ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ນັກຮຽນຍິງອີກ 44 ຄົນ ​ຫ​ລົບ​ໜີມາໄດ້​ ຈາກ​ພວກ​ລັກ​ພາ​ຕົວ ​ຢູ່ໄນຈີເຣຍ (ວີດີໂອ)


ພວກ​ອິສລາມຫົວຮຸນ​ແຮງ ​ໄດ້​ອ້າງ​ເອົາຄວາມຮັບຜິດຊອບ ຕໍ່​ການວາງ​ລະ​ເບີດ​​​ໃນ​ນະຄອນຫຼວງ Abuja ຂອງ​ໄນ​ຈີ​ເຣຍ ທີ່​ໄດ້​ສັງຫານ 75 ຄົນ ເມື່ອວັນຈັນ ທີ 14 ເມສາ 2014.
ພວກ​ອິສລາມຫົວຮຸນ​ແຮງ ​ໄດ້​ອ້າງ​ເອົາຄວາມຮັບຜິດຊອບ ຕໍ່​ການວາງ​ລະ​ເບີດ​​​ໃນ​ນະຄອນຫຼວງ Abuja ຂອງ​ໄນ​ຈີ​ເຣຍ ທີ່​ໄດ້​ສັງຫານ 75 ຄົນ ເມື່ອວັນຈັນ ທີ 14 ເມສາ 2014.
ພວກ​ອິສລາມຫົວຮຸນ​ແຮງ ​ໄດ້​ອ້າງ​ເອົາຄວາມຮັບຜິດຊອບ
ໃນວັນ​ເສົາວານ​ນີ້ ຕໍ່​ການວາງ​ລະ​ເບີດ​ໃນ​ນະຄອນຫຼວງ
Abuja ຂອງ​ໄນ​ຈີ​ເຣຍ ທີ່​ໄດ້​ສັງຫານ 75 ຄົນ ​ໃນວັນຈັນ​ທີ່​
ຜ່ານ​ມານີ້. ​ໃນຂໍ້ຄວາມທີ່​ກ່າວ​ອອກ​ມາທາງວີ​ດີໂອ ນາຍ
Abubakar Shekau ຜູ້ນຳ​ຂອງ​ກຸ່ມ Boko Haram ​ໄດ້​
ທ້າ​ທາຍ​ຕໍ່​ເຈົ້າໜ້າ​ທີ່ ​ແລະ​ກ່າວອວດ​ອ້າ​ງວ່າ ​ເວລາ​ນີ້ ຕົນ​
ດຳລົງ​ຊີວິດ ຢູ່ແຫ່ງ​ໃດ​ແຫ່ງ​ນຶ່ງ ໃນ​ນະຄອນຫຼວງ.

​ໃນ​ຂະນະ​ດຽວກັນ ​ເຈົ້າໜ້າ​ທີ່ໄນ​ຈີ​ເຣຍ ຍັງ​ຊອກຫາ ນັກ​ຮຽນຍິງ ຈຳນວນ 85 ຄົນ ​ທີ່ຖືກ
ລັກ​ພາ​ຕົວ​ໄປ ຈາກ​ເມືອງ Chibok ທີ່​ຕັ້ງຢູ່​ທາງພາກ​ຕາເວັນ​ອອກ​ສຽງ​ເໜືອ ​ໃນ​ວັນ​ຈັນ​ທີ່​ຜ່ານ​ມານີ້. ​ ໃນ​ວັນ​ເສົາ​ວານ​ນີ້ ​ເຈົ້າໜ້າ​ທີ່​ກ່າ​ວວ່າ ມີ​ນັກຮຽນອີກ 44 ຄົນ ​ຫ​ລົບ​ໜີມາ
​ໄດ້​ຈາກ​ພວກ​ທີ່ລັກ​ພາ​ຕົວ​ພວກ​ເຂົາ​ໄປ ​ຢູ່ໂຮງຮຽນມັດທະຍົມແຫ່ງນຶ່ງ.

​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ຜູ້ອຳນວຍການ​ໂຮງຮຽນ ທ່າ​ນ Asabe Kwanbura ກ່າວ​ວ່າ ​ນັກຮຽນ​ຍິງ ຈຳນວນ​ນຶ່ງ ຫລົບ​ໜີ​ມາໄດ້ ໂດຍ ການ​ໂດດ​ອອກ​ຈາກ​ລົດ​ຂອງ​ພວກ​ລັກ​ພາ​ຕົວ ​ແລະ​ອີກສ່ວນ​ນຶ່ງ​ໄດ້​ຫລົບ​ໜີ​ອອກ​ຈາກ​ຄ້າຍ​ ທີ່ພວກ​ເຂົາ​ຖືກ​ກັກ​ຕົວ​ໄວ້.

ກອງທັບ​ໄນ​ຈີ​ເຣຍ ​ໄດ້​ລະດົມ​ກຳລັງ ພະຍາຍາມຊອກ​ຫາ ພວກ​ນັກຮຽນ​ດັ່ງກ່າວ. ​ເຈົ້າ
ໜ້າ​ທີ່​ກ່າວ​ຕື່ມວ່າ ນອກ​ນັ້ນ ພວກກຸ່ມ​ລະວັງ​ໄພ ພົນລະ​ເມືອງ ​ແລະພວກ​ລ່າ​ສັດກໍ​ໄດ້
ພາກັນ​ຊ່ວຍອອກ​ຄົ້ນຫາ​ພວກ​ ​ ນັກຮຽນຍິງ ຢູ່ໃນປ່າ​ອ້ອມ​ແອ້ມບໍລິ​ເວນ​ ທີ່​ເຊື່ອ​ວ່າພວກ​ກະບົດລີ້​ຢູ່ນັ້ນ.

​ຍັງບໍ່​ທັນ​ມີ​ຝ່າຍ​ໃດ ​ອອກ​ມາ​ປະກາດ ອ້າງ​ເອົາຄວາມ​ຮັບຜິດຊອບ ຕໍ່​ການ​ລັກ​ພາ​ຕົວ​ນັກຮຽນ​ຍິງ​ເຫລົ່າ​ນີ້​ເທື່ອ.

ເຫດວາງລະເບີດ ຢູ່ສະຖານີລົດເມ ເມື່ອວັນຈັນ ທີ 14 ເມສາ:
NIGERIA BLAST VO
please wait
Embed

No media source currently available

0:00 0:00:51 0:00
XS
SM
MD
LG