ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວິກິດການທີ່ຍີ່ປຸ່ນສ້າງບັນຫາ ໃຫ້ອຸດສາຫະກໍານິວເຄລຍ (ເບິ່ງວີດີໂອ)


ປະທານາທິບໍດີ ໂອບາມາ ທ່ີກອງປະຊຸມ FEMA
ວັນທີ 16 ມີນາ 2011
ປະທານາທິບໍດີ ໂອບາມາ ທ່ີກອງປະຊຸມ FEMA ວັນທີ 16 ມີນາ 2011

ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະລັດ ກ່າວ​ວ່າ
ທ່ານ​ເຊື່ອ​ວ່າພະລັງ​ນີວ​ເຄລຍ​ເປັນ​ແຫ​ລ່ງພະລັງງານ​ທີ່​ສໍາ
ຄັນ​ອັນ​ນຶ່ງ​ໃນ​ສະຫະລັດ. ທ່ານ​ໂອ​ບາ​ມາ​ກ່າວ​ເຊ່ນ​ນີ້​ໃນ
ການ​ໃຫ້​ສໍາພາດ​ທາງ​ໂທລະພາບ​ໃນ​ວັນ​ອັງຄານ​ວານ​ນີ້​
ວ່າ ພວກ​ໂຮງ​ໄຟຟ້າ​ນີວ​ເຄລຍຕ່າງໆ​ແມ່ນ​ໄດ້ອອກແບບ
ໃຫ້​ທົນ​ຕໍ່​ໄພ​ພິບັດ​ທໍາ​ມະ​ຊາດ​ລະດັບ​ໃດ​ລະ​ນຶ່ງ​ໄດ້ ຮວມ
ທັງ​ໄພ​ແຜ່ນດິນ​ໄຫວ​ແລະ​ໄພ​ນໍ້າ​ຖ້ວມ​ນັ້ນ. ​ແຕ່​ທ່ານ​ໂອ​ບາ​
ມາຍ​ອມຮັບ​ວ່າ ບໍ່​ມີ​ສະຖານ​ທີ່​ຜະລິດ​ພະລັງງານ​ໃດໆມີ
ຄວາມໝັ້ນ​ຄົງ​ແຂງ​ແຮງ​ທີ່​ສາມາດຕ້ານທານ​ກັບໄພອັນ
ຕະລາຍຕ່າງໆໄດ້ຢ່າງ​ສິ້ນ​ເຊີງ ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ
ມັນ​ເປັນ​ສິ່ງ​ສໍາຄັນ​ທີ່​ຈະ​ດໍາ​ເນີນ​ງານ​ເພື່ອ​ປັບປຸງ​ຄວາມ​
ປອດ​ໄພ​ຂອງ​ເຕັກ​ໂນ​ໂລ​ຈີ​ນີວ​ເຄລຍ​ໃຫ້​ດີ​ຂຶ້ນ.

ໂຄສົກ​ປະ​ຈໍາ​ຄະນະ​ກໍາມະການ​ຄວບ​ຄຸມ​ນີວ​ເຄລຍຂອງ
ສະຫະລັດ ທ່ານ Scott Burnell ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ວັນ
ອັງຄານ​ວານ​ນີ້​ວ່າຄໍາ​ຂໍ​ຮ້ອງ​ໃດໆ​ທີ່ຈະ​ສ້າງ​ໂຮງ​ໄຟຟ້າ​ນີວ​ເຄລຍຂຶ້ນ​ໃນ​ສະຫະລັດ ຈະ​ຕ້ອງ​ໄດ້
ພິຈາລະນາ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ຂອງ​ເຫດການ​ຮ້າຍ​ແຮງຕ່າງໆ​ທີ່ອາດ​ຈະ​ເກີດ​ຂຶ້ນໃນສະຖານ
ທີ່ແຫ່ງນັ້ນ ​ເຊ່ນ​ຫິມະ​ຕົກ​ໜັກ ​ເກີດ​ໄພນໍ້າ​ຖ້ວມ ​ແຜ່ນດິນ​ໄຫວ​ ແລະ​ຄື້ນຟອງ​ຍັກ​ສຸ​ນາ​ມິດັ່ງ​ນີ້
ເປັນ​ຕົ້ນ.

ທ່ານ Burnell ກ່າວ​ວ່າ ສະຫະລັດ​ຈະ​ພິຈາລະນາ​ເບິ່ງ​ຂໍ້​ມູນ​ທຸກ​ຢ່າງທີ່​ຕົນ​ໄດ້​ຮັບມາ​ຈາກ​ວິ​ກິດ​ການ​ນີວ​ເຄລຍ​ໃນ​ປະ​ເທດ​ຍີ່ປຸ່ນ ​ເພື່ອ​ຈະ​ເຫັນ​ວ່າ​ອັນ​ໃດ​ທີ່​ພວກ​ເຮົາ​ສາມາດ​ຖອດ​ຖອນ​ບົດ​ຮຽນ​ຈາກ​ນີ້​ໄດ້.

ບັນຫາ​ຕ່າງໆ​ໃນ​ໂຮງ​ໄຟຟ້າ​ນີວ​ເຄລຍ ທີ່​ປະສົບ​ກັບ​ໄພ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ໃນ​ຍີ່ປຸ່ນ ​ແມ່ນ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ວົງ​ການ​ອຸດສາຫະກໍາ​ນີວ​ເຄລຍ​ໃນ​ໂລກ ຊຶ່ງ​ເຮັດ​ໃຫ້​ລາຄາ​ຮຸ້ນ​ຂອງ​ພວກ​ບໍລິສັດ​ຕ່າງໆ​ ທີ່ ສ້າງ ຫລື​ບໍລິຫານ​ງານ​ບັນດາ​ໂຮງ​ໄຟຟ້າ​ນີວ​ເຄລຍນັ້ນ ຕົກລົງ.

ນອກ​ນັ້ນ​ລາຄາ​ເຊື້ອ​ໄຟຢູ​ເຣນຽມ​ກໍ​ຕົກ​ເຊ່ນ​ກັນ.

XS
SM
MD
LG