ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານ ສຫລ ອະນຸຍາດ ໃຫ້ອົງການ NSA ສືບຕໍ່ ເກັບກໍາ ຂໍ້ມູນ ໂທລະສັບ


ສຳນັກງານໃຫຍ່ ອົງການຄວາມໝັ້ນຄົງແຫ່ງຊາດ ສຫລ ຫຼື NSA ທີ່ຄ້າຍ Fort Meade ລັດ Maryland.
ສຳນັກງານໃຫຍ່ ອົງການຄວາມໝັ້ນຄົງແຫ່ງຊາດ ສຫລ ຫຼື NSA ທີ່ຄ້າຍ Fort Meade ລັດ Maryland.
ສານລັບຂອງສະຫະລັດ ໄດ້ຕັດສິນອີກຄັ້ງນຶ່ງວ່າ ອົງການຄວາມ
ໝັ້ນຄົງແຫ່ງຊາດ ຫຼື NSA ສາມາດສືບຕໍ່ ເກັບກຳຂໍ້ມູນທາງໂທ
ລະສັບ ຂອງຊາວອາເມຣິກັນທຸກໆຄົນໄດ້.

ລັດຖະບານສະຫະລັດ ໄດ້ເປີດເຜີຍ ໃນວັນສຸກວານນີ້ວ່າ ສານ
ຄວບຄຸມດູແລການສືບລັບຕ່າງປະເທດ ສັ່ງໃຫ້ເລີ້ມຕົ້ນເກັບກຳ ຂໍ້ມູນທາງໂທລະສັບຂະໜາດໃຫຍ່ຂອງອົງການ NSA ຄືນໃໝ່
ໄດ້.

ໂຄສົກຄົນນຶ່ງ ຂອງສຳນັກງານຜູ້ອຳນວຍການສືບລັບແຫ່ງຊາດ
ກ່າວວ່າ ຜູ້ພິພາກ 15 ທ່ານປະຈຳສານດັ່ງກ່າວ ໄດ້ໃຫ້ການອະ ນຸມັດຕໍ່ໂຄງການເກັບກໍາຂໍ້ມູນທາງໂທລະສັບໃນ 36 ໂອກາດທີ່ແຕກຕ່າງກັນໃນຮອບ 7 ປີ
ທີ່ຜ່ານມານີ້.

ນອກນັ້ນແລ້ວໃນມື້ວານນີ້ ລັດຖະບານສະຫະລັດ ຍັງໄດ້ຂໍອຸທອນຕໍ່ການຕັດສິນຂອງສານ ລັດຖະບານກາງແຫ່ງນຶ່ງທີ່ເວົ້າວ່າ ການເກັບກຳປະຫວັດໂທລະສັບຂອງອົງການ NSA ມີ ທ່າທາງວ່າຈະບໍ່ຖືກຕ້ອງຕາມລັດຖະທຳມະນູນ.

ທ່ານ Richard Leon ຜູ້ພິພາກສາປະຈຳເຂດ ທີ່ກຸງວໍຊິງຕັນ ໄດ້ທຳການຕັດສິນດັ່ງກ່າວ ໃນເດືອນແລ້ວນີ້ ໂດຍເວົ້າວ່າ ໂຄງການຂອງອົງການ NSA ແມ່ນເກືອບວ່າ Orwellian ຊຶ່ງໝາຍເຖິງນິຍາຍ ກ່ຽວກັບອະນາຄົດ ຂອງ George Orwell ປີ “1984”. ການຕັດສິນ ທີ່ວ່ານີ້ ແມ່ນໄດ້ຕິດຕາມມາບໍ່ດົນ ໂດຍການຕັດສິນ ທີ່ຂັດແຍ້ງກັນ ຂອງຜູ້ພິພາກສາເຂດ ອີກທ່ານນຶ່ງ ທີ່ເຫັນພ້ອມກັບການເກັບກຳຂໍ້ມູນຂອງລັດຖະບານ.

ໃນອາທິດນີ້ ເອກກະສານທີ່ບໍ່ໄດ້ມີການພິມເຜີຍແຜ່ກ່ອນໜ້ານີ້ໄດ້ສະແດງໃຫ້ເຫັນວ່າ ອົງ ການ NSA ພວມດຳເນີນງານຢ່າງຂຸ້ນຂ້ຽວເພື່ອສ້າງຄອມພິວເຕີ້ຮຸ້ນໃໝ່ທີ່ກ້າວໜ້າທັນສະ ໄໝຫຼື quantum supercomputer ທີ່ສາມາດຖອດລະຫັດເກືອບທຸກຮູບແບບທີ່ຮູ້ກັນໃນ ປັດຈຸບັນນີ້ໄດ້.
XS
SM
MD
LG