ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ​ຮັກສາ​ຄວາມໝັ້ນຄົງ ​ແຫ່ງ​ຊາດ ສຫລ ຫລຸດການ ລັກອ່ານອີແມລ ຂອງປະຊາຊົນ


ສໍານັກງານໃຫຍ່ຂອງອົງການ​ຮັກສາ​ຄວາມໝັ້ນຄົງ​ແຫ່ງ​ຊາດຂອງສະຫະລັດ ຫລື NSA ທີ່ເມືອງ Fort Meade ລັດ Maryland.
ສໍານັກງານໃຫຍ່ຂອງອົງການ​ຮັກສາ​ຄວາມໝັ້ນຄົງ​ແຫ່ງ​ຊາດຂອງສະຫະລັດ ຫລື NSA ທີ່ເມືອງ Fort Meade ລັດ Maryland.

ອົງການ​ຮັກສາ​ຄວາມໝັ້ນຄົງ​ແຫ່ງ​ຊາດ ຫລື NSA ​ໄດ້​ຢຸດຕິ​ການ​ປະ​ຕິ​ບັດ​ທີ່​ເປັນ​ປະ​ເພ
ນີ ທີ່​ຖືກຕ້ອງ​ຕິ​ຫລາຍ​ທີ່​ສຸດ ນັບ​ແຕ່​ໄດ້​ມີ​ການ​ເປີດ​ເຜີຍ​ຂ່າວ​ນອງ​ນັນ​ເລື້ອງການ "ດັກ​ຟັງ
ທີ່​ບໍ່​ໄດ້​ຮັບ​ອະນຸຍາດ" ​ໃນ​ປີ 2013.

ອົງການ​ດັ່ງກ່າວ ​ໄດ້​ປະກາດ​ໃນ​ວັນ​ສຸກວານນີ້ວ່າ ອົງການ​ຂອງ​ຕົນ​ຈະ​ບໍ່​ເກັບກໍາ​ເອົາອີ​
ເມລ ​ແລະຂໍ້ຄວາມ​ຕ່າງໆ ທີ່​ສົ່ງ​ໄປ​ໃຫ້​ຄົນ​ຢູ່​ນອກສະຫະລັດ ທີ່​ມີ​ຊື່​ຂອງ​ຄົນ​ຕ່າງປະ​ເທດ
​ໃນ​ນັ້ນ ​ເພື່ອ​ໃຫ້​ເປັນ​ເປົ້າໝາຍ​ໃນ​ການກວດກາ.

ອົງການ​ດັ່ງກ່າວ​ເວົ້າວ່າ ​ແຕ່​ນີ້ຕໍ່​ໄປ​ອົງການ​ດັ່ງກ່າວ​ຈະ​ເກັບ​ກໍາ​ເອົາ​ແຕ່​ຂໍ້ຄວາມ​ທີ່​ສົ່ງ​ຫາ
ຫລື​ມາ​ຈາກ​ຄົນ​ຢູ່​ຕ່າງປະ​ເທດ ທີ່​ເປັນ​ເປົ້າໝາຍ​ເທົ່າ​ນັ້ນ.

ອົງການ​ໄດ້ໃຫ້​ເຫດຜົນ​ວ່າ ການປະຕິບັດ​ເຊັ່ນ​ນັ້ນ ​ແມ່ນ​ຖື​ກກົ​ດໝາຍ ​ແລະ​ມີ​ຄວາມ​ຈໍາ
ເປັນ​ເພື່ອ​ຕິດຕາມ​ເບິ່ງ​ຄົນ​ທີ່​ອາດ​ມີ​ການ​ພົວພັນ​ກັບ​ການກໍ່ການ​ຮ້າຍ ຫລື​ເປັນ​ເປົ້າໝາຍ​
ໃນ​ການ ກວດກາ​ສໍາລັບ​ຈຸດປະສົງ​ອັນ​ອື່ນ. ​ເຈົ້າໜ້າທີ່​ສືບ​ລັບ​ເວົ້າວ່າ ທີ່​ຈິງ​ແລ້ວ​ຖ້າ​ຫາກ​
ມີ​ພົນລະ​ເມືອງ ສັນຊາດ​ອາ​ເມຣິກາ​ຄົນ​ນຶ່ງ ມີ​ການ​ພົວພັນ​ກັບ​ບຸກຄົນ​ເຫລົ່ານັ້ນ ທີ່​ມີ​ເຫດ
ຜົນ​ທີ່ເຊື່ອ​ຖື​ໄດ້​ວ່າ ​ເປັນໜ້າສົງ​ໄສ.

ນັກລະ​ດົມ​ເອົາ​ການສະໜັບສະໜຸນຕໍ່​ເລື້ອງນີ້ ​ໃຫ້​ເຫດຜົນ​ວ່າ ການ​ເຮັດ​ແນວ​ນັ້ນ​ໄດ້​ລະ​
ເມີດ ບັນຍັດ​ທີສີ່ຂອງ​ລັດລັດຖະທໍາ​ມະນູນ​ຂອງ​ສະຫະລັດ ທີ່​ຫ້າມການ​ຊອກ​ຫາ​ຂໍ້​ມູນ​ທີ່
​ບໍ່ມີ​ເຫດຜົນ ​ເພາະວ່າ​ເຈົ້າໜ້າທີ່ ສະກັດ​ດັກ​ອ່ານ​ຂໍ້ຄວາມ​ໂດຍ​ອີງ​ຕາມ​ເນື້ອ​ໃນ​ຂອງມັນ
ຫລາຍ​ວ່າອີງ​ຕາມ ຄົນ​ສົ່ງ ​ແລະ​ຄົນ​ຮັບ.

ສ່ວນ​ທາງ​ອົງການ NSA ​ເວົ້າວ່າ ການ​ທົບ​ທວນຄືນໂຄງການ​ກວດກາພາຍ​ໃນໜ່ວຍງານ
ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ຫລາຍ​ກໍລະນີ ​ທີ່ບໍ່ສອດຄ່ອງ​ກັບ​ກົດໝາຍວ່າ​ດ້ວຍ​ການ​ກວດກາ
ການ​ສືບ​ລັບ​ຂອງ​ຕ່າງປະ​ເທດ ຊຶ່​ງ​ເປັນ​ກົດໝາຍ ທີ່​ອະນຸຍາດ​ໃຫ້​ມີ​ການ​ຕິດຕາມ​ກວດກາ
ດັ່ງກ່າວ.ອົງການດັ່ງກ່າວຍັງເວົ້າເພີ້ມອີກວ່າຕົນໄດ້ສົ່ງລາຍງານເຫດການຕ່າງໆ ໃຫ້ສະ
ພາ​ຄອນ​ແກຣັດ ​ແລະ​ໃຫ້​ສານ​ຂອງລັດຖະບານ​ກາງ ທີ່​ດູ​ແລຕິດຕາມ​ເບິ່ງການ​ເຄື່ອນ
ໄຫວກວດກາ ດັ່ງກ່າວນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG