ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫາຍ ດຸສ ຜູ້ບັນຊາການຄຸກ ທີ່ມີຊື່ສຽງເນົ່າເໝັນ ຂອງຂະເໝນແດງ ໄດ້ເສຍຊີວິດແລ້ວ ລວມອາຍຸໄດ້ 77 ປີ

ທ້າວເຄັງເກິດອີຟ ຫລືທີ່ຮູ້ຈັກກັນຄື 'ສະຫາຍດຸສ', ກາງ, ຜູ້ທີ່ບໍລິຫານສູນຄວບຄຸມທີ່ເນົ່າເໝັນ Toul Sleng, ເປັນສະຖານຄຸມຂັງທີ່ໂຫດຮ້າຍທີ່ສຸດ ສຳລັບພວກ "ສັດຕູ" ຂອງລັດ, ແນມເບິ່ງ ໃນລະຫວ່າງ ການພິຈາລະນາການຂໍອຸທອນ ຢູ່ທີ່ສານອາຊະຍາກຳສົງຄາມ ສະໜັບສະໜຸນໂດຍອົງການ ສປຊ ໃນນະຄອນຫຼວງພະນົມເປັນ ຂອງກຳປູເຈຍ.

ຜູ້ບັນຊາການຂະເໝນແດງທີ່ເອີ້ນກັນວ່າ 'ສະຫາຍດຸສ', ຫລື 'Comrade Duch', ຊຶ່ງເປັນເພັດຊະຄາດຊັ້ນຍອດຂອງໂປນປົດ ແລະເປັນຫົວໜ້າຮັກສາຄວາມໝັ້ນ ຄົງທີ່ຮັບຜິດຊອບການຄາດຕະກໍາໝູ່ຕໍ່ຊາວກໍາປູເຈຍຢ່າງໜ້ອຍ14,000 ຄົນ ຢູ່ໃນຄຸກຕວນສເລັງ (Tuol Sleng) ທີ່ມີຊື່ສຽງນັ້ນ ໄດ້ເສຍຊີວິດໄປໃນວັນພຸດມື້ນີ້ ລວມອາຍຸໄດ້ 77 ປີ.

ທ້າວເຄັງເກິດອີຟ ຫລື 'ສະຫາຍດຸສ', ເປັນສະມາຊິກໃນການນໍາຂອງຂະເໝນ ແດງ ຄົນທໍາອິດທີ່ປະເຊີນກັບການດໍາເນີນຄະດີກ່ຽວກັບບົດບາດຜູ້ກຸ່ຽວພາຍ ໃນລະບອບທີ່ຄົນຖິ້ມໂທດໃສ່ວ່າ ໄດ້ເຮັດໃຫ້ຢ່າງໜ້ອຍ 1 ລ້ານ 7 ແສນຄົນ ເສຍຊີວິດຢູ່ໃນ “ທົ່ງສັງຫານ” ຂອງກໍາປູເຈຍ ນັບແຕ່ປີ 1975 ຫາ 1979.

ທ້າວ ດຸສ ເສຍຊີວິດຢູ່ທີ່ໂຮງໝໍມິດຕະພາບຂະແມ-ໂຊຫວຽດໃນນະຄອນຫລວງ ພະນົມເປັນ, ອີງຕາມການບອກເລົ່າຂອງທ່ານ ເນດ ພຽກຕຣາ, ໂຄສົກຂອງສານ ສາກົນກ່ຽວກັບຂະເໝນແດງ. ທ່ານບໍ່ໄດ້ໃຫ້ລາຍລະອຽດຫຍັງກ່ຽວກັບສາເຫດ ການຕາຍນັ້ນ, ແຕ່ວ່າທ້າວ ດຸສ ໄດ້ລົ້ມປ່ວຍໃນຫລາຍປີຜ່ານມານີ້.

ໃນປີ 2010 ສານສາກົນຂອງອົງການສະຫະປະຊາຊາດໄດ້ພົບວ່າຜູ້ກ່ຽວມີຄວາມ ຜິດຖານຄາດຕະກໍາໝູ່, ທໍລະມານ ແລະກໍ່ອາດຊະຍາກໍາຕ້ານມະນຸດຊາດ ຢູ່ຄຸກ ຕວນສເລັງ, ຊຶ່ງເປັນໂຮງຮຽນມັດທະຍົມປາຍເກົ່າ ທີ່ຍັງຫລົງເຫລືອໄວ້ໃຫ້ເຫັນ ເປັນທີ່ລະນຶກເຖິງຄວາມໂຫດຮ້າຍທີ່ກະທໍາຢູ່ໃນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG