ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຟ​ໄໝ້ ໂບດ ໂນ​ເທີ​ຣ໌ ດາມ ປຸກ​ໃຫ້​ໂລກ​ຕື່ນ ຕໍ່​ອັນ​ຕະ​ລາຍ ກ່ຽວ​ກັບ ຂີ້​ຝຸ່ນ ສານ​ກົ່ວ


ໄຟ​ໄໝ້​ໂບດ ໂນ​ເທີ​ຣ໌ ດາມ, ນະ​ຄອນຫຼວງ ປາ​ຣີ, ປະ​ເທດ ຝ​ຣັ່ງ.
ໄຟ​ໄໝ້​ໂບດ ໂນ​ເທີ​ຣ໌ ດາມ, ນະ​ຄອນຫຼວງ ປາ​ຣີ, ປະ​ເທດ ຝ​ຣັ່ງ.

ມັນ​ຕ້ອງ​ໄດ້​ໃຊ້​ໄຟ ທີ່​ເກືອບ​ທຳ​ລາຍ ໂບດ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ຂອງນະ​ຄອນຫຼວງ ປາ​ຣີ ເພື່ອ​ເປີດ​ເຜີຍ​ຊ່ອງ​ຫວ່າງ​ໃນ​ກົດ​ລະ​ບຽບ​ຄວາມ​ປອດ​ໄພ​ສຳ​ລັບ​ສານ​ກົ່ວ, ເຊິ່ງ​ແມ່ນ​ວັດ​ຖຸ​ກໍ່​ສ້າງ​ທີ່​ເປັນ​ພິດ ທີ່​ຖືກ​ພົບ​ເຫັນ​ໃນ​ທົ່ວ​ຕົວ​ເມືອງ​ປະ​ຫວັດ​ສາດ ຫຼາຍ​ແຫ່ງ.

ຫຼັງ​ຈາກ​ໄຟ​ໄໝ້​ໂບດ ໂນ​ເທີ​ຣ໌​ ດາມ ໃນ​ເດືອນ​ເມ​ສາ​ທີ່​ຜ່ານ​ມາ ໄດ້​ປ່ອຍ​ຂີ້​ຝຸ່ນ​ສານ​ກົ່ວ​ທີ່​ເປັນ​ພິດ​ຂຶ້ນ​ສຸດ​ບັນ​ຍາ​ການ​ໃນ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ນັ້ນ, ບັນ​ດາ​ເຈົ້າ​ໜ້າ​ທີ່​ນະ​ຄອນຫຼວງ ປາ​ຣີ ກໍໄດ້​ຄົ້ນ​ພົບ​ບັນ​ຫາ​ກັບ​ກົດ​ລະ​ບຽບ​ຄວາມ​ປອດ​ໄພ​ສາ​ທາ​ລະ​ນະ​ຂອງ​ເມືອງ​ດັ່ງ​ກ່າວ​ນັ້ນ. ມັນ​ກໍ​ບໍ່​ມີ​ຈຸດ​ເລີ່​ມ​ຕົ້ນ​ສຳ​ລັບ​ເຂົາ​ເຈົ້າ​ທີ່​ຈະ​ປະ​ເມີນ​ວ່າ​ມັນ​ອັນ​ຕະ​ລາຍ​ຊໍ່​າ​ໃດ ​ສຳ​ລັບຄວັນ​ພິດ​ທີ່​ອາ​ດ​ເປັນ​ອັນ​ຕະ​ລາຍ​ຮ້າຍ​ແຮງ​ຈາກ​ຂີ້​ຝຸ່ນ​ທີ່​ໄດ້​ຊຶມ​ເຂົ້າ​ໃນ​ພື້ນ​ດິນນັ້ນ.

ນັບ​ຕັ້ງ​ແຕ່​ນັ້ນ​ມາ, ອົງ​ການ​ຂ່າວ AP ​ກໍໄດ້​ພົບ​ເຫັນ​ຊ່ອງ​ຫວ່າງ​ຂອງ​ກົດ​ລະ​ບຽບ​ທີ່​ວ່ານີ້​ ໄດ້​ຂະ​ຫຍາຍ​ອອກ​ໄປ​ໄກ​ກວ່າ​ປະ​ເທດ ຝ​ຣັ່ງ. ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ນະ​ຄອນຫຼວງແຫ່ງ​ປະ​ຫວັດ​ສາດ​ບ່ອນ​ອື່ນໆ​ຂອງ ຢູ​ໂຣບ ເຊັ່ນ​ນະ​ຄອນຫຼວງ ໂຣມ ແລະ ລອນດອນ, ເຊັ່ນ​ດຽວ​ກັບ​ ອົງ​ການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ ສະ​ຫະ​ລັດ ແລະ ອົງ​ການ​ອະ​ນາ​ໄມ​ໂລກ ກໍ​ບໍ່​ໄດ້​ມີລະ​ບຽບ​ຄູ່​ມື ​ສຳ​ລັບ​ຂີ້​ຝຸ່ນສານ​ກົ່ວທີ່​ອັນ​ຕະ​ລາຍ​ຢູ່​ກາງ​ແຈ້ງ​ນັ້ນ​ເຊັ່ນ​ກັນ.

ເຂົາ​ເຈົ້າ​ເວົ້າ​ວ່າ, ເຫດ​ຜົນ​ກໍ​ແມ່ນ​ວ່າ ເຖິງ​ແມ່ນ​ຈະ​ມີ​ກົດ​ລະ​ບຽບ ​ກ່ຽວ​ກັບ ສານ​ກົ່ວ​ກໍ​ຕາມ, ມັນ​ກໍ​ບໍ່​ມີ​ໃຜ​ຄຳ​ນຶ່ງ​ເຖິງ​ໄຟ​ໄໝ້​ຢູ່​ຕຶກ​ທີ່​ເຕັມ​ໄປ​ດ້ວຍ​ສານ​ກົ່ວ​ທີ່​ມີ​ຂະ​ໜາດ​ເທົ່າ​ກັບ​ໂບດ ໂນ​ເທີ​ຣ໌ ດາມ, ເຊິ່ງ​ເສົາ​ເຈ​ດີ​ຂອງ​ມັນ​ມີ​ຄວາມ​ສູງ​ເກືອບ 100 ແມັດນັ້ນ.

ພິດ​ຈາກ​ຂີ້​ຝຸ່ນ​ສານ​ກົ່ວ ສາ​ມາດ​ກໍ່​ໃຫ້​ເກີດ​ການ​ສູນ​ເສຍ​ຄວາມ​ສາ​ມາດທາງ​ຄວາມ​ຄິດ, ໂຣກ​ຊັກ, ອາ​ການ​ໝົດ​ສະ​ຕິ ຫຼື ການ​ຕາຍ ແລະ ການ​ສຳ​ພັດ​ກັບ​ມັນ​ມີ​ຄວາມ​ສ່ຽງ​ຢ່າງຫຼວງຫຼາຍ​ຕໍ່​ແມ່​ມານ ແລະ ລູກ​ນ້ອຍ, ຜູ້​ທີ່​ສາ​ມາດ​ສົ່ງ​ຕໍ່​ຂີ້​ຝຸ່ນ​ທີ່​ເປັນ​ພິດ​ນັ້ນ ​ເຂົ້າ​ປາກ​ຂອງ​ເຂົາ​ເຈົ້າ​ຢ່າງ​ງ່າຍ​ດາຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG