ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ນະຄອນ ແນສວີລ ຕາມລ່າ ມືປືນ ຜູ້ທີ່ຍິງສັງຫານ 4 ຄົນ ໃນຮ້ານອາຫານແຫ່ງນຶ່ງ


ບັນດາເຈົ້າໜ້າທີ່ຕຳຫຼວດ ນະຄອນ ແນສວີລ ຄົ້ນຄຸ້ມບ້ານ
ແຫ່ງນຶ່ງ ຢູ່ໃກ້ໆກັບ ຮ້ານອາຫານ Waffle House, ວັນ
ທີ 22 ເມສາ 2018, ໃນນະຄອນ ແນສວີລ ລັດເທັນເນັສຊີ້, ເຊິ່ງເປັນສະຖານທີ່ເກີດເຫດ ການຍິງສັງຫານຄົນ ເມື່ອຕອນເຊົ້າວັນອາທິດ ຜ່ານມາ.
ບັນດາເຈົ້າໜ້າທີ່ຕຳຫຼວດ ນະຄອນ ແນສວີລ ຄົ້ນຄຸ້ມບ້ານ ແຫ່ງນຶ່ງ ຢູ່ໃກ້ໆກັບ ຮ້ານອາຫານ Waffle House, ວັນ ທີ 22 ເມສາ 2018, ໃນນະຄອນ ແນສວີລ ລັດເທັນເນັສຊີ້, ເຊິ່ງເປັນສະຖານທີ່ເກີດເຫດ ການຍິງສັງຫານຄົນ ເມື່ອຕອນເຊົ້າວັນອາທິດ ຜ່ານມາ.

ຕຳຫຼວດ ໄດ້ແຈ້ງການໄລ່ຕິດຕາມຫາຊາຍຄົນນຶ່ງ ຜູ້ທີ່ໄດ້ສັງຫານ 4 ຄົນ ແລະເຮັດໃຫ້
ພວກຄົນຈຳນວນນຶ່ງ ບາດເຈັບດ້ວຍອາວຸດປືນ ປະເພດສົງຄາມ ໃນຕອນກາງຄືນວານນີ້
ຢູ່ທີ່ຮ້ານອາຫານ ໃນນະຄອນ ແນຊວີລ ລັດເທັນເນັສຊີ້.

ຕຳຫຼວດ ໄດ້ລະບຸໂຕຜູ້ຕ້ອງສົງໄສ ວ່າແມ່ນ ທ້າວ ທຣາວິສ ເຣນຄິ້ງ (Travis Reinking)
ອາຍຸ 29 ປີ.

ພວກຜູ້ເຫັນເຫດການ ໄດ້ກ່າວວ່າ ທ້າວ ເຣນຄິ້ງ ໄດ້ໃສ່ເສື້ອ ແຈັກເກັດສີຂຽວພຽງໂຕດຽວ
ແລະ ບໍ່ນຸ່ງຫຍັງອີກເລີຍ ໃນເວລາທີ່ລາວ ອອກມາຈາກລົດກະບະຂອງລາວ ແລ້ວໄດ້ຍິງ
ໃສ່ 2 ຄົນ ຢູ່ໃນເດີ່ນຈອດລົດ ຂອງຮ້ານອາຫານ Waffle House. ລາວໄດ້ເປີດສາກຍິງ ເຂົ້າໄປໃນຮ້ານອາຫານດັ່ງກ່າວ ບ່ອນທີ່ 3 ຄົນ ໄດ້ເສຍຊີວິດ ຢູ່ໃນຈຸດເກີດເຫດ ແລະ
ຕໍ່ຈາກນັ້ນມາ ຄົນຜູ້ທີສີ່ ກໍໄດ້ເສຍຊີວິດ ຢູ່ໃນໂຮງໝໍ.

ລົດຕຳຫຼວດຄັນນຶ່ງ ສາມາດເຫັນໄດ້ ຈອດຢູ່ດ້ານນອກ ຂອງຮ້ານອາຫານ Waffle House ໃນນະຄອນ ແນສວີລ ລັດເທັນເນັສຊີ້, ບ່ອນທີ່ 3 ຄົນ ຖືກຍິງຕາຍ, ວັນທີ 22 ເມສາ 2018, ຄົນທີສີ່ ເສຍຊີວິດ ຢູ່ທີ່ໂຮງໝໍ ຈາກບາດແຜຈາກລູກປືນ ທີ່ໄດ້ຮັບ (ພາບຖ່າຍໂດຍ: Metropolitan Nashville Police Department)
ລົດຕຳຫຼວດຄັນນຶ່ງ ສາມາດເຫັນໄດ້ ຈອດຢູ່ດ້ານນອກ ຂອງຮ້ານອາຫານ Waffle House ໃນນະຄອນ ແນສວີລ ລັດເທັນເນັສຊີ້, ບ່ອນທີ່ 3 ຄົນ ຖືກຍິງຕາຍ, ວັນທີ 22 ເມສາ 2018, ຄົນທີສີ່ ເສຍຊີວິດ ຢູ່ທີ່ໂຮງໝໍ ຈາກບາດແຜຈາກລູກປືນ ທີ່ໄດ້ຮັບ (ພາບຖ່າຍໂດຍ: Metropolitan Nashville Police Department)

​ລູກຄ້າຂອງຮ້ານອາຫານຄົນນຶ່ງ ໄດ້ປ້ຳມືປືນຄົນນັ້ນລົງ ແລະ ໄດ້ໂຍນອາວຸດປືນເຂົ້າໄປ
ດ້ານຫຼັງຂອງໂຕະຂາຍເຄື່ອງ ກ່ອນທີ່ຜູ້ຕ້ອງສົງໄສ ຈະສາມາດແກ້ແຈກເກັດ ຂອງຜູ້ກ່ຽວ
ອອກໄດ້ ແລ້ວໄດ້ພ່າຍໜີໄປຈາກຈຸດເກີດເຫດ ໂດຍທີ່ປະໂປ້ໄປ.

ທ່ານ Steve Anderson ຫົວໜ້າຕຳຫຼວດນະຄອນ ແນັສວີລ ກ່າວວ່າ ທ້າວເຣນຄິ້ງ
ໄດ້ເຂົ້າໄປໃນຮ້ານອາຫານ Waffle House ພ້ອມກັບລູກປືນຕັ້ງຫຼວງຫຼາຍ ແລະພາຍ
ປືນສີ່ກະບອກເຂົ້າໄປ. ໄດ້ມີການພົບເຫັນປືນສອງກະບອກຢູ່ບ່ອນເກີດເຫດ ແລະທ່ານ
Anderson ກ່າວວ່າ ຜູ້ຕ້ອງສົງໄສ ອາດຍັງມີປືນຢູ່ ຕິດໂຕຢູ່ນຳລາວ ອີກສອງກະບອກ.

ໜ່ວຍສືບລັບຂອງ ສຫຣ ກ່າວວ່າ ທ້າວ ເຣນຄິ້ງ ໄດ້ຖືກຈັບໃນເດືອນ ກໍຣະກົດ ປີກາຍນີ້
ຍ້ອນຜູ້ກ່ຽວເຂົ້າໄປໃນສະຖານທີ່ຕ້ອງຫ້າມໄກ໊ໆກັບທຳນຽບຂາວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG