ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ​ສະຫະລັດ ເວົ້າວ່າ ເກົາຫຼີເໜືອ ອາດປ່ອຍໂຕ ນັກໂທດ ອາເມຣິກັນ 3 ຄົນ ໃນໄວໆນີ້


ພາບຖ່າຍທີ່ນຳອອກເຜີຍແຜ່ ໂດຍອົງການຂ່າວສູນກາງ ຂອງເກົາຫລີເໜືອ ຫລື KCNA ສະແດງໃຫ້ເຫັນວ່າ ທ່ານ ກິມ ດອງ ຈຸລ (Kim Dong-Chul) ຊາວອາເມຣິກັນ ເຊື້ອສາຍເກົາຫລີ ຊຶ່ງເປັນນັກໂທດຄົນນຶ່ງ ໃນເກົາຫລີເໜືອ ຮ້ອງໄຫ້ ໃນຂະນະທີ່ທ່ານກ່າວຢູ່ໃນກອງປະຊຸມຖະແຫລງຂ່າວ ໃນນະຄອນພຽງຢາງ ໃນວັນທີ 25 ມີນາ, 2016
ພາບຖ່າຍທີ່ນຳອອກເຜີຍແຜ່ ໂດຍອົງການຂ່າວສູນກາງ ຂອງເກົາຫລີເໜືອ ຫລື KCNA ສະແດງໃຫ້ເຫັນວ່າ ທ່ານ ກິມ ດອງ ຈຸລ (Kim Dong-Chul) ຊາວອາເມຣິກັນ ເຊື້ອສາຍເກົາຫລີ ຊຶ່ງເປັນນັກໂທດຄົນນຶ່ງ ໃນເກົາຫລີເໜືອ ຮ້ອງໄຫ້ ໃນຂະນະທີ່ທ່ານກ່າວຢູ່ໃນກອງປະຊຸມຖະແຫລງຂ່າວ ໃນນະຄອນພຽງຢາງ ໃນວັນທີ 25 ມີນາ, 2016

ພວກ​ເຈົ້າໜ້າທີ່​ສະຫະລັດ​ ໄດ້​ໃຫ້ຮ່ອງຮອຍ​ວ່າ ​ເກົາ​ຫລີ​ເໜືອອາດ​ຈະ​ປ່ອຍຕົວ​ຊາວ​ອາ​
ເມຣິກັນ​ທີ່​ຖືກ​ຄຸມ​ຂັງ​ 3 ຄົນ ​ໃນ​ໄວໆນີ້.

​ອະດີດ​ເຈົ້າ​ຄອງນະຄອນ​ນີວຢອກ, ທ່ານຣູດີ ຈູ​ລີ​ອາ​ນີ (Rudy Giuliani) ຊຶ່ງ​ເປັນ​ສະມາ
ຊິກ​ຜູ້​ນຶ່ງ ​ໃນ​ທີ​ມງານ​ດ້ານ​ກົດໝາຍຂອງ​ທ່ານ​ທຣໍາກ່າວ​ວ່າ ຊາວ​ອາ​ເມຣິກັນ ​ຈຸດັ່ງກ່າວ
ຄາດວ່າ​ຈະ​ຖືກ​ປ່ອຍ​ຕົວ ​ໃນ​ວັນ​ພະຫັດ​ວານ​ນີ້.

ທ່ານ ຈູ​ລີ​ອາ​ນີ (Giuliani) ກ່າວ​ຕໍ່ອົງການ​ຂ່າວຟັອກສ໌ ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ "ພວກ​
ເຮົາ​ໄດ້​ເຮັດ​ໃຫ້​ທ່ານກິມ ຈົງ ອຶນປະ​ທັບ​ໃຈ​ພໍ ທີ່​ຈະ​ປ່ອຍ​ຕົວ​ນັກ​ໂທດ​ສາມ​ຄົນນັ້ນ ​ໃນ​ມື້ນີ້​
ໄດ້."

ທາງ​ດ້ານ​ທ່ານ​ທຣໍາ ກໍ​ໄດ້ເວົ້າ​ເປັນ​ໄນໆ ກ່ຽວກັບ​ການ​ປ່ອຍ​ຕົວ​ທີ່​ສໍາຄັນ​ນີ້ ​ໂດຍ​ການ​
ຂຽນລົງ​ໃນ​ທວີ​ດ​ເທີ ​ໃນ​ແລງ​ວັນ​ພຸດ​ທີ່​ຜ່ານ​ມາວ່າ "ດັ່ງ​ທີ່​ທຸກ​ຄົນຮູ້​ຫັ້ນ​ແລ້ວ ຄະນະ​ລັດຖະ
ບານ​ຊຸດ​ກ່ອນ ​ໄດ້​ຂໍ​ໃຫ້​ມີ​ການ​ປ່ອຍ​ຕົວ​ຜູ້ຖືກ​ຈັບໄປເປັນ​ຕົວ​ປະກັນ 3 ຄົນ​ ອອກ​ຈາກ​
ຄ້າຍ​ຄຸມ​ຂັງ ​ທີ່​ບັງຄັບໃຫ້​ອອກແຮງ​ງານ ຂອງ​ເກົາຫລີ​ເໜືອມາ​ເປັນ​ເວລາ​ດົນ​ນານ​ແລ້ວ ​
ແຕ່​ວ່າ ກໍ​ບໍ່ມີ​ຫຍັງ​ເກີດ​ຂຶ້ນ. ລໍຖ້າ​ເບິ່ງ​ເດີ້.”

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ກ່າວ​ຕໍ່ວີ​ໂອ​ເອວ່າ ບໍ່ມີ​ຫຍັງ​ທີ່​ຈະ​ປະກາດ​ໄດ້​ເທື່ອ​ໃນ​ຕອນ​ນີ້ ກ່ຽວກັບ​ບັນຫານີ້ ​ແຕ່​ກໍ​ໄດ້​ເນັ້ນຢໍ້າວ່າ "ຊາວ​ອາ​ເມຣິກັນ 3 ຄົນ​ທີ່​ຖືກ​ກັກ​ຂັງ​ໂດຍ​ເກົາຫລີ​ເໜືອນັ້ນ ຍັງ​ຢູ່​ໃນ​ຄວາມ​ຄິດ​ ຂອງ​ຄະນະ​ລັດຖະບານ​ຂອງ​ທ່ານ​ທຣໍາສະ​ເໝີ."

ທ່ານ ທຣໍາ ​ແລະ​ຜູ້​ນໍາ​ເກົາຫລີ​ເໜືອ, ທ່ານ​ກິມ ຈົງ ອຶນ ​ໄດ້​ຕົກລົງທີ່​ຈະ​ພົບປະກັນແບບ
ໜ້າຕໍ່ໜ້າ, ​ແຕ່​ວ່າ​ກໍຍັງ​ບໍ່ທັນ​ໄດ້​ກໍານົດ​ວ່າຈະ​ພົບ​ປະກັນ​ໃນ​ວັນ​ທີ ​ແລະ​ສະຖານ​ທີ່​ໃດ​
ເທື່ອ.

North Korea-U.S.
please wait
Embed

No media source currently available

0:00 0:00:37 0:00

ຊາວ​ອາ​ເມຣິກັນ 3 ຄົນນັ້ນ, ປັດຈຸບັນ​ນີ້ ​ໄດ້​ຖືກ​ຂັງ​ຄຸກ​ຢູ່​ໃນ​ເກົາຫລີ​ເໜືອ. ທ່ານ ​ໂທ​ນີ ກິມ
(Tony Kim) ​ແລະ​ທ່ານ ກິມ ຮັກ ຊອງ (Kim Hak Song) ​ໃນ​ເວລາ​ຖືກ​ຈັບ​ນັ້ນ ກໍາລັງ​
ສອນໜັງສື ​ຢູ່​ໃນ​ມະຫາວິທະຍາ​ໄລ​ວິທະຍາສາດ ​ແລະ​ເທັກ​ໂນ​ໂລ​ຈີພຽງຢາງ ຊຶ່ງ​ເປັນ​
ມະຫາວິທະຍາ​ໄລ​ເອກະ​ຊົນ​ພຽງ​ແຫ່ງ​ດຽວ ຢູ່​ໃນ​ປະ​ເທດ​ດັ່ງກ່າວ. ພວກ​ເພິ່ນ​ໄດ້​ຖືກ​ຄຸມ​
ຂັງຢູ່​ໃນ​ເວລາ​ຕ່າງ​ກັນ​ໃນ​ປີ 2017 ​ແລະ​ຖືກ​ກ່າວ​ຫາ​ວ່າ ​ໄດ້​ເຂົ້າຮ່ວ​ມກິດຈະ​ກໍາ​ທີ່​ຕ້ານ​
ລັດຖະບານ ​ແລະ​ພະຍາຍາມ​ໂຄ່ນ​ລົ້ມລັດຖະບານ.

ຜູ້​ຖືກ​ຄຸມ​ຂັງ​ຄົນທີ 3 ​ແມ່ນ​ທ່ານ ກິມ ດອງ ຈຸລ (Kim Dong Chul) ທີ່​ຖືກ​ຈັບຢູ່ເມືອງແຣ
ສັນ ບ່ອນ​ເໜືອສຸດ ຂອງ​ເກົາຫລີ​ເໜືອ ໃນ​ເດືອນ​ຕຸລາ 2015. ທ່ານ​ຖືກ​ຕັດສິນ​ໃຫ້​ຖືກ​ຈໍາ​
ຄຸກ​ເປັນ​ເວລາ 10 ປີ ​ພ້ອມດ້ວຍການອອກ​ແຮງ​ງານ ໜັກ ​ໃນ​ປີ 2016 ພາຍຫລັງ​ທີ່​ໄດ້​
ຖືກ​ຕັດສິນໂທດ ຖານຈະລະກຳ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG