ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີ​ໃຕ້ໃຫ້ຄວາມໝັ້ນໃຈ ແກ່​ພວກລູກ​ຄ້າ ກ່ຽວກັບ ລະບົບເຕົາ​ແຍກນີວ​ເຄລຍຂອງຕົນ


ປະທານາທິບໍດີເກົາຫຼີໃຕ້ ທ່ານ Lee Myung-bak
ປະທານາທິບໍດີເກົາຫຼີໃຕ້ ທ່ານ Lee Myung-bak

ປະທານາທິບໍດີ Lee Myung-bak ​ແຫ່ງ​ເກົາຫລີ​ໃຕ້ ໄດ້ກ່າວໃຫ້​ຄວາມ​ໝັ້ນ​ໃຈ ​ແກ່​ພວກ
ລູກ​ຄ້າໃນ​ພາກ​ຕາ​ເວັນ​ອອກ​ກາງ​ວ່າ ເຕົາ​ແຍກນີວ​ເຄລຍຂອງ​ຕົນ​ປອດ​ໄພ​ຫລາຍກວ່າເຕົາ
ແຍກ​ນີວ​ເຄລຍຂອງ​ຍີ່ປຸ່ນ​ທີ່​ກໍາລັງ​ປະສົບກັບ​ບັນຫາ​ ຢູ່​ໃນເວລານີ້.

ພວກ​ປະ​ເທດ​ໃນ​ທົ່ວ​ເອ​ເຊຍ​ກໍາລັງ​ພາກັນ​ຊັ່ງຊາ​ຕີ​ລາຄາ ຄືນ​ເບິ່ງ​ແຜນການ​ໃຊ້​ ພະລັງ​ນີວ
ເຄລຍຜະລິດ​ໄຟຟ້າຂອງ​ຕົນ​ ຫລັງ​ຈາກ​ເຫັນ​ບັນຫາ​ທີ່ເກີດ​ຂຶ້ນ​ໃນ​ຍີ່ປຸ່ນ​ ບ່ອນ​ທີ່​ມີ​ການລະ​
ເບີດ​ຂຶ້ນ​ໃນ​ເຕົາ​ແຍກ​ນີວ​ເຄລຍ 2 ​ແຫ່ງ ​ແລະ​ອີກ​ຫລາຍ​ບ່ອນ​ຕື່ມ​ອີກ​ກໍາລັງ​ປະ​ເຊີນ​ກັບ​
ບັນຫາ ​ຍ້ອນລະບົບ​ທໍາຄວາມ​ເຢັນ​ບໍ່​ທໍາ​ງານ ຫລັງ​ຈາກ​ເກີດ​ໄພ​ແຜ່ນດິນ​ໄຫວ ໃນ​ສັບປະ
ດາ​ແລ້ວ​ນີ້.

ແຕ່ທ່ານ​ຫລີ​ໄດ້​ກ່າວ ໃນ​ພິທີ​ວາງ​ສິລາ​ເລີກ ຫລື​ເບີກ​ດິນ ​ສໍາລັບກໍ່ສ້າງ​ໂຮງ​ໄຟຟ້າ ນີວ​ເລຍ
ທີ່​ສະຫະລັດ​ອາຣັບ Emirates ​ໃນ​ວັນ​ຈັນ​ມື້​ນີ້​ວ່າເຕົາ​ແຍກນີວເຄລຍຂອງ​ ປະເທດ​ຂອງ​ທ່ານ
ແມ່ນຢູ່​ໃນ​ລະດັບ​ດີ​ເລີດ ຖ້າ​ເວົ້າ​ເຖິງ​ເລື້ອງ​ຄວາມປອດ​ໄພ​ແລະ​ປະສິດທິພາບ ​ແລະ​ຈະ​ເປັນ
ແບບຢ່າງ​ທີ່​ດີ​ສໍາລັບພາກ​ຕາ​ເວັນ​ອອກ​ກາງ. ກຸ່ມ​ບໍລິ ສັດ​ເກົາຫລີ​ໃຕ້​ກຸ່ມ​ນຶ່ງ​ໄດ້​ຮັບ​ສັນຍາ​ມູນ​
ຄ່າ 20 ພັນ​ລ້ານ​ໂດ​ລາ​ ສໍາລັບ​ສ້າງ​ເຕົາ ​ແຍກ​ນີວ​ເຄລຍ 4 ​ແຫ່ງ​ໃນ​ປະ​ເທດ​ດັ່ງກ່າວ.
ເກົາຫລີ​ໃຕ້​ມີເຕົາ​ແຍກ​ນີວ​ເຄລຍ 20 ​ແຫ່ງ ທີ່​ສະໜອງ​ພະລັງ​ງານ​ໃຫ້​ປະ​ເທດ​ໃນ​ປະລິມານ
35 ສ່ວນ​ຮ້ອຍ​ຂອງ​ພະ​ລັງ​ງານ​ທັງ​ໝົດທີ່​ປະ​ເທດ​ຕ້ອງການ​ນັ້ນ. ພວກເຕົາ​ແຍກ​ນີວ​ເຄລຍ
ຂອງ​ຍີ່ປຸ່ນ​ທີ່​ປະ​ເຊີນ​ກັບ​ບັນຫານັ້ນ ​ສ່ວນ​ຫລາຍແມ່ນ​ອອກ​ແບບ​ມາ​ ໃນ​ລະບົບທີ່ເກົ່າ​ກວ່າ.

XS
SM
MD
LG