ພິທີສົ່ງສະການທີ່ຍືດຍາວ ໃຫ້ແກ່ລາຊີນີເພງໂຊລ ອາຣີທາ ແຟຣັງຄລິນ ໄດ້ເລີ້ມຕົ້ນ
ດ້ວຍການສະແດງຄວາມເຄົາລົບ ໄປຫາການສະແດງຄວາມໂກດແຄ້ນຢ່າງຈະແຈ້ງ ໃນວັນສຸກວານນີ້ ໃນຂະນະທີ່ຜູ້ທີ່ຂຶ້ນໄປກ່າວສະດຸດີຫຼາຍຄົນ ໄດ້ຖືໂອກາດດັ່ງກ່າວ
ໂຈມຕີປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ.
ນັກເຄື່ອນໄຫວເພື່ອສິດທິພົນລະເມືອງ ພ້ອມທັງເປັນນັກສອນສາສະໜາແລະຜູ້ຈັດລາຍ
ການໂທລະພາບ ທ່ານອາລ ຊາບຕັນ ໄດ້ເຮັດໃຫ້ຜູ້ຄົນລຸກຢືນຂຶ້ນຕົບມື ເວລາທ່ານໃຫ້ຂໍ້
ສັງເກດວ່າ ເມື່ອໄວໆມານີ້ ທ່ານໄດ້ສະກົດຄຳວ່າ “ນັບຖື” ຜິດ ຊຶ່ງເປັນເພງນຶ່ງ ທີ່ມີຊື່ສຽງ
ທີ່ສຸດ ຂອງທ່ານນາງອາຣີທາ ແຟຣັງຄລິນ ທີ່ໄດ້ອອກອາກາດເມື່ອບໍ່ດົນມານີ້. ທ່ານເວົ້າ
ວ່າ “ປັດຈຸບັນ ຂ້າພະເຈົ້າຢາກໃຫ້ທ່ານທັງຫຼາຍ ຊ່ວຍຂ້າພະເຈົ້າເຮັດໃຫ້ປະທານາທິບໍດີ
ທຣຳແກ້ໄຂ ເພື່ອສອນທ່ານວ່າມັນໝາຍຄວາມວ່າແນວໃດ” ຊຶ່ງເຮັດໃຫ້ພວກໄວ້ທຸກ ພາ
ກັນຢືນຂຶ້ນແລະກໍຕົບມືຢ່າງຍືດຍາວ.
ທ່ານແຈັດຊີ ແຈັກສັນ ນັກສອນສາສະໜາແລະນັກເຄື່ອນໄຫວເພື່ອສິດທິພົນລະເມືອງ
ອີກຄົນນຶ່ງ ກໍໄດ້ກ່າວເຖິງການກ້າວຂຶ້ນມາມີຊື່ສຽງ ຂອງທ່ານນາງອາຣີທາ ແຟຣັງຄລິນ
ໃນລະຫວ່າງການເຄື່ອນໄຫວເພື່ອສິດທິພົນລະເມືອງໂດຍກ່າວວ່າ “ທ່ານນາງອາຣີທາ
ແມ່ນກຳເນີດເກີດມາຈາກການຕໍ່ສູ້ຂອງພວກເຮົາ.” ທ່ານກ່າວວ່າ ປະທານາທິບໍດີທຣຳ
ໄດ້ຊະນະການລົງຄະແນນສຽງ ຢູ່ມິຊິແກນ ໃນຂະນະທີ່ປະຊາຊົນ ໃນນະຄອນດີທອຍ
ບໍ່ໄດ້ໄປຈົດທະບຽນປ່ອນບັດ. ທ່ານເວົ້າວ່າ ຖ້າທຸກຄົນ ອອກຈາກສະໜາມກິລາໄປໃນ
ວັນສຸກວານວານນີ້ ແຕ່ບໍ່ພາກັນໄປຈົດທະບຽນປ່ອນບັດແລ້ວ ພວກທ່ານຈະບໍ່ໃຫ້ກຽດ
ແກ່ທ່ານນາງອາຣີທາ.
ນັກປະພັນໄມໂກ ເອຣິກ ດາຍສັນ ກໍໄດ້ກ່າວຕ້ອງຕິຢ່າງແຮງ ຕໍ່ປະທານາທິບໍດີສະຫະ
ລັດ ຊຶ່ງຫວ່າງບໍ່ດົນມານີ້ກ່າວອ້າງວ່າ ທ່ານນາງອາຣີທາ ແຟຣັງຄລິນ ໄດ້ເຮັດວຽກໃຫ້
ທ່ານ “ໃນຫຼາຍໆໂອກາດ.” ທ່ານດາຍສັນກ່າວວ່າ ຜີສີໝາກກ້ຽງນີ້ຍັງມີໜ້າມາເວົ້າວ່າ ທ່ານນາງເຮັດວຽກໃຫ້ລາວ ເຈົ້າຄົນໂງ່ຈ້າຟາຊິສ ທ່ານນາງຈະບໍ່ເຮັດວຽກ ໃຫ້ແກ່ເຈົ້າ
ທ່ານນາງເຮັດວຽກຢູ່ສູງກວ່າເຈົ້າ. ທ່ານນາງເຮັດວຽກໄປຫຼາຍກວ່າເຈົ້າ. ຈົ່ງໃຊ້ຄຳບຸບ
ພະບົດຂອງເຈົ້າໃຫ້ຖືກຕ້ອງ.”
ອະດີດປະທານາທິບໍດີບິລ ຄລິນຕັນ ນັກຕະຫຼົກ ແລະນັກມະຫາເສດຖີບັນເທີງທາຍ
ເລີ ແພຣີ ແລະດາລາທີ່ມີຊື່ສຽງຊີເຊີລີ ທາຍສັນ ກໍຮວມຢູ່ໃນພວກທີ່ໄປຮ່ວມໄວ້ອາໄລ ຕໍ່ລາຊີນີເພງໂຊລ ທີ່ໄດ້ເຖິງແກ່ມໍລະນະກຳ ເມື່ອວັນທີ 16 ສິງຫາ ຍ້ອນໂຣກມະເຮັງ
ໃນມ້າມ ຮວມອາຍຸໄດ້ 78 ປີ.