ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມັກນັສ ຄາຣ໌ລເຊັ້ນ ຈາກ ນໍເວ ປ້ອງກັນ ຕຳແໜ່ງແຊ້ມໂລກ ໃນການຫຼິ້ນໝາກຮຸກ ໄວ້ໄດ້


ແຊ້ມໂລກໃນການຫຼິ້ນໝາກຮຸກ ຄົນປັດຈຸບັນ, ທ້າວ ແມັກນັສ ຄາຣ໌ລເຊັ້ນ ຈາກນໍເວ, ສະຫຼອງໄຊຊະນະ ດ້ວຍການຖື ຖ້ວຍລາງວັນ ແຊ້ມໂລກ ຫຼັງຈາກ ສາມາດປ້ອງກັນຕຳແໜ່ງໄດ້ ຢູ່ໃນນະຄອນຫຼວງ ລອນດອນ ຂອງອັງກິິ, ວັນທີ 28 ພະຈິກ 2018.
ແຊ້ມໂລກໃນການຫຼິ້ນໝາກຮຸກ ຄົນປັດຈຸບັນ, ທ້າວ ແມັກນັສ ຄາຣ໌ລເຊັ້ນ ຈາກນໍເວ, ສະຫຼອງໄຊຊະນະ ດ້ວຍການຖື ຖ້ວຍລາງວັນ ແຊ້ມໂລກ ຫຼັງຈາກ ສາມາດປ້ອງກັນຕຳແໜ່ງໄດ້ ຢູ່ໃນນະຄອນຫຼວງ ລອນດອນ ຂອງອັງກິິ, ວັນທີ 28 ພະຈິກ 2018.

ທ້າວ ແມັກນັສ ຄາຣ໌ລເຊັ້ນ ຈາກນໍເວ ສາມາດກ່າວອ້າງຕົນເອງໄດ້ວ່າ ເປັນນັກຫຼິ້ນ
ໝາກຮຸກ ຫຼື chess ທີ່ເກັ່ງທີ່ສຸດ ໃນໂລກ.

ທ້າວ ຄາຣ໌ລເຊັ້ນ ໄດ້ເອົາຊະນະ ທ້າວ ຟາບີອາໂນ ຄາຣູອານາ ຈາກ ສະຫະລັດ 3 ຕໍ່ 0
ເກມ ໃນວັນພຸດວານນີ້ ໃນການຫຼິ້ນໝາກຮຸກແບບວ່ອງໄວ ເພື່ອເປັນການຕັດສິນຊີ້ຂາດ
ຢູ່ທີ່ ການແຂ່ງຂັນໝາກຮຸກຊິງແຊ້ມໂລກ ຢູ່ໃນນະຄອນຫຼວງ ລອນດອນ ຂອງອັງກິດ.

ທ້າວ ຄາຣ໌ລເຊັ້ນ ແລະ ທ້າວ ຄາຣູອານາ ຫຼິ້ນຈາວກັນມາໄດ້ 12 ເທື່ອ ໃນການແຂ່ງຂັນ
ຮອບຊິງຊະນະເລີດ ທີ່ໄດ້ເລີ້ມຕົ້ນຂຶ້ນ ໃນວັນທີ 9 ພະຈິກ ຜ່ານມາ ຊຶ່ງການຫຼິ້ນເກມ
ທັງຫຼາຍນັ້ນ ໃຊ້ເວລາຍາວນານ ເຖິງເຈັດຊົ່ວໂມງ ໃນແຕ່ລະເກມ.

ພວກເຂົາເຈົ້າ ໄດ້ຕັດສິນໃຈ ທີ່ຈະແກ້ໄຂບັນຫາການສະເໝີກັນນີ້ ດ້ວຍການຫຼິນເກມ
ແບບວ່ອງໄວ ຊຶ່ງນັກຫຼິ້ນແຕ່ລະຄົນ ມີເວລາພຽງ 25 ນາທີ ເພື່ອພະຍາຍາມເອົາຊະນະ
ຄູ່ຕໍ່ສູ້.

ຫຼັງຈາກທີ່ໄດ້ຫຼິ້ນເກມຢ່າງທໍລະຫົດຕິດຕໍ່ກັນມາ ພ້ອມທັງ ຫຼິ້ນເກມແບບວ່ອງໄວ 3
ເກມແລ້ວ ທ້າວ ຄາຣ໌ລເຊັ້ນ ພຽງຈະເວົ້າໄດ້ວ່າ ເປັນ “ວັນທີ່ດີແທ້ໆ” ສຳລັບລາວ
ໃນຂະນະທີ່ ທ້າວ ຄາຣູອານາ ຍອມຮັບວ່າ ເປັນ “ວັນທີ່ບໍ່ດີ” ຂອງລາວ.

ທ້າວ ຄາຣ໌ລເຊັ້ນ ໄດ້ຮັບລາງວັນເປັນເງິນ ມູນຄ່າ 621,000 ໂດລາ ໃນຂະນະທີ່
ທ້າວ ຄາຣູອານາ ໄດ້ຮັບ 508,000 ໂດລາ.

ທ້າວ ຄາຣ໌ລເຊັ້ນ ໄດ້ກາຍເປັນແຊ້ມໂລກໃນການຫຼິ້ນໝາກຮຸກ ຕັ້ງແຕ່ປີ 2013 ເປັນ
ຕົ້ນມາ ໃນເວລາທີ່ ລາວໄດ້ຍາດເອົາຕຳແໜ່ງ ຈາກທ້າວ ວິສວານາທ້ານ ອານັນ
ຈາກອິນເດຍ.

ທ້າວ ຄາຣູອານາ ໄດ້ຫວັງວ່າ ຈະກາຍເປັນຊາວອາເມຣິກັນ ຄົນທຳອິດ ທີ່ຈະເອົາ
ຊະນະຕຳແໜ່ງນີ້ ນັບຕັ້ງແຕ່ ປີ 1972 ເມື່ອ ທ້າວ ບອບບີ ຟິສເຈີຣ ເອົາຊະນະ ທ້າວ
ໂບຣິສ ສປາສ໌ສກີ ຈາກສະຫະພາບໂຊຫວຽດ ໃນການແຂ່ງຂັນຫຼາຍໆຮອບທີ່ໜ້າຕື່ນ
ເຕັ້ນ ຊຶ່ງໄດ້ເຮັດໃຫ້ເປັນຫົວຂໍ້ລົງໜັງສືພິມ ໃນທົ່ວໂລກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG