ພໍ່ຄົນນຶ່ງແລະລູກຊາຍ ຜູ້ທີ່ໄດ້ຕໍ່ສູ້ກັບແປວໄຟຂອງໄຟປ່າມາໄດ້ສອງມື້ແລ້ວ ກໍໄດ້ກາຍເປັນພວກຜູ້ເຄາະຮ້າຍຫຼ້າສຸດ ຂອງລະດູການໄຟປ່າທີ່ຮ້າຍແຮງສຸດໃນປະຫວັດສາດຂອງອອສເຕຣເລຍ ແລະເສັ້ນທາງຂອງຄວາມເສຍຫາຍໄດ້ຂະຫຍາຍອອກຢ່າງກວ້າງຂວາງ ຢູ່ໃນຢ່າງໜ້ອຍສາມລັດໃນວັນເສົາວານນີ້ ຍ້ອນມີລົມພັດແຮງ ແລະສະພາບອາກາດຮ້ອນເອົ້າສູງ.
ຈຳນວນຂອງຜູ້ເສຍຊີວິດ ໃນວິກິດການໄຟປ່າດັ່ງກ່າວ ມາເຖິງເວລານີ້ ແມ່ນສູງຂຶ້ນເປັນ 23 ຄົນແລ້ວ ຊຶ່ງນາຍົກລັດຖະມົນຕີ ທ່ານສະກັອດ ມໍຣີສັນ ໄດ້ກ່າວໄປ ຫຼັງຈາກທີ່ໄດ້ເອີ້ນ ກຳລັງກອງໜຸນ 3,000 ຄົນ ອອກມາຊ່ອຍຕໍ່ສູ້ກັບໄຟປ່າທີ່ທະວີຂຶ້ນເລື້ອຍໆນັ້ນ ໂດຍຄາດໝາຍວ່າ ຈະເປັນການຕໍ່ສູ້ທີ່ໜັກໜ່ວງຕະຫຼອດໄລຍະວັນພັກທ້າຍສັບປະດາ.
ທ່ານມໍຣີສັນ ໄດ້ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວທີ່ໄດ້ຖືກຖ່າຍທອດຜ່ານທາງໂທລະພາບ ວ່າ “ພວກເຮົາກຳລັງປະເຊີນກັບຄວາມຫຍ້ງຍາກທີ່ສຸດ ໃນ 24 ຊົ່ວໂມງຂ້າງໜ້ານີ້. ໃນຊ່ວງໄລຍະເວລາບໍ່ດົນມານີ້ ໂດຍສະເພາະຕະຫຼອດໄລຍະນຶ່ງສັບປະດານີ້ເຕັມ ພວກເຮົາໄດ້ພົບເຫັນໄພຫາຍະນະນີ້ ທີ່ໄດ້ທະວີຂຶ້ນສູ່ລະດັບໃໝ່ຢ່າງເຕັມສ່ວນ.”
ທ່ານດິກ ແລງ ອາຍຸ 87 ປີ ຜູ້ທີ່ເປັນນັກບິນທີ່ມີຊື່ສຽງ ແລະເປັນຜູ້ປະກອບການນຳທ່ຽວແບບຊາຟາຣີ ໃນເຂດຫ່າງໄກສອກຫລີກຂອງອອສເຕຣເລຍ ແລະລູກຊາຍຂອງທ່ານ ອາຍຸ 43 ທ່ານ ເຄລຕັນ ກໍໄດ້ຖືກລະບຸໂຕ ໂດຍທາງການຂອງອອສເຕຣເລຍ ຫຼັງຈາກທີ່ຊາກສົບຂອງພວກເຂົາທັງສອງໄດ້ຖືກພົບເຫັນ ໃນວັນເສົາວານນີ້ ຢູ່ທີ່ທາງຫລວງ ໃນເກາະຈິ່ງໂຈ້ ຫຼື Kangaroo Island. ຄອບຄົວຂອງພວກເຂົາເຈົ້າ ໄດ້ກ່າວວ່າ ການສູນເສຍຂອງພວກເຂົາທັງສອງ ເຮັດໃຫ້ພວກເຂົາທັງໝົດ “ເສຍໃຈຫຼາຍ ແລະເສຍຂວັນ ຈາກໂສກນາດຕະກຳຂອງທັງສອງຄົນນີ້.”
ທ່ານແລງ ທີ່ຮູ້ຈັກກັນຄື “ທະເລຊາດິກ” ໄດ້ນຳບັນດານັກທ່ອງທ່ຽວ ໄປທ່ຽວຊົມດິນແດນທຸກຫົນທຸກແຫ່ງໃນອອສເຕຣເລຍ ແລະປະເທດອື່ນໆອີກ. ຄອບຄົວຂອງທ່ານແລງ ໄດ້ກ່າວວ່າ “ລາວຮັກຫອມປ່າດົງ ທ່ານຮັກຫອມການພະຈົນໄພ ແລະລາວຮັກຫອມເກາະຈິ່ງໂຈ້.”
ສ່ວນທ່ານເຄລຕັນ ແລງ ລູກຊາຍຜູ້ທີ 4 ຂອງທ່ານດິກ ກໍເປັນໝໍຜ່າຕັດທີ່ມີຊື່ສຽງ ຜູ້ທີ່ຊ່ຽວຊານໃນການຜ່າຕັດ.