ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກ​ທີ່ລອດ​ຊີວິດ​ ຈາກ​​ເຫດການ​ຍິງ​ກັນ ​ຢູ່​ໂຮງຮຽນ ມັດທະຍົມ​ປາຍ​, ລັດ​ຟລໍຣິດາ ຕໍາໜິ ສະມາຄົມ​ປືນ​ຍາວ​ແຫ່ງ​ຊາດ ສຫລ


ໝວກ ແລະເສື້ອຍືດທີ່ນໍາໄປສະແດງຢູ່ຮ້ານວາງສະແດງຂອ ສະມາຄົມ​ປືນ​ຍາວ​ແຫ່ງ​ຊາດ ຫື NRA ທີ່ກອງປະຊຸມໃຫຍ່ ການປະຕິບັດການຂອງພວກນັກການເມືອງ ອະນຸລັກນິຍົມ ຫລື CPAC ທີ່ທ່າເຮືອແຫ່ງຊາດ, ລັດ ເມຣີແລນ ໃນ ສຫລ ໃນວັນທີ 23 ກຸມພາ, 2018.
ໝວກ ແລະເສື້ອຍືດທີ່ນໍາໄປສະແດງຢູ່ຮ້ານວາງສະແດງຂອ ສະມາຄົມ​ປືນ​ຍາວ​ແຫ່ງ​ຊາດ ຫື NRA ທີ່ກອງປະຊຸມໃຫຍ່ ການປະຕິບັດການຂອງພວກນັກການເມືອງ ອະນຸລັກນິຍົມ ຫລື CPAC ທີ່ທ່າເຮືອແຫ່ງຊາດ, ລັດ ເມຣີແລນ ໃນ ສຫລ ໃນວັນທີ 23 ກຸມພາ, 2018.

ສະມາຄົມ​ປືນ​ຍາວ​ແຫ່ງ​ຊາດ ຫລື NRA ຈະ​ບໍ່ອະນຸຍາດ​ໃຫ້ພວກໄປ​ຮ່ວມກ​ອງປະຊຸມ
ຖື​ປືນ​ເຂົ້າ​ໄປໃນ​ຂະນະ​ທີ່​ທ່ານຮອງ​ປະທານ​າທິບໍດີ ​ໄມ​ຄ໌ ​ເພັນ​ສ໌ ກ່າວ​ຄໍາ​ປາ​ໄສ ​ທີ່​ກອງ​
ປະຊຸມ​ປະ​ຈໍາປີ​ໃນ​ວັນ​ສຸກ​ທີ່​ຈະ​ມາ​ເຖິງ​ນີ້.

ການ​ເຄື່ອນ​ໄຫວ​ດັ່ງກ່າວ ​ຂອງ​ກຸ່ມ ຂໍການ​ສະໜັບສະໜຸນ​ສຳລັບ​ສິດທິ​ໃນ​ການ​ຖື​ປືນ​ທີ່​ມີ
​ອິດ​ທິພົນ​ທີ່​ສຸດ​ໃນ​ສະຫະລັດ ​ໄດ້​ເຮັດ​ໃຫ້​ພວກທີ່​ລອດ​ຊີວິດ​ ຈາກເຫດການ​ຍິງ​ກັນ ​ຢູ່​ໂຮງ
ຮຽນມັດທະຍົມ​ປາຍ​ ໃນ​ເມືອງ​ພາກ​ແລນ, ລັດ​ຟລໍຣິດາ ​ໂກດ​ແຄ້ນ ຊຶ່ງ​ພວກ​ເຂົາ​ເຈົ້າ​ເວົ້າ
ວ່າ ​ເດັກນ້ອຍ​ນັກຮຽນກໍ​ຄວນ​ໄດ້​ຮັບ​ການ​ປ້ອງ​ກັນ​ເໝືອນກັນ​ກັບ​ຮອງ​ປະທານາທິບໍດີ.
"ເຈົ້າກໍາລັງ​ບອກ​ຂ້ອຍວ່າ ​ເພື່ອເຮັດ​ໃຫ້​ຮອງ​ປະທານາທິບໍດີ​ໄດ້​ຮັບ​ຄວາມ​ປອດ​ໄພ ​ແມ່ນ​ບໍ່​ໃຫ້​ມີ​ປືນ​ຈັກກະ​ບອກຢູ່ໃນເຂດ​ນັ້ນເລີຍ ​ແຕ່​ວ່າ ​ສຳລັບພວກ​ເດັກນ້ອຍ​ແລ້ວ ພວກ​ເຂົາ​ບອກ​ວ່າ​ ຢາກໃຫ້​ມີ​ປືນ​ຢູ່​ທຸກ​ຫົນທຸກແຫ່ງ​ເລີຍ​ຊັ້ນຫວະ?" ນັ້ນ​ແມ່ນຂໍ້ຄວາມທີ່ຂຽນຢູ່​ໃນ​ທະວີ​ດ​ເທີ ​ຂອງ​ທ້າວ​ແມດ ​ດີ​ໄອ​ທສ໌ (Matt Deitsch), ນັກຮຽນຜູ້​ນຶ່ງ​ຢູ່​ໃນໂຮງຮຽນມັດ
ທະຍົມ​ປາຍມາ​ໂຈຣີ ສະ​ຕອນ​ແມນ ດັກ​ກລາສ (Marjorie Stoneman Douglas) ທີ່​ມີ​
ນັກຮຽນ​ໄວ​ໜຸ່ມ ​ແລະ​ຜູ້​ໃຫຍ່ 17 ຄົນ ​ຖືກ​ຂ້າ​ຕາຍ​ໃນ​ວັນ​ທີ 14 ກຸມພາ​ຜ່ານ​ມານັ້ນ.

ສ່ວນ​ນັກຮຽນອີກ​ຄົນ​ນຶ່ງ, ທ້າວ​ຄາ​ເມຣອນ ​ແຄັສກີ (Cameron Kasky) ​ກໍ​ໄດ້​ຂຽນຢູ່​ໃນ​
ທະວີ​ດ​ເທີ​ເຊັ່ນ​ກັນ​ວ່າ "ສະມາຄົມ NRA ​ໄດ້​ກັບກາຍ​ມາ​ເປັນຜູ້​ຂຽນ​ເລື່ອງຕະຫລົກ​ທີ່​ເປັນ
ຕາ​ຫົວ​ແບບ​ນັ້ນເອົາເອງ​ເນາະ."

ທ່ານ ​ເຟຣດ ກັດ​ເທັນ​ເບີກ (Fred Guttenberg) ທີ່​ມີ​ລູກ​ສາວອາຍຸ 14 ປີ, ​ຊື່ວ່າ ​ເຈ​ມມີ (Jaime) ເສຍ​ຊີວິດ​ໄປ​ໃນ​ການ​ໂຈມ​ຕີນັ້ນ ກໍ​ໄດ້ເວົ້າ​ແບບ​ວ່າ ມັນ​ເປັນ​ເລື່ອງໜ້າ​ເຫລືອ​ເຊື່ອ​ທີ່​ມີ​ການ​ຫ້າມ​ໃຊ້​ປືນ​ແບບ​ນັ້ນ. ຊຶ່ງ​ທ່ານ​ຂຽນລົງ​ໃນ​ທະວີ​ດ​ເຕີ​ວ່າ "ຂ້ອຍ​ຄິດ​ວ່າ​ເອົາ​ປືນ​ໃຫ້​ທຸກ​ຄົນ​ຖື ​ແມ່ນ​ເປັນ​ການ​ເພີ້ມຄວາມ​ປອດ​ໄພບໍ່​ແມ່ນ​ຫວາ. ຫລື​ວ່າ​ຂ້ອຍ​ບໍ່​ໄດ້​ຟັງ​ໃຫ້ໝົດບໍ່?".
ສະມາຄົມ NRA ອະທິບາຍ​ວ່າ ມີການ​ເກືອດຫ້າມ​ດັ່ງກ່າວ​ແມ່ນ ຍ້ອນ​ວ່າ​ມີຄໍາ​ສັ່ງ​ຂອງ
ໜ່ວຍງານຮັກສາ​ຄວາມ​ສະຫງົບ​ທີ່​ຖືກ​ມອບໝາຍໜ້າທີ່​ໃຫ້​ທໍາ​ການປ້ອງ​ກັນ​ທ່ານ​ເພັນ​ສ໌. ​ເວັບ​ໄຊ​ຂອງ​ສະມາຄົມ NRA ​ເວົ້າວ່າ "ອາວຸດ​ປືນ, ​ເຄື່ອງ​ປະກອບ​ໃຫ້​ອາວຸດ​ປືນ, ມີດ
ຫລື ອາວຸດປະ​ເພດ​ໃດ​ກໍ​ຕາມ ຈະ​ຖືກ​ເກື​ອດຫ້າມບໍ່​ໃຫ້​ນໍາ​ເຂົ້າ​ໄປ​ໃນ​ກອງ​ປະຊຸມ​ໃນ​ເວລາ​ທີ່​ທ່ານ​ເພັນສ໌ ​ເຂົ້າຮ່ວມ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG