ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໘ ມິຖຸນາ ໒໐໒໓

ສະມາຄົມ NRA ສະເໜີໃຫ້ ຕໍາຫລວດຖືອາວຸດ ຍາມຢູ່ຕາມໂຮງຮຽນ (ສະໄລດ໌ກັບວີດິໂອ)


ພວກປະທ້ວງ ພາກັນລົບກວນ ພິທີຖະແຫລງຂ່າວ ຂອງສະມາຄົມ NRA ກ່ຽວກັບການໃຊ້ອາວຸດປືນສັງຫານໝູ່ ທີ່ໂຮງຮຽນປະຖົມ Sandy Hook.
ກຸ່ມ​ສະ​ໜັບສະ​ໜຸນ​ສິດທິໃນການ​ຖື​ອາວຸດ​ປືນ ທີ່​ໃຫຍ່​ທີ່​ສຸດ​ໃນ
ສະຫະລັດກ່າວ​ວ່າ ຕົນ​ຕ້ອງກາ​ນ​ແກ້​ໄຂບັນຫາຄວາມຮຸນ​ແຮງ​
ທີ່​ເກີດ​ຈາກອາວຸດ​ປືນ ​ໂດຍ​ການ​ສົ່ງ​ບັນດາ​ເຈົ້າ​ໜ້າ​ທີ່​ຕໍາຫຼວດ
ຕິດ​ອາວຸດ ​ໄປປະ​ຈໍາ​ຢູ່​ຕາມໂຮງຮຽນທຸກໆ​ແຫ່ງໃນອາ​ເມຣິກາ ​
ຂະນະ​ທີ່​ສະມາຊິກ​ສະພາ​ສູງ​ສອງ​ຄົນ ​ສັງກັດ​ພັກ​ເດ​ໂມ​ແຄຣັທ
ຮ້ອງ​ການ​ຕອບ​ຮັບ​ຕໍ່​ໂສກ​ນາດຕະກໍາ​ທີ່​ເມືອງNewtown ຂອງ​
ກຸ່ມ​ດັ່ງກ່າວນີ້​ວ່າ ​ເປັນທີ່​ບໍ່​ພຽງພໍຢ່າງອັບອາຍ​ຂາຍໜ້າ.

ຮອງປະທານ​ບໍລິຫານຂອງສະມາຄົມ​ປືນ​ຍາວຫລື NRA ​ທີ່​ມີ​
ອິດ​ທິພົນ​ກ່າວ​ວ່າ ​ໂສກ​ນາດຕະກໍາ ​ເຊັ່ນການສັງຫານ​ໝູ່ ຢູ່ທີ່​
ໂຮງຮຽນ Sandy Hook ​ໃນ​ເມຶອງ Newtown ລັດ Connec-
ticut ອາທິດ​ແລ້ວ​ນີ້ອາດ​ສາມາດ​ປ້ອງ​ກັນ​ໄດ້ໂດຍເຈົ້າ​ໜ້າ​ທີ່​
ຮັກສາ​ຄວາມ​ປ​ອດ​ໄພ ທີ່ຕິດ​ອາວຸດ ແລະ ທ່ານຍັງກ່າວ​ເພີ້​ມ
​ເຕີມ​ອີກ​ວ່າ “ມີວິ​ທີດຽວ​ທີ່​ຈະ​ຢຸດ​ຢັ້ງ​ຄົນ​ຮ້າຍທີ່​ມີ​ອາ​ວຸດ​ປືນໄດ້ນັ້ນ​ກໍ​ຄືຄົນ​ດີ​ທີ່ມີ​ອາວຸດ​ປືນ​.”

ທ່ານ Wayne LaPierre ຈາກອົງການ NRA ​ໄດ້​ຖະ​ແຫລງ ທີ່ນະ ຄອນຫຼວງວໍ​ຊິງ​ຕັນ​ໃນ​ວັນ​ສຸກ​ວານ​ນີ້ ນຶ່ງອາທິດ​ຫລັງ​ຈາກ 26 ຄົນ​ໄດ້​ຖືກ​ສັງຫານ​ດ້ວຍ​ອາວຸດ​ປືນ​ທີ່​ໂຮງຮຽນດັ່ງກ່າວ. ນອກ​ນັ້ນທ່ານ​ຍັງ​ໄດ້ ຕິຕຽນ​ຮູບ​ເງົາ ວີ​ດີ​ໂອ​ເກ​ມ ​ທີ່ຊັກ​ນຳ​ໃຫ້​ພວກ​ເດັກ​ນ້ອຍ​ໃນສະຫະລັດຮູ້ ຈັກ​ກັບປະ​ເພນີ ທີ່​ໃຊ້​ຄວາມ​ຮຸນ​ແຮງ.


ການ​ປະຊຸ​ມຖະ​ແຫລ​ງຂ່າວຂອງອົງການ NRA ​ໄດ້​ຖືກ​ລົບ​ກວນ​ສອງ​ຄັ້ງຈາກບັນດາ​ຜູ້​ປະ​ທ້ວງ ຜູ້​ທີ່​ຕິຕຽນ​ກຸ່ມ​ດັ່ງກ່າວ ເຖິງ​ຄວາມ​ຮຸນ​ແຮງ​ຈາກ​ການ​ໃຊ້ອາວຸດປືນ. ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ຍົກ​ປ້າຍ​ໃສ່​ຕໍ່ໜ້າ​ກ້ອງຖ່າຍ ຮູບ ທີ່​ເວົ້າ​ວ່າ “ອົງການ NRA ສັງຫານເດັກນ້ອຍ​ຂອງ​ພວກ​ເຮົາ.”
ສະມາຊິກ​ສະພາ​ສູງ​ພັກ​ເດ​ໂມ​ແຄຣັທ ສອງ​ທ່ານໄດ້ຕອບ​ໂຕ້ ​ຕໍ່ຄໍາ​ຖະ​ແຫຼງຂອງອົງການ NRA ​ໂດຍ​ການ​ກ່າ​ວວ່າ ມັນ​ເປັນ​ກົນລະຍຸດ​ໃນ ການ​ສ້າງ​ຄວາມ​ຊັກຊ້າ ແນ​ໃ​ສ່​ເພື່ອ​ຍຸຕິການ​ສົນທະນາຫາລື​ຢ່າງ​ແທ້​ຈິງ ​ກ່ຽວ​ກັບ​ການ​ຄວບ​ຄຸມອາວຸດ.

ສະມາຊິກ​ສະພາ​ສູງ Diane Feinstein ຈາກ​ລັດ​ຄາ​ລີ​ຟໍ​ເນຍ ກ່າວ​ວ່າ ທ່ານ​ນາງ​ຈະ​ນຳ​
ສ​ະ​ເໜີ​ຮ່າງ​ກົດໝາຍ​ເພື່ອ​ທຳ​ການ​ຫ້າມ​ຄືນ​ອີກ ​ກ່ຽວ​ກັບອາວຸດ​ສົງຄາມ.

ເບິ່ງວີດິໂອ ກ່ຽວກັບສະມາຄົມ ປືນຍາວແຫ່ງຊາດ ຫລື NRA:

NRA Flexes Political Muscle in Gun Control Fight
please wait

No media source currently available

0:00 0:03:27 0:00
ລິງໂດຍກົງ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG