ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສປຊ ກ່າວວ່າ ຈຳນວນ ອົບພະຍົບ ແມ່ນສູງສຸດ ນັບແຕ່ ສົງຄາມໂລກ ຄັ້ງທີ 2 ມາ (ສະໄລດ໌/ວີດີໂອ)


ອົງການ​ຂ້າ​ຫລວງ​ໃຫຍ່ ຮັບຜິດຊອບ​ດ້ານອົບ​ພະ​ຍົບ ສະຫະ
​ປະຊາ​ຊາດ ຫລື UNHCR ກ່າວ​ວ່າ ຫຼາຍ​ກວ່າ 51 ລ້ານ​ຄົນ
​ໄດ້​ຖືກ​ບັງຄັບ​ໃຫ້ອົບພະຍົບຫຼົບ ໄພ​ໃນ​ປີ​ແລ້ວ​ນີ້ ຊຶ່ງ​ເປັນ​ໂຕ​
ເລກສູງ​ທີ່​ສຸດ ນັບ​ແຕ່​ສົງຄາມ​ໂລກ​ຄັ້ງ​ທີ​ສອງເປັນ ຕົ້ນມາ.

ຢູ່​ໃນ​ລາຍ​ງານ​ວັນ​ສຸກ​ມື້​ນີ້ ຊຶ່ງ​ເປັນຂີດ​ໝາຍ​ຂອງວັນ​ອົບ​ພະ​ຍົບ
​ໂລກ ອົງການ​ UNHCR ກ່າວ​ວ່າ ຈຳນວນ​ດັ່ງກ່າວນີ້ ແມ່ນຮວມ
​ທັງພວກ​ອົບ​ພະ​ຍົບ ບັນດາ​ຜູ້​ຂໍ້​ລີ້​ໄພ ​ແລະ​ພວກອົບພະຍົບຫຼົບ
ໄພ​ພາຍໃນ​ປະ​ເທດ ຢູ່ໃນ​ທົ່ວ​ໂລກ​.

ອົງການ​ UNHCR ຍັງ​ກ່າວ​ວ່າ ​ໂຕ​ເລກ​ນີ້ສະ​ແດງ​ໃຫ້​ເຫັນ​ການ
​ເພີ້​ມຂຶ້ນຂອງ ອົບ​ພະ​ຍົບ 6 ລ້ານ​ຄົນ ຈາກ​ປີ​ກາຍ​ນີ້.

ລາຍ​ງານ​ກ່າວ​ວ່າ “ການ​ເພີ້​ມຂຶ້ນ ຢ່າງ​ຫລວງຫລາຍ” ​ແມ່ນມີສາ​ເຫດ​ມາ​ຈາກ ບັນຫາ​ຂັດ
​ແຍ້​ງ​ໃນ​ຊີ​ເຣຍ ​ທີ່​ໄດ້ເຮັດໃຫ້ 2 ລ້ານ 5 ​ແສນ​ຄົນ ​ກາຍ​ມາ​ເປັນ​ອົບ​ພະ​ຍົບ ​ແລະ​ອີກ​ຫລາຍ
|ກວ່າ ຫົກ​ລ້ານ​ຄົນ ຕ້ອງອົບພະຍົບຫລົບໄພ​ພາຍ​ໃນ​ປະ​ເທດ​ປະເທດ.

ຢູ່​ໃນ​ຖະ​ແຫລ​ງການນັ້ນ ​ຂ້າ​ຫລວງ​ໃຫຍ່ ຮັບຜິດຊອບ​ດ້ານອົບ​ພະ​ຍົບ ສະຫະ​ປະຊາ​ຊາດ
ທ່ານ Antonio Guterres ກ່າວ​ວ່າ “ພວກ​ເຮົາ​ເຫັນ​ຢູ່ທີ່​ນີ້ ​ເຖິງ​ຄວາມ​ເສ​ຍຫາຍ​ອັນ​ຮ້າຍ​
ແຮງ ໃນ​ການ​ບໍ່ຍຸດຕິ​ສົງຄາມ ​ໃນບໍ່ສາມາດແກ້​ໄຂ ຫລື​ ປ້ອງ​ກັນ​ບໍ່ໃຫ້ເກີດບັນຫາ​ຂັດ
​ແຍ້​ງຂຶ້ນ.”

ໂດຍທົ່ວໄປ​ແລ້ວ ອັຟກາ​ນິສຖານ ຊີ​ເຣຍ ​ແລະ ​ໂຊ​ມາ​ເລຍ ​ແມ່ນປະກອບເປັນ ​ຫລາຍ​
ກວ່າ​ເຄິ່ງນຶ່ງ​ ຂອງອົບ​ພະຍົບທັງໝົດໃນ​ໂລກຈຳນວນ 16 ລ້ານ 7 ​ແສນ​ຄົນ​.

ອົງການອົບພະຍົບຂອງສະຫະ​ປະຊາ​ຊາດ ກ່າວ​ວ່າ ປາ​ກິ​ສຖານ ອີຣ່ານ ​ແລະ​ເລ​ບາ​ນອນ
​ໄດ້​ເປັນປະ​ເທດທີ່ນຳໜ້າໝູ່ ໃນການຮັບ​ຕ້ອນພວກ​ອົບ​ພະ​ຍົບ​ໃນ​ປີ 2013.

ທັງ​ໝົດແລ້ວ ບັນດາ​ປະ​ເທດ​ເຫລົ່າ​ນີ້ ​ໄດ້​ເປັນຮັບ​ຕ້ອນ​ອົບ​ພະ​ຍົບຫລາຍ​ກວ່າ ສາມ​ລ້ານ​
ຄົນ.
XS
SM
MD
LG