ບັນດາເຈົ້າໜ້າທີ່ເຂດຊາຍແດນ ໄດ້ເພັ່ງເລັງໃສ່ການສົ່ງຄືນຈຳນວນຜູ້ຂໍລີ້ໄພຂ້າມຊາຍ
ແດນພາກໃຕ້ຄືນຫຼາຍກວ່າສີ່ເທົ່າໃນແຕ່ລະວັນ, ເປັນການຂະຫຍາຍຈຳນວນຄັ້ງໃຫຍ່
ໃນຄວາມພະຍາຍາມລະດັບສູງຂອງລັດຖະບານ ເພື່ອແກ້ໄຂບັນຫາຊາວອາເມຣິກາ
ກາງ ທີ່ເດີນທາງເຂົ້າປະເທດເພີ່ມຂຶ້ນ, ອີງຕາມການກ່າວຂອງເຈົ້າໜ້າທີ່ລັດຖະບານ
ທ່ານ ທຣຳ ໃນວັນເສົາວານນີ້.
ມັນແມ່ນການພະຍາຍາມຄັ້ງຫຼ້າສຸດເພື່ອຜ່ອນຄາຍລະບົບຄົນເຂົ້າເມືອງທີ່ເຄັ່ງຕຶງ ເຊິ່ງ
ບັນດາເຈົ້າໜ້າທີ່ເວົ້າວ່າ ຢູ່ໃນຈຸດແຕກຫັກ. ເຈົ້າໜ້າທີ່ຫຼາຍຮ້ອຍຄົນຜູ້ທີ່ປົກກະຕິຈະ
ກວດສິນຄ້າ ແລະ ລົດທັງຫຼາຍຢູ່ສະຖານທີ່ອະນຸຍາດເຂົ້າປະເທດນັ້ນ ໄດ້ຖືກແຕ່ງຕັ້ງ
ເຂົ້າຮັບໜ້າທີ່ ເພື່ອຊ່ວຍຈັດການຜູ້ຍົກຍ້າຍຖິ່ນຖານ. ລັດຖະມົນຕີຮັກສາຄວາມປອດໄພພາຍໃນທ່ານນາງ ເຄີສເຈັນ ນຽລເຊັນ ໄດ້ຂໍອາສາສະໝັກຈາກອົງການທີ່ບໍ່ ກ່ຽວກັບ ຄົນ
ເຂົ້າເມືອງໃນກະຊວງຂອງເພິ່ນ, ສົ່ງໜັງສືຫາລັດຖະສະພາ ໃນທ້າຍອາທິດທີ່ຜ່ານມາ
ເພື່ອຂໍຮ້ອງແຫຼ່ງຊັບພະຍາກອນ ແລະ ອຳນາດທີ່ກວ້າງຂຶ້ນ ເພື່ອສົ່ງຄອບຄົວຕ່າງໆກັບ
ປະເທດໃຫ້ໄວຂຶ້ນ, ແລະ ທ່ານນາງກໍໄດ້ພົບປະກັບບັນດາເຈົ້າໜ້າທີ່ ອາເມຣິກາກາງ
ແລະ ເມັກຊິໂກ.
ຄວາມພະຍາຍາມດັ່ງກ່າວໄດ້ມີຂຶ້ນ ໃນຂະນະທີ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ຂະ
ຫຍາຍການຂົ່ມຂູ່ທີ່ຈະປິດເຂດຊາຍແດນລະຫວ່າງ ສະຫະລັດ ແລະ ເມັກຊິໂກ ທັງໝົດ,
ເປັນການເຄື່ອນໄຫວທີ່ຈະໄດ້ຮັບຜົນສະທ້ອນທາງເສດຖະກິດທີ່ຮຸນແຮງສຳລັບ ສະຫະ
ລັດ ແລະ ເມັກຊິໂກ ແຕ່ຈະບໍ່ຢຸດພວກຜູ້ຍົກຍ້າຍຖິ່ນຖານ ຈາກການເດີນທາງຂ້າມຈຸດ
ເຂົ້າເມືອງຕ່າງໆ. ລັດຖະບານຂອງທ່ານຍັງໄດ້ປະກາດວ່າເຂົາເຈົ້າຈະຕັດການຊ່ວຍ
ເຫຼືອຕໍ່ບັນດາປະເທດ ອາເມຣິກາກາງ ທີ່ເປັນບ້ານຂອງພວກຍົກຍ້າຍຖິ່ນຖານສ່ວນ
ໃຫຍ່ນັ້ນ.
ຕອນນີ້, ພວກຂໍລີໄພ 60 ຄົນໄດ້ເດີນທາງກັບ ເມັກຊິໂກ ຢູ່ທ່າເຮືອເມືອງ ແຊນ ອີຊີໂດຣ,
ຄາເລຊິໂກ ແລະ ແອລ ປາໂຊ ເພື່ອລໍຖ້າຄະດີຂອງເຂົາເຈົ້າ, ອີງຕາມການກ່າວຂອງເຈົ້າ
ໜ້າທີ່. ເຂົາເຈົ້າໄດ້ຮັບອະນຸຍາດໃຫ້ເດີນທາງກັບ ສະຫະລັດ ເພື່ອຂຶ້ນສານ. ແຜນການ
ດັ່ງກ່າວຖືກປະກາດໃນວັນທີ 20 ມັງກອນທີ່ຜ່ານມາ, ສ່ວນນຶ່ງແມ່ນເພິ່ງຍັບຢັ້ງກ່າວ
ອ້າງທີ່ຜິດ ເພື່ອບໍ່ໃຫ້ເດີນທາງຂ້າມເຂດຊາຍແດນ. ດ້ວຍຄະດີຄົນເຂົ້າເມືອງທີ່ຍັງຄ້າງ
ຢູ່ 700,000 ຄະດີນັ້ນ, ພວກຂໍລີ້ໄພອາດຕ້ອງຖ້າຫຼາຍປີເພື່ອໃຫ້ຄະດີຂອງເຂົາເຈົ້າດຳ
ເນີນໄປ, ແລະ ບັນດາເຈົ້າໜ້າທີ່ເວົ້າວ່າ ບາງຄົນໄດ້ໃຊ້ກົນລະວິທີກັບລະບົບກົດລະບຽບ
ເພື່ອທີ່ຈະອາໄສຢູ່ໃນ ສະຫະລັດ.