ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົບພະຍົບ ຊີເຣຍ ທີ່ຫຼົບໄພ ໄປຕ່າງປະເທດ ເພີ້ມເປັນ 1 ລ້ານຄົນ (ສະໄລດ໌)


ອົບພະຍົບຊີເຣຍ
ອົບພະຍົບຊີເຣຍ
ສະຫະ​ປະຊາ​ຊາດ ກ່າວ​ວ່າ ຈໍານວນ​ຂອງ​ຊາວ​ຊີ​ເຣຍທີ່​ໄດ້​ຫລົບ
ໜີບັນ ຫາ​ຂັດ​ແຍ້​ງ​ເປັນ​ເວລາ​ສອງ​ປີ​ຢູ່​ໃນ​ປະ​ເທດດັ່ງກ່າວໄດ້
​ເພີ້ມ​ຂື້ນ​ເຖິງຂີດ ໝາຍນຶ່ງ​ລ້ານ​ຄົນ​ແລ້ວ ​ໃນ​ຂະນະ​ທີ່ອີກຫລາຍ​
ລ້ານ​ຄົນ​ແມ່ນ​ຜູ້​ຫລົບ​ໄພ​ພາຍ​ໃນ​ປະ​ເທດ.

ອົງການ​ອົບ​ພະ​ຍົບຂອງສະຫະ​ປະຊາ​ຊາດ ຫຼື UNHCR ​ໄດ້
ລາຍ​ງານ​ໃຫ້​ຊາບ ​ກ່ຽວ​ກັບ​ໂຕ​ເລກ​ຫລ້າ​ສຸດ​ ໃນ​ວັນ​ພຸດ​ມື້ນີ້​ ຊຶ່ງ
ທ່ານ Antonio Guterres ຜູ້​ເປັນຫົວໜ້າ​ຮັບຜິດຊອບຂອງ​
ອົງການ​ດັ່ງກ່າວ​ເວົ້າວ່າ “ຊີ​ເຣຍກໍາລັງຜັນຂະຫຍາຍ ໄປ​ສູ່​
ຄວາມ​ພິນາດ ຢ່າງ​ເຕັມ​ອັດຕາ”.

ພວກອົບ​ພະ​ຍົບ​ສ່ວນ​ໃຫຍ່​ໄດ້ຫລົບ​ໜີ​ໄປ​ຢູ່ເລ​ບາ​ນອນ ຈໍ​ແດັນ ​ເທີ​ກີ ອີຣັກ ​ແລະ​ອີ​ຈິບ ບ່ອນ​ທີ່​ບັນດາ​ລັດ​ຖະບານ​ເຫລົ່າ​ນີ້ພວມ​ປະ​ເຊີນ​ກັບ ຄວາມ​ເຄັ່ງ​ຄຽດໃນ​ການ​ສະໜອງ​ຕອບ​ຕໍ່​ຄວາມ​ຕ້ອງການຂອງ​ເຂົາ​ເຈົ້າ.

​ໂຄສົກ​ຍິງຂອງອົງການ UNHCR ທ່ານ​ນາງ Sybella Wilkes ​ໄດ້​ກ່າວ​ຕໍ່​ວິໂອ​ເອວ່າ ຫລາຍ​ຄົນ​ເດີນທາງ​ໄປ​ເຖິງ ​ໂດຍປາສຈາກສິ່ງ​ຂອງ ຕິດ​ໂຕ​ໄປ​ນຳ ​ແລະ​ອັດຕາ​ໃນການ
ຫລົບ​ໜີ​ແມ່ນໄວຂຶ້ນກວ່າ​ທີ່​ຄາດ​ເອົາ​ໄວ້.​

ອົງການ UNHCR ກ່າວ​ວ່າ ຕົນ​ໄດ້​ຮັບ​ເງິນ​ຊ່ວຍ​ເຫລືອ​ ພຽງ​ແຕ່​ນຶ່ງ​ສ່ວນ​ສີ່ຂອງ​ຈຳ
ນວນທີ່​ຕົນ​ຕ້ອງການ​ເທົ່າ​ນັ້ນ​ໃນ​ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະ​ທໍາ​.

​ໃນ​ຂະນະ​ດຽວ​ກັນ ລັດຖະມົນ​ຕີ​ການ​ຕ່າງປ​ະ​ເທດ ສະຫະລັດ ທ່ານ John Kerry ​ກ່າວ​ວ່າ ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ອາວຸດ​ທີ່​ສົ່ງ​ໄປ​ໃຫ້​ໂດຍປະ​ເທດ​ຕ່າງໆເພື່ອ​ຊ່ວຍ​ເຫລືອ​ຝ່າຍ​ຄ້ານ​ນັ້ນ ​ໄດ້​ໄປ​ເຖິງມື​ຂອງ “ຜູ້​ທີ່​ຖືກຕ້ອງ” ​ແລ້ວ ​ແລະ​ບໍ່​ແມ່ນພວກຫົວ​ຮຸນ​ແຮງອິສລາມ.

XS
SM
MD
LG