ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນໍາຂອງໂລກ ຈະສືບຕໍ່ພະຍາຍາມ ປ້ອງກັນການກໍ່ການຮ້າຍ ດ້ວຍອາວຸດນີວເຄຼຍ


 ປະທານາທິບໍດີບາຣັກ ໂອບາມາ ທີ່ກອງປະຊຸມສຸດຍອດ ນີວເຄລຍ ທີ່ກຸງ
ໂຊນ. ເກົາຫຼີໃຕ້.
ວັນທີ 27 ມີນາ 2012.
ປະທານາທິບໍດີບາຣັກ ໂອບາມາ ທີ່ກອງປະຊຸມສຸດຍອດ ນີວເຄລຍ ທີ່ກຸງ ໂຊນ. ເກົາຫຼີໃຕ້. ວັນທີ 27 ມີນາ 2012.

ບັນດາ​ຜູ້​ນໍາ​ຈາກ​ຫລາຍ​ກວ່າ 50 ປະ​ເທດໄດ້​ໃຫ້​ຄໍາ​ໝັ້ນໝາຍ​ຂອງ​ພວກ​ຕົນ​ຕື່ມ​ອີກ​ ໃນ​ການ​ລົດ​ຜ່ອນ​ຄັງ​ອາວຸດ​ນີວ​ເຄລຍ​ໃນ​ໂລກ​ລົງ​ນັ້ນ.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ​ ກ່າວ​ຕໍ່​ບັນດາ​ຜູ້​ແທນທີ່​ມາ​ຮ່ວມວາລະ
ສຸດ​ທ້າຍ ຂອງ​ກອງ​ປ​ະຊຸມ​ສຸດ​ຍອດ​ນິວ​ເຄລຍເປັນ​ເວລາ​ສອງ​ມື້ທີ່​ກຸງ​ໂຊ​ນ ໃນ​ວັນອັງ
ຄານ​ມື້​ນີ້ວ່າ ປະຊາ​ຄົມ​ໂລກ​ຈະ​ຕ້ອງ​ທໍາ​ຄວາມ​ພະຍາຍາມ​ຢ່າງ​ເອົາ​ຈິງເອົາ​ຈັງ​ແລະ​ຍືນ
ຍົງ ​ເພື່ອ​ລົດ​ຜ່ອນ​ຄັງ​ອາວຸດ​ນີວ​ເຄລຍ​ໃນ​ໂລກ​ນັ້ນລົງ ຊຶ່ງທ່ານ​ໂອ​ບາ​ມາ​ກ່າວ​ວ່າ:

" ຍັງ​ມີ​ພວກ​ກະທໍາ​ຄວາມ​ບໍ່​ດີ​ຫຼາຍ​ໂພດ​ທີ່​ພາກັນ​ຊອກ​ຫາ​ພວກ​ວັດຖຸ​ຫຼື​ອາວຸດ​ທີ່​ເປັນ
ອັນຕະລາຍ​ນີ້ ​ແລະ​ວັດຖຸ​ທີ່​ເປັນອັນຕະລາຍ​ເຫຼົ່າ​ນີ້​ຍັງ​ມີ​ຄວາມ​ຫຼໍ່​ແຫຼມ​ຢູ່​ໃນ​ຫຼາຍບ່ອນ
ຫຼາຍ​ແຫ່ງ​ໂພດ. ມັນຈະ​ບໍ່​ຕ້ອງການ​ພວກ​ວັດຖຸ​ຫຼືອາວຸດ​ເຫຼົ່າ​ນີ້​ຫຍັງຫຼາຍ ພຽງເລັກ
ນ້ອຍ​ເທົ່ານັ້ນ​ກໍ​ສາມາດໃຊ້ໄວ້​ສັງຫານ​ພວກຜູ້​ຄົນ​ທີ່​ບໍ່​ມີ​ຄວາມຜິ​ດຫຼາຍ​ແສນ​ຄົນ​ໄດ້
ແລະ​ນີ້​ບໍ່​ແມ່ນ​ເປັນ​ການ​ເວົ້າ​ໂຍກ​ເກີນ​ໄປ ​ແຕ່​ມັນ​ແມ່ນ​ຄວາມ​ເປັນ​ຈິງທີ່​ພວກ​ເຮົາ​ກໍາ
ລັງ​ປະ​ເຊີນ​ໜ້າ​ຢູ່​."

