ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ຂຽນ​ຊາວ ນໍ​ເວ ທ່ານ ຟອ​ສ ໄດ້​ຊະ​ນະ​ລາງວັນ ໂນ​ແບ​ລ ຂະ​ແໜງວັນ​ນະ​ຄະ​ດີ


ທ່ານ ຈອນ ຟອ​ສ ຖ່າຍ​ຮູບ​ກ່ອນ​ພິ​ທີ​ມອບ​ລາງວັນ International Booker Prize 2022 ໃນ​ນະ​ຄອນຫຼວງ ລອນດອນ, ອັງ​ກິດ, 26 ພຶດ​ສະ​ພາ 2022.
ທ່ານ ຈອນ ຟອ​ສ ຖ່າຍ​ຮູບ​ກ່ອນ​ພິ​ທີ​ມອບ​ລາງວັນ International Booker Prize 2022 ໃນ​ນະ​ຄອນຫຼວງ ລອນດອນ, ອັງ​ກິດ, 26 ພຶດ​ສະ​ພາ 2022.

ນັກ​ຂຽນ​ຊາວ ນໍ​ເວ ທ່ານ ຈອນ ຟອ​ສ ໄດ້​ຮັບ​ລາງວັນ​ໂນ​ແບ​ລ ຂະ​ແໜງວັນ​ນະ​ຄະ​ດີ​ຂອງ​ປີນີ້.

ສະ​ຖາ​ບັນ​ການ​ສຶກ​ສາ​ທີ່ຊົງ​ຄຸນ​ນະ​ວຸດ​ທິ​ຂອງ ສວີ​ເດັນ ໄດ້​ເນັ້ນ​ຢ້ຳ​ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ​ແມ່ນ “ນະ​ວັດ​ຕະ​ກຳ​ການສະ​ແດງ​ລະ​ຄອນ​ເວທີ ແລະ ການ​ປະ​ພັນ” ຂອງ​ທ່ານ ຟອ​ສ, ເຊິ່ງ​ໄດ້​ເຮັດ​ໃຫ້​ຜູ້​ທີ່ບໍ່​ສາ​ມາດ​ເວົ້າ​ໄດ້ ​ສາ​ມາດ​ສະ​ແດງ​ຄວາມ​ຮູ້​ສຶກ​ອອກ​ມາ.

ສະ​ຖາ​ບັນ​ດັ່ງ​ກ່າວ​ເວົ້າ​ວ່າ “ຜົນ​ງານ​ສິ​ລະ​ປະ​ດ້ານ​ການ​ຂຽນ​ທີ່​ດີ​ເລີດ​ຂອງ​ທ່ານ​ໃນພາ​ສາ​ນໍ​ເວ​ ແລະ ພາບ​ຂຽນ​ທີ່ຫຼາກຫຼາຍ​ຂອງ​ທ່ານ ​ປະ​ກອບ​ມີ​ການ​ສະ​ແດງລະ​ຄອນ​ເວ​ທີ, ນາ​ວະນິ​ຍາຍ, ບົດ​ກະ​ວີ, ບົດ​ຂຽນ, ປື້ມ​ເດັກ​ນ້ອຍ ແລະ ການ​ແປ​ພາ​ສາ.”

ທ່ານ ຟອ​ສ໌ ບໍ່​ເຄີຍ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຖືກ​ຮັບ​ຮູ້​ທີ່​ມີ​ຊື່​ສຽງ​ຢູ່ນອກ​ປະ​ເທດ ນໍ​ເວ. ແຕ່​ຢູ່​ພາຍ​ໃນ​ວົງ​ການ​ວັນ​ນະ​ຄະ​ດີ​ນັ້ນ, ນັກ​ຂຽນ​ບົດ​ລະ​ຄອນ​ອາ​ຍຸ 64 ປີ​ດັ່ງ​ກ່າວ ​ແມ່ນ​ຖືກ​ພິ​ຈາ​ລະ​ນາ​ວ່າ ​ລວມ​ຢູ່​ໃນ​ຜູ້​ທີ່​ເກັ່​ງ​ທີ່​ສຸດ​ຕະຫຼອດ​ການ.

ທ່ານ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ທົ່ວ​ທະ​ວີບ ຢູ​ໂຣບ ແລະ ແມ່ນ​ກະ​ທັ້ງ​ຍັງ​ໄດ້​ຮັບ​ລາງ ວັນ​ສຳ​ລັບ​ຄວາມ​ສຳ​ເລັດ​ໃນ​ປະ​ເທດ ຝ​ຣັ່ງ ໃນ​ປີ 2007. ລັດ​ຖະ​ບານ​ຂອງ ນໍ​ເວ ແມ່ນ​ໄດ້​ຄຸ້ມ​ຄອງ​ຄ່າ​ໃຊ້​ຈ່າຍ​ປະ​ຈຳ​ວັນ​ຂອງ​ທ່ານ ແລະ ລົງ​ທຶນ​ໃນ​ວຽກ​ງານ​ຂອງ​ທ່ານ​ດ້ວຍ​ເງິນ​ເດືອນ​ຕະຫຼອດ​ຊີ​ວິດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG