ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ປະ​ທ້ວງ ທີ່ໃຫ້ຊື່ວ່າ ທ່ານ​ບໍ່​ແມ່ນປະທານາ ທິບໍ​ດີຂອງ​ພວກ​ຂ້ອຍ ມີຂຶ້ນທົ່ວສະຫະລັດ


US Anti-Trump Protests
please wait

No media source currently available

0:00 0:01:20 0:00

ພວກ​ນັກ​ປະ​ທ້ວງ​ຈຳນວນ​ຫຼາຍ​ຮ້ອຍ​ຄົນ ພາກັນ​ເດີນ​ຂະ​ບວນປະ​ທ້ວງ ​ໃນ​ທົ່ວ​ປະ​ເທດ ​
ເພື່ອ​ຕໍ່ຕ້ານ​ລັດຖະບານ​ຂອງທ່ານ Trump ​ໃນ​ຊ່ວງ​ວັນ​ພັກ​ຊອງ​ລັດຖະບານ​ກາງ
ທີ່​ເອີ້ນ​ວ່າວັນ​ປະທານາທິບໍດີ​ນັ້ນ.​

ການ​ປະ​ທ້ວງ ທີ່​ເອີ້ນ​ວ່າ ທ່ານ​ບໍ່​ແມ່ນປະທານາທິບ​ໍດີ​ຂອງ​ພວກ​ຂ້ອຍ​ໄດ້​ອອກ​ມາ​ຮວມ
ຕົວ​ກັນ ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ສົ່ງ​ເສີມ​ຜູ້​ຄົນ​ທີ່​ມີ​ສີ​ຜີວ ພວກຄົນ​ເຂົ້າ​ເມືອງ ຊາວ​ມຸສລິ​ມ ​ແລະ​
ພວກ​ແຮງ​ງານ ພວກ​ຮັກ​ຮ່ວມ​ເພດ ​ແລະ​ພວກ​ທີ່​ຍາກຈົນ.

ການ​ເດີນ​ຂະ​ບວນທີ່​ວ່າ​ນີ້ ມີ​ຂຶ້ນ​ຈາກ​ນະ​ຄອນ Boston ໄປຈົນ​ເຖິງ​ນະຄອນ Seattle
ບ່ອນ​ທີ່​ພວກ​ປະ​ທ້ວງ ​ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຫວັງ​ວ່າຈະ​ຈັດ​ໃຫ້​ເປັນ ວັນ​ຕໍ່ຕ້ານ​ທ່ານ
Trump” ຊຶ່​ງ​ເມືອງ​ຕ່າງໆດັ່ງກ່າວ ຂອງ​ລາ​ຍການ ທ່ານ​ບໍ່​ແມ່ນປະທານາທິບ​ດີ​ຂອງ
​ພວກ​ຂ້ອຍ
ທີ່​ຈັດ​ລົງ​ໃນ Facebook ທີ່​ຈະ​ແດງ​ໃຫ້​ເຫັນ​ຢ່າງ​ນ້ອຍ 30 ​ເມືອງ ບ່ອນທີ່
ພວກ​ປະ​ທ້ວງທີ່​ມີ​ແຮງ​ດົນ​ບັນດານ​ໃຈ​ມາ​ຈາກ ຂະ​ບວນການ​ລະດັບ​ຊາດ ຂອງພວກ
​ທີ່​ເອີ້ນ​ວ່າ ຍິງ​ຮ້າຍຊາຍ​ຊົ່ວ ​ໄດ້​ຈັດ​ຂຶ້ນ.

ເຊີນຊົມ: ການປະທ້ວງ ທີ່ເອີ້ນວ່າ “ທ່ານ​ບໍ່​ແມ່ນປະທານາທິບ​ດີ​ຂອງ​ພວກ​ຂ້ອຍ

'Not My President Day' Rally in DC
please wait

No media source currently available

0:00 0:00:53 0:00



ນະຄອນ​ນິວຢອກ ມີພວກ​ນັກ​ປະ​ທ້ວງ​ຈຳນວນ​ຫຼາຍ​ຮ້ອຍ​ຄົນ ​ໄດ້​ພາກັນ​ເດີນ​ຂະ​ບວນ​ເປັນ
​ແຖວ​ຍາວ​ຢຽດ ທີ່​ວັດ​ໄດ້​ປະມານ 8 ຮ່ອມ ​ໃກ້ໆ​ກັບ​ຕຶກ​ໂຮງ​ແຮມ​ນາໆ​ຊາດ​ຂອງ​ທ່ານ
Trump. ພວກ​ທີ່​ວາງ​ແຜນຈັດ​ການຂອງ​ການປະ​ທ້ວງໄດ້ກ່າວ​ໃນ Facebook ​ວ່າ ທ່ານ Donald Trump ​ແມ່ນ​ປະທານາທິບໍດີຂອງ​ພວກ​ເຮົາ​ຢ່າງ​ແທ້​ຈິງ​ກໍ​ຕາມ ​ແຕ່​ຄວາມຈິງ
ເພິ່ນໂຈມຕີ
ໃນ​ທຸກໆຄຸນຄ່າ​ຂອງ​ປະຊາຊົນ​ຜູ້​ອາ​ໄສ​ໃນ​ນະຄອນ ນິວຢອກ ​ແລະ​ບໍ່​ໄດ້​
ເປັນ​ຕົວ​ແທນ​
ຂອງ​ຜົນ​ປະ​ໂຫຍ​ດຂອງ​ພວກ​ເຮົາ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ພວກປະທ້ວງ ໃນໂຮງການເມືອງຂອງນະຄອນ Los Angeles, 20 ກຸມພາ 2017.
ພວກປະທ້ວງ ໃນໂຮງການເມືອງຂອງນະຄອນ Los Angeles, 20 ກຸມພາ 2017.

XS
SM
MD
LG