ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ທ້າວ Edward Snowden ຜູ້ເປີດເຜີຍຄວາມລັບ ຫາຍສາບສູນ ຢູ່ໃນ ຮົງກົງ (ວີດີໂອ)


ທ້າວ Edward Snowden ທີ່ລີ້ຊ່ອນ ຢູ່ໂຮງແຮມແຫ່ງນຶ່ງໃນ ຮົງກົງ ປັດຈຸບັນນີ້ ໄດ້ຫາຍສາບສູນ ບໍ່ຮູ້ວ່າຢູ່ໃສ
ຜູ້​ຊາຍ ​ທີ່​ເປີດ​ເຜີຍ​ຂໍ້​ມູນກ່ຽວ​ກັບ​ໂຄງການຕິດຕາມ​ຟັງ​ໂທລະສັບ
​ ແລະ​ການ​ຊົມ​ໃຊ້​ອິນ​ເຕີ​ແນັດ​ຂອງ​ປະຊາຊົນທີ່​ຖື​ວ່າ​ເປັນຄວາມ​
ລັບ​ທີ່​ສຳຄັນຂອງສະຫະລັດນັ້ນ ບໍ່​ຊາບວ່າຢູ່​ໃ​ສ​ໃນ​ວັນ​ອັງຄານ​ມື້​
ນີ້ ​ໃນ​ຂະນະ​ທີ່ພວກ​ເຈົ້າໜ້າ​ທີ່​ໃນ​ກຸງ​ວໍ​ຊິງ​ຕັນ​ສືບ​ຕໍ່ຮຽກຮ້ອງ​ໃຫ້​
ຈັບ​ແລະ​ສົ່ງ​ໂຕ​ຜູ້ກ່ຽວ​ມາ​ຍັງ​ສະຫະລັດ​ໃນ​ທັນທີ.

ທ້າວ Edward Snowden ​ໄດ້​ອອກ​ຈາກ​ໂຮງ​ແຮມ​ແຫ່​ງນຶ່ງ​ໃນ
ຮົງ​ກົງ ບ່ອນ​ທີ່​ລາວໄດ້ພັກ​ຢູ່​ໃນ​ວັນ​ຈັນ​ວານ​ນີ້ ນຶ່ງ​ມື້ຫລັງ​ຈາກ
ລາວ​ໄດ້​ເປີ​ດ​ເຜີຍ ​ໃຫ້ໂລກ​ຮູ້ວ່າ​ລາວ​ແມ່ນ​ໃຜ ​ຕໍ່ໜັງສື​ພິມ
Guardian ຂອງອັງກິດ. ທ້າວ Snowden ທີ່​ມີອາ ຍຸ 29 ປີໄດ້
ຫລົບ​ໜີ​ໄປ​ຢູ່ຮົງ​ກົງ ​ໃນ​ວັນ​ທີ 20 ​ເດືອນ​ພຶດສະພາ ກ່ອນໜັງ​ສື
ພິມສະບັບ​ນີ້​ພິມ​ເຜີ​ຍແຜ່ລາຍ​ງານກ່ຽວ​ກັບ​ໂຄງການຕິດຕາມ​ຟັງ​
ໂທລະສັບ​ແລະ ຂໍ້​ມູນ​ການ​ຊົມ​ໃຊ້​ອິນ​ເຕີແນັດຂອງ​ປະຊາຊົນທີ່​
ເປັນ​ໄພ​ຂົ່ມຂູ່​ຈາກ​ພວກ​ກໍ່​ການ​ຮ້າຍ ຂອງອົງການ​ປ້ອງກັນ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ
ຫລື NSA.

ທ່ານ James Clapper ຜູ້ອຳນວຍການ​ອົງການສືບ​ລັບ​ແຫ່ງ​ຊາດ ຂອງ​ສະຫະລັດ
ກ່າວ​ວ່າ ການ​ກະທໍາ​ຂອງທ້າວ Snowden ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໃຫ້​ແກ່
ຄວາມ​ປອດ​ໄພ​ຂອງ​ປະ​ເທດ. ກະຊວງ​ຍຸຕິ​ທໍາ ສະຫະລັດ ກ່າວ​ວ່າ ຕົນ​ໄດ້​ເປີດ​ການສືບ
ສວນເບິ່ງການ​ກະທໍາ​ຜິດ ກ່ຽວ​ກັບການເປີດ​ເຜີຍ​ຄວາ​ມລັບ ​ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ອື່ນໆ.

ຮົງ​ກົງ ສາມາດ​ສົ່ງທ້າວ Snowden ​ໃຫ້​ແກ່ສະຫະລັດ ພາຍ​ໃຕ້ສົນທິສັນຍາ​ສົ່ງ​ຜູ້​ຮ້າຍ​ຂ້າມ
​ແດນ ທີ່ເຊັນກັບວໍ​ຊິງ​ຕັນ​ໃນ​ປີ 1996. ທ້າວ Snowden ກ່າວ​ວ່າ ລາວ​ມີ​ແຜນ​ທີ່​ຈະ​ຂໍລີ້​ໄພ
ຢູ່​ໃນ​ປະ​ເທດ​ໃດປະ​ເທດ​ນຶ່ງ ​ທີ່ມີ​ຄວາມເຊື່ອ​ ກ່ຽວ​ກັບສິດ ເສລີ​ພາບ​ໃນການ​ປາກ​ເວົ້າ ​ແລະ​
ຄວາມ​ລັບສ່ວນ​ໂຕ ຢູ່ໃນໂລ​ກ.

ທ່ານ Phil Carter ຜູ້​ຊ່ຽວຊານ​ດ້ານ​ຄວາມ​ປອດ​ໄພແຫ່ງ​ຊາດ ​ແມ່ນ​ຮວມຢູ່​ໃນ ບັນດາ​ຜູ້​ທີ່​
ເຊື່ອ​ວ່າ ການ​ກະທໍາ​ຂອງທ້າວ Snowden ນັ້ນ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໃຫ້​ແກ່​
ຄວາມ​ປອດ​ໄພ​ຂອງ​ປະ​ເທດ ຊຶ່ງທ່ານ​ກ່າວວ່າ.

“ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ເຖີງ​ໂຄງການ ທີ່​ລັດຖະບານກາງ​ຕໍ່​ອາ​ໄສ ​ເພື່ອ​ເບິ່ງຂໍ້​ມູນ​ທີ່​ມີຢ່າງ​ມະ
ຫາສານ ​ແລ​ະ​ເພື່ອ​ຄວາມ​ເຂົ້າ​ໃຈ​ຂໍ້​ມູນ​ເຫຼົ່ານີ້. ​ແລະ​ນີ້​ແມ່ນໂຄງການ​ນຶ່ງທີ່​ເຂົາ​ເຈົ້າ​ຈະນໍາ
​ໃຊ້​ ທັງເພື່ອຕິດຕາມ​ເບິ່ງ​ການວາງແຜນ​ກໍ່​ການ​ຮ້າ​ຍ​ໃນ​ອ​ະ ນາ​ຄົດ ​ແຕ່​ພ້ອມ​ດຽວ​ກັນ​ກໍຈະ
ເບິ່ງອີກ​ວ່າ ມີ​ອົງການ​ສືບ​ລັບຕ່າງປະ​ເທດ​ໃດ​ແດ່ ທີ່​ອາດ​ຈະ​ກະທໍາ ​ແລະການ​ຕິດຕາມ​ເບິ່ງ
ຄວາມ​ຜິດ​ປົກກະ​ຕິ​ທົ່ວໆ​ໄປ ທີ່​ອາດ​ຈະ​ພົວພັນ​ກັບ​ກິ​ດຈະ​ກາທີ່​ອາດ​ເປັນ​ອາ​ຊະ​ຍາ​ກຳ ຢູ່
​ໃນ​ສະຫະລັດ.

ພວກສະໜັບສະໜຸນຄວາມເປັນສ່ວນຕົວ ຊົມເຊີຍທ້າວ Edward Snowden:

Privacy Rights Advocates Praise NSA Contractor Who Exposed US Surveillance Program
please wait

No media source currently available

0:00 0:02:32 0:00
ລິງໂດຍກົງ

ກ່ຽວຂ້ອງກັນ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG