ມີລາຍງານວ່າ ອົງການຮັກສາຄວາມປອດໄພແຫ່ງຊາດສະຫະລັດ
ຫຼື NSA ໄດ້ຕິດຕັ້ງເຄື່ອງ Software ທີ່ມີຈຸດປະສົງປອງຮ້າຍ ໃສ່
ໃນເຄື່ອງຄອມພີວເຕີ້ ເກືອບ 1 ແສນເຄື່ອງຢູ່ໃນທົ່ວໂລກໂດຍອຳ
ນວຍໃຫ້ສະຫະລັດ ສາມາດທຳການສິ້ງຊອມເບິ່ງ ເຄື່ອງຄອມພິວ
ເຕີ້ເຫລົ່ານີ້ ແລະສ້າງຕັ້ງຊ່ອງທາງ ສຳລັບການໂຈມຕີຕ່າງໆທາງ
ເຄື່ອງຄອມພີວເຕີ້.
ໜັງສືພິມ New York Times ລາຍງານວ່າອົງການຮັກສາຄວາມ
ປອດໄພແຫ່ງຊາດ ໄດ້ຕິດຕັ້ງ software ສ່ວນຫຼາຍໂດຍການເຂົ້າ ຫາເຄືອຂ່າຍຄອມພີວເຕີ້ຕ່າງໆໄດ້ແຕ່ໄດ້ໃຊ້ເທັກໂນໂລຈີທາງລັບ ດັ່ງກ່າວນີ້ຫຼາຍຂຶ້ນເຊັ່ນກັນທີ່ພາໃຫ້ຕົນສາມາດເຂົ້າໄປແລະປ່ຽນຂໍ້ມູນໃນຄອມພີວເຕີ້ໄດ້ເຖິງ
ແມ່ນເຄື່ອງເຫຼົ່ານີ້ບໍ່ເຊື່ອມໂຍງກັບລະບົບອິນເຕີແນັດກໍຕາມ.
ລາຍງານໜັງສືພິມສະບັບດັ່ງກ່າວໄດ້ອ້າງອີງເຖິງເອກະສານຕ່າງໆຂອງອົງການ NSA ບັນ ດາເຈົ້າໜ້າທີ່ສະຫະລັດ ແລະພວກນັກຊ່ຽວຊານທາງດ້ານຄອມພີວເຕີ້.
ລາຍງານຂອງໜັງສືພິມ New York Times ມີຂຶ້ນໃນຂະນະທີ່ປະທານາທິບໍດີບາຣັກ ໂອ ບາມາ ກຳລັງກະກຽມ ຈະປະກາດໃຫ້ຮູ້ ໃນວັນສຸກມື້ອື່ນນີ້ ກ່ຽວກັບການປ່ຽນແປງຕ່າງໆທີ່ ທ່ານຢາກດຳເນີນການໃນການສອດແນມຂອງອົງການ NSA ນີ້. ໜັງສືພິມສະບັບດັ່ງກ່າວ ລາຍງານໃຫ້ຮູ້ວ່າ ບັນດາຜູ້ຊ່ອຍວຽກທີ່ໃກ້ຊິດຂອງທ່ານໂອບາມາ ກ່າວວ່າ ທ່ານຈະຕັດຫຼື ລົດການສິ້ງຊອມເບິ່ງຂອງອົງການນີ້ລົງແຕ່ຈະບໍ່ຮັບເອົາຄໍາແນະນໍາທີ່ໄດ້ທົບທວນມາຢ່າງ ກວ້າງໄກທີ່ສຸດ ຂອງໜ່ວຍງານປະຈຳທຳນຽບຂາວນັ້ນ.