ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກນັກລົບ NTC ເຂົ້າຍຶດເອົາເມືອງ Sirte


ນັກລົບຂອງຝ່າຍຕໍ່ຕ້ານກາດດາຟີ ຍິງປືນໃສ່ທາງເຂົ້າຕຶກຫລັງນຶ່ງ ຂອງມະຫາວິທະຍາໄລ ເມືອງ Sirte, ວັນທີ 9 ຕຸລາ 2011.
ນັກລົບຂອງຝ່າຍຕໍ່ຕ້ານກາດດາຟີ ຍິງປືນໃສ່ທາງເຂົ້າຕຶກຫລັງນຶ່ງ ຂອງມະຫາວິທະຍາໄລ ເມືອງ Sirte, ວັນທີ 9 ຕຸລາ 2011.

ພວກນັກລົບຂອງລັດຖະບານຊົ່ວຄາວລີເບຍກ່າວວ່າ ພວກເຂົາເຈົ້າໄດ້​ເຂົ້າຍຶດ​ເອົາຕຶກໃຫຍ່
ຫລາຍ​ຫລັງຂອງສູນກາງປະຊຸມ ໃນເມືອງ Sirte ບ້ານເກີດຂອງອະດີດຜູ້ນໍາລີເບຍ ມວມມາ
ກາດດາຟີ.

ພວກນັກລົບຂອງສະພາ​ໄລຍະຂ້າມຜ່ານແຫ່ງຊາດ ຫລື NTC ກ່າວ​ໃນ ວັນອາທິດ​ມື້ນີ້ວ່າ
ເວລານີ້ ພວກເຂົາເຈົ້າ​ໄດ້ຍຶດສູນກາງປະຊຸມ ທີ່ພວກຈົ່ງຮັກພັກດີຕໍ່ກາດດາຟີ​ໃຊ້ເປັນຖານ
ປະຕິບັດການໃຫຍ່ຂອງພວກເຂົາເຈົ້ານັ້ນ ​ແລ້ວ.

ວັນເສົາວານນີ້ ພວກ​ນັກ​ລົບ NTC ໄດ້ປະເຊີນກັບການຕໍ່ສູ້ຕ້ານຢັນຢ່າງ​ແຂງ​ຂັນຈາກພວກ
ມື​ປືນ​ດັກ​ຍິງຂອງ​ຝ່າຍນິຍົມກາດດາຟີ ເວລາເຂົາເຈົ້າບຸກເຂົ້າໄປໃນເມືອງ Sirte ນັ້ນ. ນອກ
ນີ້ແລ້ວ ພາຍຸຂີ້ຊາຍຍັງ​ໄດ້ເຮັດໃຫ້ການບຸກຄືບໜ້າຂອງກອງກໍາລັງຂອງສະພາ​ໄລະຍຂ້າມຜ່ານ
ແຫ່ງຊາດລີເບຍ ຍາກລໍາບາກຂຶ້ນຕື່ມ.

ເມືອງ Sirte ຕັ້ງຢູ່ຫ່າງຈາກນະຄອນຫລວງທຣິໂປລີ 360 ກິໂລແມັດ ​ໄປທາງທິດຕາເວັນ
ອອກ ແລະ​ໄດ້ເປັນເມືອງສູນກາງການສະໜັບສະໜຸນ ກາດດາຟີ ມາເປັນເວລາດົນນານ.
ພວກນັກລົບຂອງລັດຖະບານ​ໄລຍະ​ຂ້າມ​ຜ່ານ ໄດ້ພະຍາຍາມຈະເຄື່ອນກໍາລັງເຂົ້າໄປໃນ
ເມືອງດັ່ງກ່າວມາໄດ້ ສາມອາທິດແລ້ວ.

XS
SM
MD
LG