າຍເດືອນກຸມພາ ແລະກາງເດືອນກໍລະກົດ ໄດ້ຄົນຢູ່ໃນເກນອາຍຸູ 15 ຫາ 24 ປີ
. ກ່ອນທ້າຍ ເດືອນກຸມພາ ໂຕເລກດັ່ງກ່າວແມ່ນຢູ່ທີ່ 4.5 ເປີເຊັນ.

ຫົວໜ້າອົງການ WHO ທ່ານເທດຣອສ ອາດານອມ ເກເບຣເຢຊຸສ ກ່າວວ່າ “ພວກເຮົາ
ໄດ້ເວົ້າເລື້ອງນີ້ມາກ່ອນ ແລະພວກເຮົາຈະເວົ້າອີກ ພວກຊາວໜຸ່ມ ບໍ່ ແມ່ນວ່າຈະບໍ່ຕິດ
ພະຍາດໄດ້.” ທ່ານກ່າວອີກວ່າ “ ພວກຊາວໜຸ່ມ ສາມາດຕິດ ພະຍາດໄດ້, ພວກຊາວ
ໜຸ່ມສາມາດຕາຍໄດ້, ແລະພວກຊາວໜຸ່ມສາມາດເອົາ ໄວຣັສໄປຫາຄົນອື່ນໄດ້.”

ບັນດາຜູ້ຊ່ຽວຊານດ້ານການແພດກ່າວວ່າ ພວກຊາວໜຸ່ມບໍ່ຄ່ອຍຈະມັກ ໃສ່ໜ້າກາກ
ແລະຮັກສາການຢູ່ຫ່າງກັນ. ເຂົາເຈົ້າ ຂ້ອນຂ້າງວ່າຈະໄປເຮັດ ວຽກເຮັດການຂອງເຂົາ
ເຈົ້າ, ໄປຫາດຊາຍ, ໄປບາ ຫຼືໄປຊອບປິ້ງ.

ສະຫະລັດ ຝຣັ່ງ ເຢຍຣະມັນ ສະເປນ ແລະຍີ່ປຸ່ນ ຮວມຢູ່ໃນບັນດາປະເທດ ທີ່ລາຍ
ງານວ່າມີການເພີ້ມຂຶ້ນທີ່ສູງທີ່ສຸດໃນເລື້ອງການຕິດພະຍາດໃນກຸ່ມພວກ ຊາວໜຸ່ມ.

ພວກເຈົ້າໜ້າທີ່ໃນນະຄອນໂຕກຽວໄດ້ກ່າວວ່າ ເຂົາເຈົ້າມີແຜນທີ່ຈະດໍາເນີນການ
ກວດໄວຣັສໂຄໂຣນາຢູ່ໃນເຂດບ່ອນບັນເທີງຂອງເມືອງ ບ່ອນທີ່ພວກຊາວໜຸ່ມ ຫລາຍ
ຄົນພາກັນໄປເຕົ້າໂຮມກັນ.

ເຂົາເຈົ້າຍັງໄດ້ຮຽກຮ້ອງໃຫ້ ສະຖານບັນເທີງ ໃຫ້ຮັບປະກັນວ່າພວກທີ່ໄປຊຸມແຊວກັນ
ຢູ່ທີ່ນັ້ນຢູ່ຫ່າງກັນຢ່າງຫລວງຫລ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG