ສານຣັດເຊຍແຫ່ງນຶ່ງໄດ້ຕັດສິນລົງໂທດ ປະຊາຊົນນໍເວຄົນນຶ່ງ ໃຫ້ຕິດຄຸກເປັນເວລາ
14 ປີ ຍ້ອນທຳການສອດແນມ ໃນການດຳເນີນຄະດີແບບປິດລັບ.
ພວກເຈົ້າໜ້າທີ່ຣັດເຊຍກ່າວວ່າ ທ່ານໂຟຣດ ເບີກ ຜູ້ກວດກາຊາຍແດນທີ່ອອກກິນ
ເບ້ຍບຳນານແລ້ວ ໄດ້ຖືກຄຸມຂັງຢູ່ນະຄອນຫຼວງມົສກູ ໃນເດືອນທັນວາ ປີ 2017 ຫຼັງ
ຈາກໄດ້ມີການປະຕິບັດງານ ຢ່າງຕໍ່ເນື່ອງ ໂດຍໜ່ວຍຮັກສາຄວາມປອດໄພ FSB
ຂອງຣັດເຊຍ. ທ່ານເບີກ ອາຍຸ 63 ປີ ໄດ້ຖືກກ່າວຫາໂດຍໄອຍະການວ່າ ສອດແນມ
ທີ່ພົວພັນກັບເຮືອດຳນ້ຳພະລັງນິວເຄລຍຂອງຣັດເຊຍ.
ການດຳເນີນຄະດີໄດ້ມີຂຶ້ນຢ່າງປິດລັບ ຢູ່ສານນະຄອນມົສກູ ຍ້ອນເຫດຜົນທີ່ບໍ່ມີ
ໃຜຮູ້.
ໃນວັນທີ 9 ເມສານີ້ ໄອຍະການ ມີລານາ ດີກາເຍວາ ໄດ້ຮຽກຮ້ອງ ໃຫ້ທ່ານເບີກ ຮັບ
ໃຊ້ໂທດດັ່ງກ່າວ.
ທ່ານນາງດີກາເຍວາ ກ່າວວ່າ ຜູ້ຕ້ອງສົງໄສຖືກຈັບໄດ້ຄາໜັງຄາເຂົາ ດ້ວຍເອກກະ
ສານທີ່ທ່ານໄດ້ຮັບ ຈາກພະນັກງານຄົນນຶ່ງຂອງຄ້າຍທະຫານ ທ້າວອາເລັກເຊ ຊິຕນິ
ຢຸກ ຜູ້ທີ່ໄດ້ຖືກຕິດຕາມ ໂດຍໜ່ວຍສືບລັບຣັດເຊຍ.
ທ້າວຊິຕນິຢຸກ ໄດ້ຖືກພົບເຫັນວ່າ ມີຄວາມຜິດໃນຖານຂາຍຊາດຢ່າງຮ້າຍແຮງສຸດ
ໃນເດືອນທັນວາປີກາຍແລະໄດ້ຖືກຕັດສິນລົງໂທດຈຳຄຸກເປັນເວລາ 13 ປີ.