ລັດສະໝີຂອງລູກສອນໄຟເກົາຫຼີເໜືອ
ລັດສະໝີຂອງລູກສອນໄຟເກົາຫຼີເໜືອ

ທ່ານ​ໂອ​ບາ​ມາຍ​ອມຮັບ​ວ່າ ​ໄດ້​
ບັນລຸ​ຄວາມຄືບໜ້າມາ​ ນັບ​ແຕ່
ທ່ານ​ໄດ້ເປັນ​ເຈົ້າພາບຈັດ​ກອງ
ປະຊຸມ​ສຸດ​ຍອດ​ກ່ຽວ​ກັບ​ເລື້ອງ
ນີ້​ຂຶ້ນ​ທີ່ກຸງ​ວໍ​ຊິງຕັນ​ໃນ​ປີ 2010
ແລະ​ ໃຫ້​ຂໍ້​ສັງ​ເກດ​ວ່າ ຈໍານວນ​
ພວກ​ປະ​ເທດ​ທີ່​ມາຮ່ວມ​ໃນ​ກອງ​
ປະຊຸມດັ່ງກ່າວ​ໄດ້​ເພີ່ມ​ຂຶ້ນ​ເປັນ
ຫຼາຍກວ່າ 50 ປະ​ເທດ​ແລ້ວ.

ທ່ານ​ໂອ​ບາ​ມາ​ກ່າວ​ຕື່ມ​ວ່າ ຜົນ​
ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ ຈະ​ເປັນ
ສະຖາປັດຕະຍະ​ກໍາ​ໃຫຍ່​ຂຶ້ນ
ຂອງ​ໂລກທີ່​ຈະ​ອະນຸມັດ​ໃຫ້​ປະ
ຊາ​ຄົມນາໆ​ຊາດ ດໍາ​ເນີນ​ການ
ໃຊ້​ພະລັງ​ນີວ​ເຄລຍທາງ​ສັນຕິຢ່າງ​ປອດ​ໄພ​ແລະ​ມີປະສິດທິຜົນ​ນັ້ນ.

ແຕ່​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ທີ່​ເປີດ​ເຜີຍ​ອອກ​ໃນ​ວັນ​ອັງຄານ​ມື້​ນີ້​ເວລາ​ອັດກອງ​ປະຊຸມ​ສຸດ
ຍອດ​ດັ່ງກ່າວ​ ບໍ່​ໄດ້​ອໍາ​ນວຍ​ໃຫ້​ເກີດ​ແຜນການທີ່​ເປັນ​ຮູບ​ປະ​ທໍາໃດໆ​ເພື່ອ​ຈະ​ໃຫ້​ບັນລຸ​
ເປົ້າ​ໝາຍ​ນັ້ນ.

ກອງ​ປະຊຸມ​ສຸດ​ຍອດ​ໄດ້​ຖືກ​ຄອບ​ງໍາ​ໂດຍ​ຄໍາ​ປະກາດ​ຂອງ​ເກົາຫຼີ​ເໜືອ ຫວ່າງ​ໄວໆ​ມາ​ນີ້
ທີ່​ວ່າ ຕົນ​ຈະ​ສົ່ງ​ດາວ​ທຽມ​ຂຶ້ນ​ສູ່​ອະວະກາດ​ໃນ​ເດືອນ​ໜ້າ​ນີ້. ພວກ​ປະ​ເທດ​ຝ່າຍ​ຕາ​ເວັນ
ຕົກ​ຫຼາຍ​ປະ​ເທດ​ເຊື່ອ​ວ່າ ການ​ສົ່ງ​ດາວ​ທຽມ​ທີ່​ວ່າ​ນີ້ ຄວາມ​ຈິງ​ແລ້ວ​ແມ່ນ​ການ​ທົດ​ສອບ​
ຍິງ​ລູກ​ສອນໄຟ​ທີ່​ຍິງໄດ້​ໃນໄລຍະໄກ​ນັ້ນ.

XS
SM
MD
LG